ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສິນຄ້າ ບໍ່ມີຄຸນນະພາບ ຈາກຈີນ ເຂົ້າລາວ
Anonymous

Date:
ສິນຄ້າ ບໍ່ມີຄຸນນະພາບ ຈາກຈີນ ເຂົ້າລາວ
Permalink   
 


F-copy-cell-phone.jpg

ເຄື່ອງ ອຸປໂພຄ ບໍຣິໂພຄ ຕ່າງໆ ທີ່ ຂາດມາຕຖານ ຫລືຈຳພວກ ສິນຄ້າປອມ ຕ່າງໆ ສ່ວນຫລາຍ ຈະຖືກລັກລອບ ນຳເຂົ້າ ເມືອງລາວ ເປັນຂະບວນ ໂດຽຜ່ານເຂຕ ຊາຍແດນ ລາວ-ຈີນ ທີ່ບໍ່ມີ ເຈົ້າໜ້າທີ່ ກວດຫລື ເຝົ້າຍາມ ແຕ່ຢ່າງໃດ ພ້ອມຍັງມີ ຄວາມສະດວກ ໃນກາຣ ຂົນຍ້າຍ ສິນຄ້າ ປະເພທນີ້ ໄປຊຸກເຊື່ອງໄວ້ ທົ່ວເຂຕ ຊາຍແດນ ທາງຝັ່ງລາວ. ດັ່ງເຈົ້າໜ້າທີ່ ຈາກກົມ ອາຫາຣ ແລະ ຢາ ໄດ້ກ່າວວ່າ:

“ເຄື່ອງທີ່ ນຳເຂົ້າມາ ກໍຈະເປັນ ລັກລອບ ຈະນຳເຂົ້າມາ ເຄື່ອງປອມແປງ ສ່ວນຫລາຍ ເຂົາຈະເອົາ ມາທາງລັບ ທາງນອກ ຜ່ານມາທາງ ຊາຍແດນ ສ່ວນຫລາຍ ຈະບໍ່ສູ້ ເອົາມາຜ່ານ ມາທາງ ຂ້າງນອກ ທາງທີ່ ລັກລອບ ເຂົ້າມາ”.

ທ່ານກ່າວ ອີກວ່າ ສິນຄ້າ ເຄື່ອງ ອຸປໂພຄ ບໍຣິໂພຄ ທີ່ລ້ວນແຕ່ ເປັນຂອງປອມ ແລະ ບໍ່ໄດ້ ມາຕຖານ ຂາດຄຸນນະພາບ ແຕ່ຫາກມີ ກາຣຣະບາດ ແພ່ກະຈາຍ ອອກໄປຂາຍ ໃນຫລາຍແຂວງ ທົ່ວ ປະເທສ ເຊັ່ນ: ແຂວງ ສວັນນະເຂຕ, ຊຽງຂວາງ, ຜົ້ງສາລີ, ອຸດົມໄຊ, ຫລວງນ້ຳທາ ແລະ ບໍ່ແກ້ວ. ສິນຄ້າ ສ່ວນຫລາຍ ແມ່ນມາຈາກ ປະເທສຈີນ ໂດຽມີ ຂະບວນກາຣ ເປັນຜູ້ນຳເຂົ້າ ໃນລັກສະນະ ເປັນຂອງໃຊ້ ຕິດຕົວ ປະມານ 3-5 ລັງ ແລະ ຜູ້ເປັນ ເຈົ້າໜ້າທີ່ ປະຈຳ ດ່ານ ກໍທຳທ່າ ບໍ່ສົນໃຈນຳ, ແຕ່ ຄວາມຈິງແລ້ວ ເຈົ້າໜ້າທີ່ ຄົນນັ້ນ ໄດ້ຮັບເງິນ ບາງສ່ວນ ເປັນສິນບົນ ໄປແລ້ວ ໂດຽທີ່ ບໍ່ຄຳນຶງ ເຖິງກຽດ ສັກສີ ຂອງກາຣເປັນ ເຈົ້າໜ້າທີ່ ແລະ ຄວາມເສັຽຫາຍ ຂອງ ປະເທສຊາຕ ແຕ່ຢ່າງໃດ.

ກາຣລັກລອບ ເອົາສິນຄ້າ ເຂົ້າເມືອງລາວ ອີກ ປະເພທນື່ງ ກໍຄື ກາຣເຂົ້າ ໃນຊ່ອງທາງ ພິເສດ ຕາມຊາຍແດນ ທີ່ທາງ ເຈົ້າໜ້າທີ່ ເຂົ້າໄປບໍ່ເຖິງ ເຊັ່ນ ຢູ່ຕາມເຂຕ ຊົນນະບົທ ໃນແຂວງ ຫລວງນ້ຳທາ ແລະ ຜົ້ງສາລີ ທີ່ມັກຈະມີ ຜູ້ຮັບເໝົາ ເພື່ອນຳເອົາ ສິນຄ້າ ອອກໄປຂາຍ ຕໍ່ໃຫ້ພວກ ພໍ່ຄ້າ ແມ່ຄ້າ ອີກທອດນື່ງ.

http://www.rfa.org/lao/news-about-laos/fake-goods-from-china-to-laos-08052011173336.html



__________________
Anonymous

Date:
Permalink   
 

ສັງຄົມລາວເປັນສັງຄົມທີ່ຍຶມຮັບກັບສິນຄ້າບໍ່ມີລາຄາຈາກ ສປຈ ສປວນ

ງາມຫ້ນາຫລາຍນໍ ສະຫາຍຈູມ ໄຊສົມພອນ ທອງສີງ

ປົດປ່ອຍອອກສະຈາກການເປັນຂີ້ຂ້າມ້າໃຊ້ ປທ ຂີ້ທຸກຂິ້ຍາກນິ້

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard