ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຈົ້າຫນ້າທີ່ລາວ ຮຽກຮ້ອງ ໃຫ້ຣັຖບານ ເອົາດີນຄືນ ຈາກກຸ່ມ ນັກລົງທືນ ທີ່ບໍ່ພັທນາ
Anonymous

Date:
ເຈົ້າຫນ້າທີ່ລາວ ຮຽກຮ້ອງ ໃຫ້ຣັຖບານ ເອົາດີນຄືນ ຈາກກຸ່ມ ນັກລົງທືນ ທີ່ບໍ່ພັທນາ
Permalink   
 


ເຈົ້າຫນ້າທີ່ລາວ ຮຽກຮ້ອງ ໃຫ້ຣັຖບານ ເອົາດີນຄືນ ຈາກກຸ່ມ ນັກລົງທືນ ທີ່ບໍ່ພັທນາ ຫລັງຈາກ ໄດ້ຮັບ ສັມປະທານ.

F-northern-laos.jpg

ຍ້ອນການ ປຸກຣະດົມ ໃຫ້ກຸ່ມ ນັກລົງທືນ ຈາກຕ່າງ ປະເທດ ໃຫ້ເຂົ້າມາ ລົງທືນ ໃນລາວ ເພື່ອພັທນາ ເສຖກິດ, ໃຫ້ ປະຊາຊົນ ຫລຸດພົ້ນ ຈາກຄວາມ ທຸກຍາກ ໃຫ້ໄດ້ ໃນປີ 2020 ນັ້ນ ຣັຖບານ ລາວ ກໍ່ໄດ້ໃຫ້ ສຳປະທານ ທີ່ດີນ ໄປໃນຫລາຍ ໂຄງການ ແກ່ ນັກລົງທືນ ພາຍໃນ ແລະ ຈາກ ຕ່າງປະເທດ, ແຕ່ ປາກົດວ່າ  ກຸ່ມນັກ ລົງທືນ ດ່ັງກ່າວ ຫລາຍຄົນ ຫລັງຈາກ ໄດ້ຮັບ ສຳປະທານ ໄປແລ້ວ ກໍ່ບໍ່ດຳເນີນ ໂຄງການ ຢ່າງຈີງຈັງ ປະດີນ ໄວ້ລ້າໆ ລໍຖ້າ ຂາຍຕໍ່ ໃຫ້ແກ່ ນັກລົງທືນ ລາຍອື່ນ. ປາກົດການ ດັ່ງກ່າວ ຣັຖບານ ລາວ ຄວນຈະ ເອົາດີນຄືນ ແລ້ວມາ ພັທນາ ເພື່ອສ້າງ ຜົລປໂຍດ ໃຫ້ແກ່ ປະຊາຊົນ.ດັ່ງເຈົ້າ ຫນ້າທີ່ ຈາກ ຫ້ອງການ ແຜນການ ແລະ ການລົງທືນ ສປປລາວ ເວົ້າວ່າ:

"ຖ້າຫາກວ່າ ນັກລົງທືນ ມາຈອງ ໃວ້ຊື່ໆ ບັນດາ ໂຄງການຕ່າງໆ ຊີ່ແມ່ນ ໂຄງການ ທາງດ້ານ ພລັງງານ ຫລືໂຄງການ ແຮ່ທາດ ຫລື ໂຄງການອື່ນໆ ແຕ່ບໍ່ ພັທນາ ຫມົດກຳນົດ ໄປແລ້ວ ເຮົາກໍຄວນ ລົບລ້າງ ອາດຈະມາ ພັທນາ ເອງ ອັນນີ້ ມັນຈື່ງ ຊີ່ມີ ການຂຍາຍ ຕົວໄວ ບໍ່ດັ່ງນັ້ນ ຈະຖືກດືງ ແກ່ໄວ້ ຕຣອດ ອັນນີ້ ແມ່ນເປັນ ສີ່ງນື່ງ ທີ່ຕອ້ງ ໄດ້ເອົາ ໃຈໃສ່".

ທ່ານກ່າວ ຕໍ່ໄປວ່າ ໃນປັດຈຸບັນ ມີຫລາຍ ໂຄງການ ທີ່ຣັຖບານ ໄດ້ອະນຸມັດ ພື້ນທີ່ ໃຫ້ ຍັງບໍ່ມີ ການພັທນາ ແລະ ບໍ່ມີ ໂຄງການ ໃດໆເລີຍ ບາງລາຍ ກໍ່ປະດີນ ໄວ້ລ້າໆ ພື້ນທີ່ ດັ່ງກ່າວ ໃນຫລາຍເຂດ ເປັນປໂຍດ ຕໍ່ການ ປູກຝັງ ແລະ ລ້ຽງສັດ ຂອງ ປະຊາຊົນ ຖ້າຣັຖບານ ຫາກເອົາ ຄືນມາ ພັທນາ.

ນັກລົງທືນ ຂນາດກາງ ແລະ ຂນາດນ້ອຍ ໃນລາວ ເປັນກຸ່ມ ນັກລົງທືນ ທີ່ສວຍ ໂອກາດ ໄປສຳປະທານ ທີ່ດີນໄວ້ ເພື່ອຂາຍຕໍ່ ໃຫ້ນັກ ລົງທືນ ລາຍອື່ນ ເພາະຕົນ ບໍ່ມີທືນ ໃນການ ພັທນາ ຫລາຍລາຍ ກໍ່ຂາຍ ບໍ່ໄດ້ ແລະ ກໍ່ຕໍ່ສັນຍາ ໄປຕຣອດ.

ໃນປັດຈຸບັນ ໃນລາວ ມີຫລາຍ ໂຄງການ ພັທນາ ທີ່ ຣັຖບານລາວ ໄດ້ອະນຸມັດ ພື້ນທີ່ໃຫ້ ໂຄງການ ໃຫຍ່ໆ ຫລາຍ ໂຄງການ ກໍ່ມີການ ພັທນາ ຢ່າງຈີງຈັງ ດັ່ງການ ຂຸດຄົ້ນ ແຮ່ທາດ  ການສ້າງເຂື່ອນ ແລະ ການປູກ ຕົ້ນໄມ້ ເສຖກິດ ແຕ່ຍັງມີ ຫລາຍໂຄງການ ຂນາດກາງ ແລະ ຂນາດນ້ອຍ ບໍ່ມີການ ພັທນາ ເລີຍ.



__________________


Guru

Status: Offline
Posts: 622
Date:
RE: ເຈົ້າຫນ້າທີ່ລາວ ຮຽກຮ້ອງ ໃຫ້ຣັຖບານ ເອົາດີນຄືນ ຈາກກຸ່ມ ນັກລົງທືນ ທີ່ບໍ່ພັທນາ
Permalink   
 


ຢ່າລືມໄປຮຽກຮ້ອງຄືນກັບພວກນີ້ດ້ວຍ

1141284233224.jpg3201284234001.jpg4641284234992.jpg



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard