ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການພັທນາໃນ ສປປ ລາວ ຣະຫວ່າງ ຄົນຮັ່ງມີ ແລະ ຄົນທຸກຍາກ
Anonymous

Date:
ການພັທນາໃນ ສປປ ລາວ ຣະຫວ່າງ ຄົນຮັ່ງມີ ແລະ ຄົນທຸກຍາກ
Permalink   
 


ການພັທນາໃນ ສປປ ລາວ

2011-11-16

ຢູ່ ສປປ ລາວ ການ ພັທນາ ເສຖກິດ ໄດ້ຮັບ ຜົນສຳເຣັດ ດີ ແຕ່ການ ພັທນາ ຊັພຍາກອນ ມະນຸດ ຍັງຊັກຊ້າ ຫຼື ບໍ່ຂຍາຍ ຕົວ ເພາະຄົນ ຍັງຂາດ ຄວາມຮູ້ ຄວາມ ສາມາດ ໃນ ຫຼາຍໆດ້ານ.

F-Yuongsters.jpg

RFA

ຊັພຍາກອນ ມະນຸສ ເປັນສົມບັດ ທີ່ລໍ້າຄ່າ ຂອງ ປະເທດຊາຕ

ໂຄງການ ພັທນາ ສະຫະ ປະຊາຊາດ ຫລື UNDP ຣາຍງານ ວ່າ: ເສຖກິດ ໃນສປປລາວ ຂຍາຍຕົວ ຢ່າງ ວ່ອງໄວ ໃນຣະຍະ ສອງສາມ ປີ ທີ່ຜ່ານມາ ແຕ່ ປະຊາຊົນ ສ່ວນຫລາຍ ຍັງທຸກຍາກ ຂາດເຂີນ ຢູ່ຄືເກົ່າ, ເຫດຜົນ ສ່ວນນຶ່ງ ກໍຍ້ອນ ສິ່ງແວດລ້ອມ ຖືກທຳຣາຍ ເພາະ ປະຊາຊົນ ລາວກວ່າ 80 ສ່ວນຮ້ອຍ ທຳມາ ຫາກິນ ດ້ວຍການ ອາໄສ ທັມມະຊາດ ເປັນຫຼັກ.

ທ່ານ ມິ່ນ ຟາມ ຜູ້ຕາງໜ້າ ໂຄງການ ພັທນາ ສະຫະ ປະຊາຊາດ ປະຈຳ ສປປລາວ ກ່າວຢູ່ ນະຄອນຫລວງ ວຽງຈັນ ເມື່ອອັງຄານ ວ່າ ປະຊາຊົນ ທຸກຄົນ ຄວນໄດ້ ຮັບຜົນ ປໂຍດ ຈາກການ ຂຍາຍຕົວ ທາງດ້ານ ເສຖກິດ; ແຕ່ວ່າ ຢູ່ ສປປລາວ ໃນ ປັດຈຸບັນ ຊ່ອງວ່າງ ຫລື ຄວາມ ບໍ່ ສເມີພາບ ໃນດ້ານ ຣາຍໄດ້ ຣາຍຮັບ ຣະຫວ່າງ ຄົນຮັ່ງມີ ແລະ ຄົນທຸກຍາກ ນັບມື້ ນັບກວ້າງ ອອກ ແລະ ຄວາມ ບໍ່ ສເມີພາບ ຣະຫວ່າງ ເພດຍິງ ແລະ ເພດຊາຍ ກໍກວ້າງອອກ ເຊັ່ນກັນ.

ເຖິງຢ່າງໃດ ກໍດີ ໂຄງການ ສະຫະ ປະຊາຊາດ ກໍຣາຍງານ ອີກວ່າ ທັສນີ ການ ພັທນາ ຊັພຍາກອນ ມະນຸດ ຢູ່ລາວ ໄດ້ສູງຂື້ນ ໃນປີນີ້ ເມື່ອທຽບໃສ່ ປີກາຍ ຄືໄດ້ ສູງຂື້ນ ຈາກ 0.52 ຂື້ນ ເປັນ 0.524 ຊຶ່ງ ໝາຍຄວາມ ວ່າ ຊັພຍາກອນ ມະນຸດ ຫລື ຄົນລາວ ໄດ້ຮັບການ ພັທນາ ດີຂື້ນ ເລັກນ້ອຍ.

ທ່ານ ບຸນທະວີ ສີສຸພັນທອງ ຮອງ ຣັຖມົນຕຣີ ກະຊວງ ແຜນການ ແລະ ການລົງທຶນ ຂອງລາວ ກ່າວ ໃນພິທີ ອອກບົດ ຣາຍງານ ນັ້ນວ່າ ການພັທນາ ຊັພຍາກອນ ມະນຸດ ຢູ່ ສປປລາວ ບໍ່ໄດ້ ຮັບຜົນດີ ເທົ່າໃດ ກໍເພາະ ມີການ ທຳຣາຍ ສິ່ງແວດລ້ອມ ຫລາຍເກີນໄປ; ສະນັ້ນ ບົດ ຣາຍງານ ນີ້ ຄົງຈະເປັນ ປໂຍດເຕືອນ ໃຫ້ຄນະຜູ້ນຳ ຣັຖບານ ລາວ ໃຫ້ຮູ້ຈັກ ວ່າ ການວາງແຜນ ພັທນາ ເສຖກິດ ແລະ ສັງຄົມ ຢູ່ລາວ ຕ້ອງເອົາ ໃຈໃສ່ ການປົກປັກ ຮັກສາ ສິ່ງແວດລ້ອມ ໄປພ້ອມ ຢ່າງ ເຂັ້ມງວດ.



__________________
Anonymous

Date:
RE: ການພັທນາໃນ ສປປ ລາວ ຣະຫວ່າງ ຄົນຮັ່ງມີ ແລະ ຄົນທຸກຍາກ
Permalink   
 


ການພັດທະນາຊັບພະກອນມະນຸດກັບການທໍາລາຍສິ່ງແວດລ້ອມມີການພົວພັນ

ກັນແນວໃດ໋? ຊ່ອຍອະທິບາຍສູ່ຟັງແດ່ທ່ານບຸນທະວີ, ຂອບໃຈ.



__________________


Newbie

Status: Offline
Posts: 3
Date:
Permalink   
 

ຕາມຜູ້ຂ້າຄິດແລ້ວ ມັນບໍ່ກ່ຽວກັນເລີຍ ເລື້ອງກໍ່ສ້າງຄົນໃຫ້ມີຄວາມຮູ້ມີການສຶກສາດີ ກັບ ການທຳລາຍສິ່ງແວດລ້ອມ ມັນຊິໄປຄັດກັນໄດ້ແນວໃດກັບການພັດທະນາມະນຸດ ທ່ານມີໂຮງຮຽນໃຫ້ເຂົາຮຽນແລ້ວບໍ ມີຄູບາອາຈານພຽງພໍແລ້ວບໍ
ທີ່ຈະມາສິດສອນພວກເຂົາ ຫຼືວ່າເປັນຍ້ອນຕັດໄມ້ທຳລາຍປ່າເລີຍບໍ່ມີໄມ້ມາເຮັດໂຮງຮຽນຊັ້ນບໍ ຫຼື ວ່າ ສ້າງເຂື່ອນຫຼາຍນ້ຳທ້ວມໂຮງຮຽນໂຮງໝໍໝົດເລີຍບໍ່ມີບ່ອນກໍ່ສ້າງຊັບພະຍາກອນມະນຸດ ຊັ້ນບໍ໋ ສະຫາຍ ບຸນທະວີ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard