ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວນອກຕາໃສ ລາວໃນຕາບອດ


Newbie

Status: Offline
Posts: 4
Date:
ລາວນອກຕາໃສ ລາວໃນຕາບອດ
Permalink   
 


ຖ້າເຮົາເບິ່ງພາບຮວມແລ້ວ ຄົນລາວຜູ້ທີ່ສົນໃຈຝັກໄຝ່ທາງດ້ານການເມືອງ ເມື່ອມາຕົກຢູ່ຕ່າງປະເທດແລ້ວຈະເຫັນໄກ ຄືຈະໄດ້ອ່ານຂ່າວ ຟັງຂ່າວ ເຫັນຂ່າວຂອງລາວ ຂອງໂລກເກືອບທຸກວັນ. ລາວນອກເຮົາ ຖ້າເມືອເມືອງລາວ ຫຼືໂທເມືອເມືອງລາວ ກໍມັກຈະໄດ້ຍິນສຽງຈົ່ມຈາກຍາດພີ່ນ້ອງ ຫຼືຫມູ່ເພື່ອນກ່ຽວກັບການສໍ້ຣາຊບັງຫຼວງ ສໍ້ຫຼວງບັງຣາຊ ການກອບໂກຍກິນບ້ານກິນເມືອງຂອງເຈົ້ານາຍລາວ. ສະນັ້ນ ລາວນອກຈະຮູ້ໄກ ເຫັນໄກໄປເລື້ອຍໆ.

ກົງກັນຂ້າມລາວໃນ ຖ້າໄດ້ເບິ່ງຂ່າວ ອ່ານຂ່າວກໍຈະໄດ້ຮັບຮູ້ແຕ່ການຢ້ຽມຢາມຂອງຜູ້ຕາງຫນ້າປະເທດນັ້ນ ປະເທດນີ້ ການຊ່ວຍເຫຼືອຂອງປະເທດນັ້ນ ປະເທດນີ້. ສໍາລັບຂ່າວແນວບໍ່ດີຈະມີເຫັນເດັດຂາດ ທີ່ເຂົາເຈົ້າເຫັນການກອບໂກຍກິນບ້ານເມືອງນັ້ນ ກໍຍ້ອນມັນຫນາຫູຫນາຕາຂຶ້ນມານັບມື້ນັບຮຸນແຮງຂຶ້ນ. ລາວໃນຈະເຫັນແຕ່ຢູ່ໃນຂອບເຂດ ເຊັ່ນການໄປຫາເງິນຢູ່ເມືອງໄທ ການຄ້າຂາຍຢາບ້າ ການຂາຍບໍຣິການທາງເພດ ການມ່ວນຊື່ນຕາມຮ້ານກິນດື່ມແຕ່ລະວັນເປັນຕົ້ນ. ເຂົາເຈົ້າຈະບໍ່ກ້າເວົ້າກ້າວ່າ ກ້າທັກທ້ວງຫຍັງຫມົດ ມີແຕ່ວ່າຈະພາກັນເຮັດຄືຫມູ່ໄປເລີຍ ເພື່ອຈະໄດ້ມາເງິນຄໍາກຳແກ້ວຄືຫມູ່. ສລູບແລ້ວ ເຂົາເຈົ້າກໍບໍ່ຕ່າງຫຍັງກັບຄົນຕາບອດ ຫູຫນວກກິນຟານຊື່ໆ.



-- Edited by buckhumnoy on Sunday 7th of August 2011 03:02:15 PM

__________________
Anonymous

Date:
Permalink   
 

ທ່ານ Chai Lao       topic ໂຕທີ່ສອງ  ທ່ານ post ອີກໃໝ່ໄດ້ບໍ່ ?



__________________


Newbie

Status: Offline
Posts: 4
Date:
Permalink   
 

ເປັນດ້ວຍເຫດໃດນໍ ບົດຂຽນ ລາວນອກ ລາວໃນ ລາວໄປ ລາວຫຼົງ ຈຶ່ງຖືກລຶບ?



__________________
Anonymous

Date:
Permalink   
 

ຂຽນໃໝ່ໄດ້ທ່ານ  ຂໍອະໄພນຳຫລາຍໆ ກຳລັງ Update ຢູ່



__________________
Anonymous

Date:
Permalink   
 

ນັບຖືແລະ ຮັກແພງ ທ່ານ Chai lao!

ຂພຈ ກໍ່ຜູ້ນື່ງມັກຕິດຕາມ ຂ່າວຄາວບ້ານເມືອງເຮົາ ບໍ່ວ່າຈະເປັນຂ່າວພາຍໃນຫຼືຕ່າງປະເທດແລະບາງເທື່ອພໍມີເວລາກໍ່

ເຂົ້າມາຢູ່ຫອ້ງສົນທະນາຄືຈັ່ງຊິລະ. ແຕ່ກໍ່ບໍ່ໄດ້ໃສ່ອົກໃສ່ໃຈຫຍັງເກີນໄປຄຳທີ່ວ່າ”ລາວນອກຕາໃສລາວໃນຕາບອດ“ນັ້ນ

ມັນກໍ່ຖືກບໍ່ມີຜິດດອກ ຕ່າງແຕ່ຜູ້ທີ່ຈະນຳເອົາໄປແປຫຼືທຳຄວາມເຂົ້າໃຈນັ້ນຈະເຫັນພອ້ມທຸກສີ່ງທຸກຢ່າງເໝືອນກັບຜູ້ຂ້ານັ້ນຫຼືບໍ່ກໍ່ຍັງເປັນຄຳຖາມອີກປະເດັນນື່ງ. ເພາະສະນັ້ນການແນມກວ້າງເຫັນໄກເຫັນຄວາມຈະເລີນສີວິໄລຂອງປະເທດຕາເວັນຕົກແລ້ວຄົນລາວນອກບໍ່ວ່າຈະຢູ່ໃນມຸມ

ໂລກໃດກໍ່ຕາມ ລ້ວນແລ້ວແຕ່ຢາກໃຫ້ປະເທດຊາດທີ່ຄືບ້ານເກີດເມືອງນອນຂອງຕົນເອງມີການພັດທະນາຂະຫຍາຍຕົວ ບໍ່ວ່າຈະເປັນທາງດ້ານວັຖຸຫຼືຈິຕໃຈກໍ່ເຊັ່ນດ່ຽວກັນຫາກເພີ່ນຍົກສູງດ້ານລະບົບການສຶກສາແລະແນມເຫັນບົດບາດຄວາມ

ສຳຄັນຂອງພະນັກງານຄຣູອາຈາຣ ໃຫ້ກຳລັງໃຈຂື້ນເງີນເດືອນໃຫ້ຕາມຂັ້ນຕາມລະດັບຄວາມຮູ້ແລະຄວາມ ສາມາດ ຂອງແຕ່ລະທ່ານແລ້ວ ນັກຮຽນນັກສຶກສາ ຄົນລຸ້ນໄໝ່ຕ້ອງໄດ້ຮັບບົດຮຽນທີ່ມີປະສິດຕິພາບດີ ບໍ່ແມ່ນຈະເຮັດຄືຜ່ານມາໄດ້ງິນວ່າຄຣູອາຈາຣຕ້ອງລໍຖ້າເງິນເດືອນເກືອບສອງສາມເດືອນກໍ່ບໍ່ຮູ້ວ່າ ເປັນຍ້ອນສາຍເຫດໃດ. ຄັນຊິວ່າ”ລາວໃນຕາບອດ“ນັ້ນມັນກໍ່ບໍ່ເປັນແນວນັ້ນໝົດດອກ ສວ່ນຫຼາຍແມ່ນມັນເປັນຍອ້ນ

ນິໃສມັກງ່າຍຂອງຄົນລາວຕ່າງຫາກ ໃຫ້ມີພໍໄດ້ຢູ່ໄດ້ກິນໄປມື້ວັນກໍ່ແລ້ວກັນ ອັນເລື່ອງການເມືອງນັ້ນແມ່ນບໍ່ມີເວລາ

ເຫຼືອພໍທີ່ຈະໄປສົນໃຈມັນຫຼືບໍ່ຢາກກ່ຽວຂ້ອງເລີຍ ກໍ່ເນື່ອງຈາກວ່າ ເສຖະກິດຝືດເຄືອງ ໃຜຊອກຫາເຮັດກິຈກາຣໃດ

ນື່ງໄດ້ກໍ່ສະແດງວ່າເອົາຕົວລອດ.ແຕ່ມີກຸ່ມສ່ວນນ້ອຍທີ່”ລາວໃນ“ບໍ່ຢາກໄດ້ຍິນ ບໍ່ຢາກໄດ້ຟັງນັ້ນກໍ່ຄືກຸ່ມຜູ້ນຳນີ້ເອງ

ຕົນເອງໄດ້ດີມີອຳນາດມີເງິນມີສັບສິນ ມັກອວດໂອ່ງທະນົງໂຕ ເຮັດຫູໜວກຕາບອດພອ້ມໆກັນ ອັນນີ້ກໍ່ສະແດງໃຫ້ເຫັນວ່າ

ຂາດຄຸນນະພາບທາງດ້ານການນຳ ຜົນທີ່ໄດ້ຮັບອອກມາກໍ່ຄືຄວາມທຸກຍາກຫຼ້າຫຼັງຂອງປຊຊ ຖ້າຫາກຜູ້ນຳກຸ່ມນີ້

ເຮັດວຽກອັນໃດກໍ່ຊັກຊ້າຫຼ້າຫຼັງແລ້ວ ຈະເຮັດແນວໃດຈິ່ງຈະແລ່ນທັນບ້ານເມືອງເຂົາ.ຂພຈ ຂໍໃຫ້ຄວາມເຫັນເທົ່ານີ້ກອ່ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard