ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວ ເຜົ່າມົ້ງໃນບ້ານໂພນຄໍາ ຍັງຖືກພັກລັດ ສີ້ງຊອມຢູ່
Anonymous

Date:
ຊາວລາວ ເຜົ່າມົ້ງໃນບ້ານໂພນຄໍາ ຍັງຖືກພັກລັດ ສີ້ງຊອມຢູ່
Permalink   
 


F-Hmong-Borikhamxay.jpg

ຊາວມົ້ງ ທີ່ີ ເມືອງ ບໍຣິຄັນ ແຂວງ ບໍຣິຄຳໄຊ ທີ່ ຖືກສົ່ງກັບ ຈາກ ສູນ ທີ່ ປະເທດໄທ ເປີດເຜີຍ ກ່ຽວກັບ ສະພາບ ຄວາມເປັນຢູ່ ໃນລາວ ວ່າ ຕັ້ງແຕ່ ຖືກສົ່ງກັບ ກໍຖືກ ກວດກາ ແລະ ກົດດັນ ຈາກ ທາງການລາວ ຢ່າງຫນັກ. ເຈົ້າຫນ້າທີ່ລາວ ບອກວ່າ ຫ້າມທຳຜິດ ກົດຣະບຽບ ທີ່ທາງການ ຕັ້ງໄວ້ ເພື່ອຄຸ້ມຄອງ ຊາວມົ້ງ ຜູ້ທີ່ ກັບມາ ຈາກໄທ.

ເຈົ້າຫນ້າທີ່ ທະຫານ ແລະ ຕຳຣວດ ໄດ້ ສີ້ງຊອມ ພືດຕິກັມ ຂອງ ຊາວມົ້ງ ຢ່າງເຄັ່ງຄັດ. ດັ່ງ ຊາວມົ້ງ ຄົນນື່ງ ເວົ້າວ່າ:

"ເຂົາມາ ອ້ອມບ້ານ ເຂົາພາ ຂື້ນໄປ ພູດອຍ ເຂົາມາ ຫາເຣື້ອງ ໃສ່ເຮົາ ເຮົາໄປ ສເນີມື້ໃດ ເຂົາຫາ ເຣື້ອງໃສ່ວ່າ ເຮົາເປັນມົ້ງ ເຈົ້າຟ້າ ມື້ນີ້ ເຮົາບໍ່ມີກີນ ເຮົາໄປຊອກ ຫາກີນ ຢູ່ບອ່ນອື່ນ ແຕ່ໄປ ບໍ່ໄດ້".

ລາວກ່າວ ຕໍ່ໄປວ່າ ທະຫານ ແລະ ຕຳຣວດ ທີ່ຮັກສາການ ໃນເຂດ ຫມູ່ບ້ານ ຊາວມົ້ງ ໃນ ແຕ່ລະມື້ ຈະມາກວດກາ ຊາວມົ້ງ ວ່າ ຂະເຈົ້າ ເຮັດຫຍັງແດ່ ກຸ່ມດ່ັງກ່າວ ຈະບັນທຶກ ເປັນລາຍງານ ເພື່ອ ສເນີ ຕໍ່ຂັ້ນເທີງ ໃນການ ຄວບຄຸມ ຊາວມົ້ງ ໃນ ແຕ່ລະວັນ. ຊາວມົ້ງ ຈະ ໄປໃສ ມາໃສ ກໍ່ຕ້ອງ ໄດ້ຮັບ ອະນຸຍາດ ກ່ອນ ແລະ ສ່ວນຫລາຍ ກໍ່ຖືກ ປະຕິເສດ ແລະ ສອບຖາມ ວ່າຈະໄປ ເຮັດຫຍັງ. ຖ້າຊາວມົ້ງ ຜູ້ໃດ ເຮັດສິ່ງໃດ ທີ່ ຂະເຈົ້າ ບໍ່ພໍໃຈ ກໍ່ຈະຖືກ ລົງໂທດ ໃນຫລາຍ ຮູບແບບ ຈາກ ໂທດເບົາ ໄປຫາ ໂທດຫນັກ ແລ້ວແຕ່ ຄວາມພໍໃຈ ຂອງ ເຈົ້າຫນ້າທີ່.

ຊາວມົ້ງ ຫລາຍຄົນ ມີຄວາມ ຢ້ານກົວ ຕໍ່ເຈົ້າ ຫນ້າທີ່ ຍ້ອນວ່າ ເຈົ້າຫນ້າທີ່ ບາງຄົນ ເປັນຄົນ ຂະມຸ ຊື່ງເປັນ ກຸ່ມທີ່ ບໍ່ພໍໃຈ ໃນການ ມາຕັ້ງ ຖີ່ນຖານ ຂອງຊາວມົ້ງ ໃນເຂດນີ້. ຫມູ່ບ້ານ ຂະມຸ ທີ່ຕັ້ງຢູ່ ໃກ້ກັບບ້ານ ຊາວມົ້ງ ກໍ່ບໍ່ພໍໃຈ ເພາະ ຄິດວ່າ ຣັຖບານລາວ ໃຫ້ຄວາມ ສຳຄັນ ກັບຊາວມົ້ງ ຫລາຍກວ່າ ພວກ ຂະເຈົ້າ.

ນັບຕັ້ງແຕ່ ທາງການໄທ ໄດ້ສົ່ງ ຊາວມົ້ງ ກັບລາວ ຄັ້ງລ້າສຸດ ໃນປີ 2009 ທີ່ເມືອງ ບໍຣິຄັນ ແຂວງ ບໍຣິຄຳໄຊ ມີຊາວມົ້ງ ກັບຈາກ ໄທ ປະມານ 750 ຄອບຄົວ ກຸ່ມຊາວມົ້ງ ກຸ່ມນີ້ ຫາຢູ່ ຫາກີນ ຕາມ ທັມມະຊາດ ເຮັດໄຮ່ ເຮັດນາ ແລະ ກະສິກັມ ປະເພດຕ່າງໆ ຫລັງຈາກ ຫມົດການ ຊ່ອຍເຫລືອ ຈາກ ຣັຖບານ ພວກຂະເຈົ້າ ກໍຍັງ ທຸກຍາກ ຢູ່ຄືເກົ່າ.

http://www.rfa.org/lao/news-about-laos/hmongs-being-watched-07152011123647.html



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard