ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຫຍັງ ຖະໝົນຫົນທາງຢູ່ບ້ານເຮົາຄືມາຂີ້ລ້າຍ ແລະເປື້ອນເປິະແທ້
Anonymous

Date:
ເປັນຫຍັງ ຖະໝົນຫົນທາງຢູ່ບ້ານເຮົາຄືມາຂີ້ລ້າຍ ແລະເປື້ອນເປິະແທ້
Permalink   
 


Image

ເປັນຫຍັງ ນະຄອນຫຼວງວຽງຈັນ ອັນທີ່້ເປັນເມືອງເອກຂອງປະເທດ ເປັນຫັຍງຖະໝົນຫົນທາງມັນຄືມາຂີ້ເຫິະເປິະເປື້ອນ ຂີ້ຝຸ່ນໄງ່ແດງປານ ສະໄໜຫົນທາງແດງແຕ່ກອ່ນເກືອບບໍ່ຕ່າງຫຍັງເລີຍ. ເປັນຫຍັງຢູ່ບ້ານເພິ່ນຄືມາພັດທະນາແທ້ ຍົກຕົວຢ່າງຫວຽດນາມ ຖະໝົນຫົນທາງເພິ່ນຄືມາໃຫຍ່ງາມມາດ ຕະຖານ ທາງໄຮເວກໍ່ມີປ້າຍບອກທິດທາງຂະໝາດໃຫຍ່ ບໍ່ນອ້ຍໝ້າກັບປະເທດເພື່ອນບ້ານ ອາຊຽນອື່ນໆ ສ່ວນທາງຮ່ອມທາງຊອຍຕາມແຖມຊົນນະບົດກໍ່ປູເບຕົງ ເສັ້ນທາງຫຼວງເຂດໃດທີ່ມີຊຸມຊົນກໍ່ມີການຕິດຕັ້ງເສົາໄຟເຍືອງທາງໜົດ ສ່ວນເສັ້ນທາງໃນຕົວເມືອງກໍ່ສະອາດ ໂດຍສະເພາະຕາມຂອບທາງ ບໍ່ມີຂີ່ດິນຟຸ່ນ ຢຶດເອົາສອງຂອບທາງຂອງຖະໝົນເໜືອນດັ່ງວຽງຈັນ. ອັນນີ້ບໍ່ໄດ້ເວົ້າຍ້ອງບ້ານເພິ່ນແລ້ວ ຖັບຖົມໂຕເດີ້ ມັນເປັນການປຽບທຽບວ່າເປັນຫຍັງເຂົາຄືມາໄປໄວກວ່າເຮົາຫຼາຍເທົ່າແລ້ວ ເຮັດຈັ່ງໃດເຮົາຈຶ່ງສິຕາມເພື່ອນບ້ານໃຫ້ທັນ ນັ້ນແມ່ນບັນຫາທີ່ຕ້ອງຄິດແລ້ວ ເພາະປີ2020 ປະເທດລາວເຮົາຈະຫຼຸດພົ້ນອອກຈາກເປັນປະເທດທີ່ຕິດອັນດັບດ້ອຍພັດທະນາ ຖ້າເປັນເຊັ່ນນີ້ຄົງຈະເປັນໄປໄດ້ຍາກ.



__________________
Anonymous

Date:
RE: ເປັນຫຍັງ ຖະໝົນຫົນທາງຢູ່ບ້ານເຮົາຄືມາຂີ້ລ້າຍ ແລະເປື້ອນເປິະແທ້
Permalink   
 


ກໍຍ້ອນວ່າ ນິສັຍຜູ້ທີ່ເອີ້ອນວ່າພັກ ແລະຮັດ   ມີແຕ່ຄົນມາແຕ່ປ່າ ດ້ອຍການສຶກສາ  ບໍ່ມີສາຍຕາກວ້າງໄກ ຂາດທັສນີຍະພາບ  ເຫັນແຕ່ຖົງໂຕເອງ ຢ້ານມັນແວບ !  ມີແຕ່ສໍ້ ແຕ່ໂກງ ກິນບ້ານ ກິນເມືອງ. ເບິ່ງຜູ້ນຳຜູ້ໃດ ກໍມີເງິນຕັ້ງ ຫລາຍຮ້ອຍລ້ານໂດລາ  ແມ່ນມັນຫາມາແຕ່ໃສ   ແຕ່ກ່ອນຢູ່ໃນປ່າ ກິນເຜືອກ ກິນມັນ ບາດເຂົ້າມາ ງັບອຳນາດ ບໍ່ພໍເທົ່າໃດ ມີເງິນເຫລືອຖົງ  ພາກັນສ້າງເຮືອນປານມະຫາປາສາດ ຊື້ຮົດໃຫ້ລູກໆ ຂີ່ຮົດສປອດ ຄົນລະເປັນແສນ ອວດບ້ານ ຂົ່ມເມືອງ

ແນວນີ້ ມັນຊິໃຫ້ບ້ານເມືອງສວຍງາມ  ໄດ້ແນວໃດ  ບໍ່ຕ້ອງໄປທຽບໃສ່ວຽດນາມ   ແມ່ນແຕ່ຄົນທ່າບໍ່ ສີຊຽງໃຫມ່ເຂົາກໍຍັງຫົວຂັວນ  ວ່ານີ້ບໍ່ຄົນລາວ ຫົວຄິດ ກໍພຽງເທົ່ານີ້ ເປັນບ້ານເປັນເມືອງ ມາເຖິງສັຕວັດທີ່ 21 ແລ້ວ ກໍຍັງບໍ່ບໄປຮອດໃສ  ເບິ່ງພຽງແຕ່ຖນົນຫົນທາງ ແລດແລ້ວ ແລດອີກ ບໍ່ພໍທໍ່ທໃດມື້ ກໍເປັນຖນົນ ປານຢູ່ດວງຈັນ ເປັນຂຸ່ມ ເປັນບໍ່ ຈົນບາງບ່ອນກໍມີຮອດປາ!   ໂອຍ ມັນຈັ່ງແມ່ນເປັນຕາອາຍຟ້າດິນ  ອາຍໄທອິສານ ອາຍໄທ ທ່າບໍ່ ສີຊຽງໃຫມ່ເດ!



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard