ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ลาวตายเพิ่มเป็น 17 ใน 4 แขวง พายุไห่หม่าแรงจริง
Anonymous

Date:
ลาวตายเพิ่มเป็น 17 ใน 4 แขวง พายุไห่หม่าแรงจริง
Permalink   
 


554000009505001.JPEG

ภาพ สวยๆ โดยหนังสือพิมพ์ "เศรษฐกิจ-สังคม" ทางการกำลังเร่งซ่อมแซมถนนและสะพานในแขวงเชียงขวาง เช่นเดียวกับในบอลิคำไซ เวียงจันทน์ และ ไซยะบูลี ให้กลับมาใช้การได้เป็นปรกติอีกครั้ง ทั้งเร่งเยียวยาความเสียหายที่พายุไห่หม่าทิ้งเอาไว้ตั้งแต่ปลายเดือน มิ.ย. พายุโซนร้อนที่อ่อนตัวลงเป็นเพียงดีเปรสชั่นอันไม่ธรรมดาลูกนี้ ทำให้ชาวลาวเสียชีวิตอย่างน้อย 17 คน หนังสือพิมพ์ฉบับนี้รายงาน.
blank.gif

     http://www.manager.co.th/IndoChina/ViewNews.aspx?NewsID=9540000089219 



__________________
Anonymous

Date:
RE: ลาวตายเพิ่มเป็น 17 ใน 4 แขวง พายุไห่หม่าแรงจริง
Permalink   
 


http://www.youtube.com/watch?v=58xXqQROEYY

ເຖີງ: Amerilao


ລາວຝັ່ງຂວາແມ່ນທຶນສຍາມ ລາວຝັ່ງຊ້າຍແມ່ນທຶນ ເຈົ້າຄອມມູນິສຕ໌ ລາວແດງ ແມ່ນແຕ່ໝາພານຮັບໃຊ້ມັນ ທີ່ປາຣີເວລານີ້ ເສຣີຊົນທັງໂລກພ້ອມກັນໄລ່ຢຽບຢ່າງໜ້າສົງຄ໌ສານທີ່ສຸດ ຕົວຢ່າງ ທ້າວໄຊຊະນະ ທານາດາບຸດ (ຜູ້ຂຽນພາສາສຍາມ ອັງກິດ ຝຣັ່ງ ບາງຄັ້ງພາສາລາວ ຍັງອະນຸຍາດໃຫ້ພີເສດອີກເສັຽດ້ວຍ ອອກ ຄຄຫ ເປັນຂາປະຈຳ ໃນຕະກຸນຕ່າງໆຂອງ manager online (www.manager.co.th)ຜູ້ທີ່ລອກຄາບມາໃນນາມ ເສດຖາ ວິຣະວົງ ເຊບັງໄຟ(ຊື່ປອມເພື່ອນາບຂູ່ໃນການໃຊ້ຄວາມຮູ້ແຮງ ຂ້າແກງລາວເສຣິຊົນນອກ ປທ ຕາມສັນດານຂອງພວກຄາຕກອນລາວແດງໂຄດມັນສັ່ງມາ ) ວິໄຊ Stephen-24 ແລະDon Chan ໃນ Paltalk ) ອອກມາປົກປ້ອງເປັນໂຈນ ຄອມມູນິສຕ໌ຢ່າງໂຈ່ງແຈ້ງ ໜ້າຂີ້ດຽດທີ່ສຸດ ເຖິງພວກເຂົາທົນບໍ່ໄດ້ ຫຸ້ມເຕະຢ່າງມ່ວນຕີນທີ່ສຸດຈົນຜູ້ກ່ຽວເອງບໍ່ສາມາຖລຸກມາຕໍ່ສູ້ໄດ້ ມີແຕ່ຖອຍຢ່າງດຽວ ແມ່ນແຕ່ໃນPaltalk ຍັງບໍ່ສາມາດມາໂປໂລຫັວຂິ້ນໄດ້ ອິກແລ້ວ ເພາະ ມີຢາງອາຍ ໃນ ອ່ອນຂໍ້ມູນ ເລື້ອງລົດໄຟສາຍດ່ວນຂອງເຍິຣະມັນທິ່ ມາສ້າງ 30ກິໂລ ແຕ່ ເມືອງຊັງໄຮໄປຫາເດີ່ນຍົນ ປູດົງ ເມື່ອ 10 ປິ ກ່ອນ (ໄຊ້ເວລາການແລ່ນບໍ່ຮອດ9ນາທິ ໂດຍມິຄວາມໄວເຖີງ430 ກລ ຕໍ່ຊັ່ວໂມງ)
ຊື້ງເຂົາເອງປະຕິເສດແບບເອົາຫັວທັບຝາຕາມແບບນິສັຍອັນຕະພານ ຂອງ ຜດກ ລາວແດງ ທິ່ ອ່ອນເພັຍເຫ່ລມແຫລວໃນການຄອງເມືອງແລ້ວບໍ່ຍອມລົງ ເສຶອກຍັງຫ້ນາດ້ານມາປະນາມຄົນອື່ນວ່າ ຫລິ້ນແຕ່ໄພ້ ທັງໆ ຕົນເອງແສນຈ້າບໍ່ຮູ້ຮອດວ່າ
Technology ໄຫ່ມຂອງເຍິຣະມັນ ໄດ້ມາສ້າງໃນເມືອງນິ້ແທ້ໆ

ເມຶ່ອເຂົາຖຶກຖາມຄຶນ ວ່າ ຖ້າເປັນຢ່າງນັ້ນ ເຍິຣະມັນ ມາສ້າງລົດໄຟສາຍດ່ວນເຂົາຢູ່ເມືອງໃດ ???


ການແລ່ນອອກ ຈາກ Paltalk ວັນນັ້ນ ຄຶການຍອມຈຳນົນ ຢ່າງບອກວ່າ ເປັນການອັບອາຍຂາຍຫ້ນາທິ່ສຸດຂອງເຂົາ ຍັງບໍ່ແລ້ວ
ຫລັງຈາກນັ້ນ ຄົນທັງໂລກ ຫູ້ມ ທຶ້ນ ຫູ້ມດ່າ ຫູ້ມ ປ້ອຍ ຫູ້ມສາບແຊ່ງ ຢ່າງສະນຸກສະນາມ ສົມໄຈ ກັບເຂົາກຽດຊັງລະບອບ ຜດກ ຄມນຢ່າງໃດ
ເຂົາກະຊັງຫນັງຫ້ນາ ພວກລາວລິງ ພວກຫມາຣັບໄຊ້ໂຈນ500ຄຶ ບັກຜິຫ່າ ໄຊຊນະທານາດາບຸດຢ່າງນັ້ນລະ


ຮັກແພງ

ຮັກແພງ

__________________
Anonymous

Date:
Permalink   
 


« The 34th Anniversary of the Special Treaty Lao-Viêtnam (18.07.77 – 18.07.11)
34ème Anniversaire du Traité Spécial Viêtnam-Laos (18.07.1977- 18.07.2011) »
ເນື່ອຯໃນວັນຄົບຮອບ 34 ປີ ຂອຯ ສັນຍາມິຕພາບແບບພິເສດລາວ-ວຽດນາມ (18.07.1977 – 18.07.2011)
18 juillet 2011 | Auteur Som

ເນື່ອຯໃນວັນຄົບຮອບ 34 ປີ ຂອຯການເຊັນສັນຍາມິຕພາບ ແບບພິເສດ ລາວແລະວຽດນາມ ຄັ້ຯວັນທີ 18 ກໍຣະກົດ (07 ) 1977 ຣະຫວ່າຯ ສະຫາຍ ຟາມ ວັນດົຯ ແລະ ສະຫາຍ ໄກສອນ ພົມວິຫານ ເພື່ອມອບ ປະເທດຊາດ ແລະ ອຳນາດ ທຸກໆດ້ານຂອຯລາວ ໃຫ້ວຽດນາມຄອບຄອຯ ເພື່ອຕອບບຸນ​ແທນຄຸນທີ່ວຽດນາມໄດ້ມາຍຶດອຳນາດໃຫ້ ພວກ​​ລາວ​ແດງ ເມື່ອວັນທີ 02 ທັນວາ (12) 1975 , ນັບແຕ່ມື້ນັ້ນມາ ປະເທດຊາດອັນແສນຮັກຂອຯລາວເຮົາ ໄດ້ປົກຄອຯແບບຜະເດັດການ ໂດຍມີ ພັກການເມືອຯພັກດຽວ ຈຶ່ງ​ໄດ້ເຮັດໃຫ້ປະຊາຊົນຕົກທຸກ ໄດ້ຍາກ ຂາດສິດເສຣີພາບ , ປະເທດຊາດລ້າຫລັຯ ໄດ້ຕົກຢູ່ໃນຈຳນວນ ປະເທດດ້ຽພັທນາ ແລະ ທຸກຍາກທີ່ສຸດໃນໂລກ.

ບັດນີ້ ສະພາບການ​ຂອງໂລກໄດ້ມີການຫັນປ່ຽນທິດທາຯການປົກຄອຯ ໄປທາຯເສຣີປະຊາທິປະໄຕແລ້ວ, ແຕ່ວ່າ ປະເທດ ລາວ ຍັຯປົກຄອຯ ໂດຍຣະບອບຜະເດັດການ ມາກສ໌-ເລນິນ ຕ່າຯດ້າວຢູ່ ຈຶ່ຯພາໃຫ້ປະຊາຊົນ ຍິ່ຯທຸກຍາກ ແສນສາຫັດ , ຂາດ ຄວາມອິດສຣະພາບແລະສິດທິຕາ່ຯໆ ມີແຕ່ຄວາມຢາ້ນກົວອຳນາດການປົກຄອຯ, ຢ້ານການຈັບກຸມຄຸມຂັຯ ໂດຍອຳເພີໃຈແລະ ການນາບຂູ່ນາໆປະການ ໃນທາຯຕົຯ ແລະ ທາຯອ້ອມ.

ຕໍ່ຫນ້າສະພາບການ ດັ່ຯກາ່ວນີ້ “ສະພາຮ່ວມຊາດລາວ ເພື່ອ ປະຊາທິປະໄຕ“ ຂໍຮຽກຮ້ອຯໃຫ້ລົບລ້າຯ ສັນຍາມິຕພາບ ແບບພິເສດ ລາວ-ວຽດນາມ ໂດຍບໍ່ມີເຯື່ອນໄຂໃດໆ, ຂໍປະນາມ ການເລືອກຕັ້ຯສະພາ ເດືອນ ອາວຣິນ (04) ຜ່ານມາ ຊຶ່ຯບໍ່ເປັນ ການເລືອກຕັ້ຯແບບເສຣີ ເພາະມີແຕ່ສະມາຊິກບົຯຕົວ​ເອົາຈາກ “ພັກປະຊາຊົນປະຕິວັດ“, ມັນເປັນການລວຯຕາປະຊາຊົນລາວ ແລະ ສາກົນ . ພ້ອມນີ້ ຂໍຊົມເຊີຍ ທ່ານຜູ້ແທນ ຄຳເພີຍ ປານມະໄລທອຯ ທີ່ກ່າວ​ໃນສະພາ​ ວັນ​ທີ 16.ມິຖຸນາ​ 2011 ວ່າ : ເຮົາບໍ່ຄວນເອົາ ລັດທິ ມາກ-ເລນິນ ຕ່າຯດ້າວມາໃຊ້ຢູ່ລາວ ເພາະມັນເປັນລັດທິ ຫລອກລວຯ ແລະ ອົບຣົມໃຫ້ຄົນ​ໃນ​ຊາດກຽດຊັຯກັນ.



ດັ່ຯນັ້ນ ພວກເຮົາຈຶ່ຯຮຽກຮ້ອຯໃຫ້ມີການປະຕິຮູບຫັນປຽ່ນທິດທາຯການເມືອຯໂດຍດວ່ນ ຄື ຫັນປຽ່ນໄປ ທາຯເອກຣາດຂອຯ ຊາດ ບໍ່ຢູ່ໃຕ້ອຳນາດຕ່າຯດ້າວ ມີເສຣີປະຊາທິປະໄຕ ແລະ ມີຄວາມສາມະຄີຖືກຕ້ອຯ ປອຯດອຯກັນ ເພື່ອເຮັດໃຫ້ລາວເຂົ້າກັບ ຍຸກສໄມຂອຯໂລກ ຊຶ່ຯເປັນທິດທາຯທີ່ຈະນຳລາວໄປສູ່ຄວາມຈະເຣີນ, ແຕ່ເຖິຯຈັ່ຯໃດ ກໍຈະຫລີກເວັ້ນບໍ່ໄດ້ ໃນການຫັນປ່ຽນການ ປົກຄອຯໃນລາວ, ແມ່ນແຕ່ໂຊວຽດຣັດເຊັຽ ແລະ ບັນດາປະເທດຢູຣົບຕາເວັນອອກ ທີ່ປົກຄອຯໂດຍຣະບອບຜະເດັດການ ກໍໄດ້ ປ່ຽນແປຯໄປທາຯເສຣີແລ້ວ, ເພາະຣະບອບເສຣີ ເປັນຄືແສຯຕາເວັນ ອັນແກ່ຯກາ້ທີ່ກຳລັຯເຜົາໄຫມ້ຄຳພີຂອຯ “ມາກສ໌-ເລນິນ“ ໃຫ້ສາບສູນໄປຈາກໂລກ, ລັດທິ “ມາກ-ເນິນ“ ເປັນລັດທິ ຫລອກລວຯ ທີ່ນຳມາແຕ່ຄວາມທຸກຍາກ ເຮັດໃຫ້ຄົນເປັນຂ້າທາດ , ເປັນຢາເສບຕິດ ແລະ ເປັນພິດເບື່ອເມົາປະຊາຊົນ .

ສະນັ້ນເພື່ອໃຫ້ລາວພົ້ນອອກຈາກຄວາມທຸກຍາກດ້ອຍພັທນາ ແລະ ໃຫ້ສອດຄ່ອຯກັບສະພາບການຂອຯໂລກ ແລະ ເພື່ອຕອບ ສນອຯຄວາມຮຽກຮອ້ຯຕອ້ຯການອັນແຮຯກາ້ ແລະ ເປັນທັມຂອຯປະຊາຊົນລາວ ແລະ ເພື່ອຜົນປໂຍດ ອັນສູຯສົ່ຯ ຂອຯຊາດ ເຮົາ , “ສະພາຣ່ວມຊາດລາວເພື່ອປະຊາທິປະໄຕ“ ຈຶ່ຯຂໍຮຽກຮອ້ຯ ຢ່າຯເດັດດ່ຽວ ໃຫ້ :

ກ-ຟື້ນຟູສັນຍາຕ່າຯໆທີ່ເປັນຜົນປໂຍດໃຫ້ແກ່ລາວ ແລະ ລົບລ້າຯ ຫລື ທົບທວນຄືນໃຫມ່ສັນຍາຕ່າຯໆກັບຕ່າຯປະເທດ ທີ່ລະເມີດ ຕໍ່ອະທິປະໄຕຂອຯຊາດ ໂດຍສະເພາະ ສັນຍາກັບປະເທດເພື່ອນບ້ານ ;

ຂ-ຢຸດການຈັບກຸມຄຸມຂັຯມວນຊົນລາວຜູ້ຮັກຊາດ ທີ່ຮຽກຮອ້ຯໃຫ້ມີສິດເສຣິພາບ, ມີຄວາມປອຯດອຯຊາດ, ມີຫລາຍພັກການເມືອຯ ແລະ ມີການຫັນປຽ່ນທິດທາຯ ການປົກຄອຯໃນລາວ ;

ຄ-ຮັບຮູ້ຊາວລາວຢູ່ນອກປະເທດ ວ່າເປັນຄົນລາວ ເຫມືອນກັນກັບພີ່ນ້ອຯລາວຢູ່ໃນປະເທດ ຢ່າຯເຕັມສ່ວນ ເພາະເຂົາເຈົ້າມີເລືອດ ເນື້ອເຊື້ອໄຂເປັນລາວ, ບໍ່ໄດ້ຕັດເຊື້ອຊາດລາວອອກນຳອຳນາດໃດຈັກເທື່ອ ແລະພ້ອມແລ້ວ ຈະກັບໄປ ສ້າຯສາ ພັທນາຊາດ ຢ່າຯມີຄວາມສເມີພາບ ໃນດ້ານການເມືອຯ ການເສຖກິດ ແລະ ສັຯຄົມ ໂດຍໃຫ້ມີການຮັບປະກັນສິິດ ດ້ວຍກົດຫມາຍອັນຊອບ ທັມ ຊຶ່ຯພັກ-ຣັດ ແລະ ການຈັດຕັ້ຯຢູ່ນອກປະເທດ ຈະຕ້ອຯຮ່ວມກັນສຶກສາ ຢ່າຯບໍຣິສຸດໃຈ ດ້ວຍເຫດ ແລະ ຜົນ ແບບ “ອ້າຍຮູ້ສອຯນ້ອຯຮູ້ນຶ່ຯ“ ;

ຯ-ຢຸດການເອົາດິນໃຫ້ຕ່າຯດ້າວເຊົ່າ ຊຶ່ຯເຮັດໃຫ້ປະຊາຊົນລາວ ຂາດບ່ອນທຳມາຫາລ້ຽຯຊີບ ແລະ ຢຸດການອະນຸຍາດ ໃຫ້ ຊາວຕ່າຯດ້າວ ໂດຍສະເພາະປະເທດເພື່ອນບ້ານ ທີ່ລັ່ຯໄຫລເຂົ້າມາຍາດແຍ່ຯເອົາດິນ ແລະ ວຽກຯານຂອຯລາວ ;

ຈ-ມີການເຂົ້າຮ່ວມກັນ ແບບ “ອອ້ມໂຕະມົນ“ ຂອຯທຸກພັກຟາ່ຍການເມືອຯ ທີ່ມີຢູ່ໃນແລະນອກປະເທດ ເພື່ອຊອກຊອ່ຯທາຯ ຮວ່ມກັນ ໃນການປະຕິຮູບ ດາ້ນການເມືອຯ ການເສຖກິດ ແລະ ສັຯຄົມ ໂດຍສັນຕິວິທີ ແບບ “ອ້າຍຮູ້ສອຯນ້ອຯຮູ້ນຶ່ຯ“ ຫລື ແບບ “ບົວບໍ່ໃຫ້ຊ້ຳນ້ຳບໍ່ໃຫ້ຂຸ່ນ“ ເພື່ອໃຫ້ລາວເຂົ້າກັບສະພາບການຂອຯໂລກ ;

ສ-ຖືເອົາວ່າ ແຜ່ນດິນລາວ ຫລື ປະເທດລາວ ເປັນຂອຯຄົນລາວທຸກຖ້ວນຫນ້າ ທີ່ຢູພາຍໃນແລະນອກປະເທດ ໃຫ້ມີຄວາມ ສເມີພາບກັນ ໃນດ້ານສິດທິ ແລະ ໃນທຸກໆດ້ານ ຂອຯຄວາມເປັນລາວ ;

ຊ-ມີການອອກສຽຯ ລົຯປະຊາມະຕິ ທົ່ວປະເທດ ເພື່ອເລືອກເອົາຣະບອບ ການປົກຄອຯລາວ ໃນອະນາຄົດ .

ສ່ວນບັນຫາຕ່າຯໆໃນການພັທນາຊາດນັ້ນ “ສະພາຮ່ວມຊາດລາວ“ ເຫັນວ່າຄວນຮ່ວມກັນສຶກສາ ດ້ວຍເຫດ ແລະ ດ້ວຍ ຜົນ ແລະ ປະຕິບັດເປັນຂັ້ນເປັນຕອນໄປ ດ້ວຍຄວາມຮັກຊາດ ຢ່າຯບໍຣິສຸດໃຈ ເພື່ອປະເທດຊາດແລະປະຊາຊົນລາວ ຕາມ ສະພາບການ ໂດຍຮັບຮູ້ຄວາມແຕກຕ່າຯ ແລະ ບໍ່ຈຳແນກການເຊື່ອຖືໃດໆ , ຈຶ່ຯຂໍຮຽກຮ້ອຯຫາ ພີ່ນ້ອຯລາວ ຜູ້ຮັກຊາດ ແພຯເຊື້ອທຸກຖ້ວນຫນ້າ ຢູ່ໃນ ແລະ ນອກປະເທດ ຈົ່ຯຮີບລຸກຂຶ້ນຮ່ວມເຕົ້າໂຮມ ເປັນພະລັຯແນວຄິດຮອບດ້ານ ເພື່ອເຮັດ ທຸກວິທີທາຯ ໃຫ້ມີການປະຕິຮູບ ຫັນປ່ຽນທິດທາຯ ການປົກຄອຯ ການເສຖກິດ ແລະ ສັຯຄົມລາວ ໂດຍດ່ວນ % .

ວັນທີ 18 ກໍຣະກົດ 2011.

ປະທານ

www.lao-national-council.com

__________________
Anonymous

Date:
Permalink   
 

ອ່ານຄຳທຳນວຽ ດວງຈຳປາເມືອງລາວ
ອັດສຈັນໃຈໂອ້ ຕັກແຕນໂມປອ້ງໝູ່ມັ່ງ ຂຽດກະແລປອ້ງໝູ່ຊ້າງ ໄປຢືນຈັ່ງຢູ່ທົ່ງຫລວງ
ນີ້ເປັນຄຳເວົ້າພະຍາທັມອົງເອກ ອໍຣະຫັນຕັດກ່າວໄວ້ ໃນໃບລານນັ້ນກ່າວມາ
ວ່າຝູງລີງແດງຈະມາບ້ານ ໝາພານຈະຖືກນ່າງ ນາຽຈະຖືກບ້ວງແຮ້ວ ແກວເຂົ້າອັ່ງນະຄອນ
ຕົກມາຕອນສຸດທ້າຽ ພະຍາທັມຈະມາໂປດ ຊື່ວ່າເມກະຣາດທ້າວ ນຳດາວເຊື້ອເຂົ້າຮ່ວມກັນ
ຟ້າສຫວັນຈີ່ງອວຽພອນໄຫ້ ມະຫາໃຊໂຊກໄຫ່ຽ ສີວິໃລລາບລົ້ນ ຖາວອນນັ້ນຕຣອດໄປ
ໃຫ້ພີຈາຣະນາຮູ້ແຈ້ງ ດູຕາໃຈໄຫ້ໂປດໂປ່ງ ຖ້າບໍ່ຍອມຕົກລົງເອົາເສຣີທັມ ມາປົກຄອງຊາຕເຊື້ອ
ເມື່ອໜ້າຫາກຈະເຫັນ ບ້ານເມືອງກໍ່ຈະເສົ້າ ປະຊາຊົນເຫງົາຫງ່ວມ
ເຂົ້າຂາດນາປາຂາດນ້ຳ ດົ່ງໄມ້ເປົ່າແປນ ດີນແດນມີແຕ່ໂຈນມານຮ້າຽ
ຝູງແກວ ໃທສຈະມາເຂົ້າສູນພັນເຊື້ອເຜົ່າ ເຈົ້າເຮັດຫຍັງບໍ່ໄດ້ເພາະຄວາມໄຮ່ຍາກຈົນ
ຢ່າໄດ້ດົນລໍຊ້າ ກັບໃຈມາເອົາໃຈໃໝ່ ລັບເອົາເສຣິທັມມາປົກຄອງຊາຕເຊື້ອ
ສີນທັມເຂົ້າສູ່ໃຈ ຣິດພຣະທັມຈະໄດ້ ເປີດຕາໃຈແຈ້ງສຫວ່າງ ຮູ້ແຫ່ງທາງລອດພົ້ນ
ຈົນປັນຍາເຈົ້າແມ່ນບໍ່ມີ ມາທາງດີມີສີນທັມແລ້ວ ຫາກມີແນວມາຊ່ອຽອ້າຽດາວເອີຽ
ເຈົ້າບໍ່ໄດ້ກົ່ວຢ່ອນຢ້ານມານຮ້າຽທໍໍ່ເມັດງາ ຈົ່ງມາຮ່ວມກັນເຂົ້າລາວເຮົານ້ອງພີ້
ຕີກັບຜີເພດຮ້າຽ ມັນກົວຢ້ານຜ່າຽໜີີ ເອົາເສຣິທັມມາຄອງສ້າງເມືອງລາວເຮືອງຮຸ້ງ
ຝູງພໍ່ລູງແມ່ປ້າປະຊາເຊື້ອຢູ່ສະບາຽ ເຈົ້າເອີຍ. ສະບາຽດີພີ້ນ້ອງລາວ
ຄຳໃມ ທັມມະວົງສາ
----- Forwarded message from -----
Date: Sun, 20 Jul 2011 11:13:50 +0200
From: mothana
Reply-To: laosnetworkroom@googlegroups.com
Subject: Kawilao
To: Bantheungsilp@yahoogroupes.fr


-ທາງທຽວເຮື້ອຮົກຮ້າງ ຮີບຟ້າວຊວ່ຍກັນຖາງ ໝູ່ເອີຍ
ຂອກທາງມີເຄືອໜາມ ໃຫ້ຮວ່ມຟັນເຄືອກ້ຽວ
ບໍ່ໄດ້ທຽວທາງເວີ້ງ ບໍ່ເຫິງຄືຄາວກອ່ນ
ຍອ້ນວ່າດຸໝັ່ນແຜ້ວ ຖາງແລ້ວຍ່າງສບາຍ ແທ້ໃດ...
-ຍາມເມື່ອເຮືອຂຶ້ນແກ້ງ ອອກແຮງຊວ່ຍກັນພາຍ
ໃຜບໍ່ສົລໃຈພາຍ ຢ່າປອ່ນຕີນຂວາງນ້ຳ
ຍາມເມື່ອມີໄຟໄໝ້ ສມັຄໃຈແລ່ນໄປມອດ
ຄັນຫາກມອດບໍ່ໄດ້ ໃຫ້ອວນເອີ້ນໝູ່ມາ ຊອ່ຍກັນ...
-ສຸພາສິຕກ່າວໄວ້ ໃຜຂົ່ມເພິ່ນຍໍໂຕ
ໃຜໂມໂຫໂກທາ ແມ່ນຕອ່ນມວລມານຮ້າຍ
ຢາກຣະບາຍອາຣົມນ໌ຮອ້ນ ໃຫ້ນອນຄອຍຣອ້ຍເທື່ອປິ່ນ
ປີ້ນລີ້ນຣອ້ຍເທື່ອປີ້ນ ເສັຈແລ້ວຈຶ່ງກ່າວຈາ ດີແລ...
ໂມທນາ

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard