ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກົດໝາຍຫລືວ່າກົດໝູ່ ?
Anonymous

Date:
ກົດໝາຍຫລືວ່າກົດໝູ່ ?
Permalink   
 


ກົດໝາຍຕ້ານການສໍ້ຣາສ ມີພ້ອມນໍາໃຊ້ໄດ້ແລ້ວ

2011-11-02

ກົດໝາຍ ວ່າດ້ວຍ ການຕໍ່ຕ້ານ ສໍ້ຣາສ ບັງຫລວງ ຂອງ ສປປລາວ ບໍ່ຈໍາເປັນ ຕ້ອງມີ ດໍາຣັດ ຈັດຕັ້ງ ປະຕິບັດ ເພາະ ກົດໝາຍ ດັ່ງກ່າວ ມີຄວາມ ລະອຽດ ແຈ່ມແຈ້ງ ໃຊ້ໄດ້ ແລ້ວ.

F-law.jpg

RFA

ສປປລາວ ມີກົດໝາຍ ວ່າດ້ວຍ ການຕ້ານ ສໍ້ຣາສ ບັງຫຼວງ ຢ່າງຣະອຽດ ແຈ່ມແຈ້ງ.

ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ຍຸຕິທັມ ທີ່ ນະຄອນຫລວງ ວຽງຈັນ. ທ່ານແຈ້ງວ່າ:

"ພວກເຮົາ ມີ ກົດໝາຍ ວ່າດ້ວຍການ ຕ້ານການ ສໍ້ຣາສ ບັງຫລວງ ດໍາຣັດ ການຈັດຕັ້ງ ປະຕິບັດ ບໍ່ມີ ເພາະ ຖ້າວ່າ ກົດໝາຍ ມັນລະອຽດ ຈະແຈ້ງ ແລ້ວ ກໍບໍ່ຈໍາເປັນ ອອກດໍາຣັດ ຈັດຕັ້ງ ປະຕິບັດ ເພາະວ່າ ການອອກ ດໍາຣັດ ຈັດຕັ້ງ ປະຕິບັດ ກົດໝາຍ ມັນກໍເປັນພຽງ ທີ່ວ່າ ບັນຫາ ທີ່ບໍ່ຈະແຈ້ງ ພວກເຮົາ ຈຶ່ງຄ່ອຍ ອອກ ດໍາຣັດ ຈັດຕັ້ງ ປະຕິບັດ ເພື່ອແນະນໍາ ໃຫ້ມັນ ລະອຽດ ກວ່າເກົ່າ".

ທ່ານກ່າວ ຕື່ມອີກວ່າ ໃນຮ່າງ ກົດໝາຍ ຕໍ່ຕ້ານ ການສໍ້ຣາສ ບັງຫລວງ ຂອງ ສປປລາວ ມີຂໍ້ກໍານົດ ມາຕຣາ ແລະ ບົດ ລົງໂທດ ແຈ່ມແຈ້ງດີ ຢູ່ແລ້ວ ຈື່ງບໍ່ມີ ຄວາມຈໍາເປັນ ຕ້ອງອອກ ດໍາຣັດ ຈັດຕັ້ງ ປະຕິບັດ   ຖ້າຈະມີຂຶ້ນ ກໍຕໍ່ເມື່ອ ກົດໝາຍ ນັ້ນໆ ບໍ່ມີຄວາມ ຊັດເຈນ, ບໍ່ສາມາດ ນໍາມາເປັນ ບ່ອນອີງ ໃນການ ພິຈາຣະນາ ຄະດີ ໄດ້.

ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ສານ ແຂວງ ຄໍາມ່ວນ ກໍໄດ້ ກ່າວວ່າ ບັນຫາ ການ ສໍ້ຣາສ ບັງຫລວງ ຍັງບໍ່ໄດ້ຮັບ ການແກ້ໄຂ ຢ່າງຈິງຈັງ ຫລື ແກ້ໄຂ ແບບຊັກຊ້າ ຍ້ອນບໍ່ມີ ຣາຍລະອຽດ ໃນ ກົດໝາຍ:

"ປາກົດການ ຫຍໍ້ທໍ້ ບັນຫາ ການ ສໍ້ຣາສ ບັງຫລວງ ບັນຫານີ້ ຖືວ່າ ໄດ້ຮັບການ ແກ້ໄຂ ຊັກຊ້າ ກົດໝາຍ ການ ສໍ້ຣາສ ບັງຫລວງ ພໍໄດ້ ຮັບຮອງເອົາ ແລະ ມາເຖິງ ປັຈຈຸບັນ ນີ້ ການອອກ ດໍາຣັດ ຈັດຕັ້ງ ປະຕິບັດ ປາກົດວ່າ ຍັງບໍ່ທັນ ໄດ້ອອກ ອັນນີ້ ບັນຫາ ການແກ້ໄຂ ການສໍ້ຣາສ ບັງຫລວງ ອືດອາດ ແລະ ຊັກຊ້າ".

ຣາຍງານ ຂອງ ອົງການ ສາກົລ ທີ່ ປະຕິບັດ ງານ ໃນລາວ ວ່າ ການສໍ້ຣາສ ບັງຫລວງ ສໍາຄັນ ເກີດຂຶ້ນ ຍ້ອນເງິນເດືອນ ຂອງ ເຈົ້າໜ້າທີ່ ທາງການ ບໍ່ພໍໃຊ້ ຈຶ່ງໃຊ້ ສິດອໍານາດ ທີ່ຕົນມີ ເພື່ອ ສແວງຫາ ຜົລປະໂຫຍດ ສ່ວນຕົວ ໂດຍອາສັຍ ຊ່ອງຫວ່າງ ທາງກົດໝາຍ ຕ້ານການ ສໍ້ຣາສ ບັງຫລວງ, ຊຶ່ງ ຈະເຫັນໄດ້ວ່າ ຍັງບໍ່ມີ ເຈົ້າໜ້າທີ່ ຣະດັບສູງ ທ່ານໃດ ຖືກ ດໍາເນີນ ຄະດີ ສໍ້ຣາສ ບັງຫລວງ.



__________________


Newbie

Status: Offline
Posts: 4
Date:
Permalink   
 

ມັນຊິຖຶກດຳເນີນຄະດີແນວໃດ ແນວມັນເປັນມາແຕ່ເທິງພຸ້ນ ພວກສໍ້ແລ້ວສໍ້ເລີຍບໍ່ ຫລື ວ່າກວດຊັບສິນຄືນ ໄປເບີ່ງແນ່ ທາງ ສະຫວັນນະເຂດ ພະນັກງານລັດພາກັນຊື້ລົດຊື້ປຸກເຮືອນລາຄາເປັນ ພັນລ້ານ.......

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard