ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການຄາຕກັມ ໃນຄາຊີໂນບໍ່ເຕັນ
Anonymous

Date:
ການຄາຕກັມ ໃນຄາຊີໂນບໍ່ເຕັນ
Permalink   
 


ການຄາຕກັມ ໃນຄາຊີໂນບໍ່ເຕັນ

2011-11-17

ຄາຊີໂນ ບໍ່ເຕັນ ຂ.ຫຼວງນໍ້າທາ ຍັງມີ ເຫດ ການຄາຕກັມ ເກີດຂຶ້ນ ຢູ່ ຢ່າງຕໍ່ເນື່ອງ.

F-boten-hotel.jpg

Phieng Chansina

ໂຮງແຮມ ຄາຊີໂນ ໃນເຂດ ເສຖກິດ ພິເສດ ບໍ່ເຕັນ

ຕາມລາຍງານ ຂອງ ແຫລ່ງຂ່າວ ທີ່ ເຊື່ອຖືໄດ້ ຈາກແຂວງ ຫຼວງນໍ້າທາ ຣາຍງານວ່າ ບ່ອນຫລິ້ນ ຄາຊີໂນ ຂອງຈີນ ຢູ່ເຂດ ເສຖກິດ ພິເສດ ບໍ່ເຕັນ ຂ.ຫລວງນໍ້າທາ ຍັງມີການ ຂ້າກັນ ເກີດຂຶ້ນ ຢູ່ເລື້ອຍໆ ຊຶ່ງມີ ສາເຫດ ມາຈາກ ຕິດໜີ້ ການພະນັນ ເປັນສ່ວນໃຫຍ່. ເວລາ ຫລິ້ນເສັຽ ກໍຢືມ ເງິນຫຼີ້ນ ຮອດມື້ໃຊ້ໜີ້ ກໍບໍ່ໃຊ້, ຕາມເຫດການ ທີ່ຜ່ານມາ ເຈົ້າໜີ້ ແມ່ນພວກ ມີ ອິດທິພົລ ຈື່ງເກີດມີ ການ ຄາຕກັມ ຂ້າຕາຍກັນ ໄປແລ້ວ ຈໍານວນ ບໍ່ໜ້ອຍ. ຄົນຫຼວງນໍ້າທາ ຜູ້ນຶ່ງ ທີ່ຢູ່ໃກ້ ກັບໂຮງ ຄາຊີໂນ ບໍ່ເຕັນ ເວົ້າວ່າ:

"ຍິນແຕ່ ເຂົາວ່າ ແບບວ່າ ພວກທີ່ ເຂົາມາຫລິ້ນ ແລ້ວເຂົາຈະ ຢືມເງິນ ຢືມແລ້ວ ກໍແບບວ່າ ເຂົາຕ້ອງ ກໍານົດເຈົ້າຈັກມື້ ໃຫ້ເຈົ້າມາໄຖ່ ຫັ້ນນະ ສົມມຸດກາຍ ກໍານົດມື້ມາ ບໍ່ໄຖ່ເປັນເດືອນ ເປັນຫຍັງ ເຂົາກໍມາ ຂ້າແທ້ ຂ້າແບບ ປິດລັບ ຫັ້ນນະ ມີແຕ່ຄົນຈີນ ກັບຄົນຈີນ ເທົ່ານັ້ນ ແຫລະ ເຂົາມັກຂ້າກັນ".

ຄົນຜູ້ນັ້ນ ເວົ້າຕໍ່ ໄປວ່າ ຕາມທີ່ ລາວເອງ ໄດ້ຍິນ ຈາກຄົນລາວ ທີ່ເຄີຍ ເຂົ້າໄປຫລິ້ນ ໃນໂຮງ ຄາຊີໂນນັ້ນ ເວົ້າສູ່ຟັງວ່າ ມີກຸ່ມ ຊາວຈີນ ຄວບຄຸມ ຢູ່ຢ່າງ ຫຼວງຫຼາຍ ແຕ່ລະຄົນ ກໍມີ ອາວຸດ ປືນ. ການຂ້າຄົນ ພວກເຂົາ ກໍມີວິທີ ປົກປິດ ກົບເກື່ອນ ເປັນຢ່າງດີ, ມີທັງ ເອົາສົບ ໄປຖີ້ມ ໄປຝັງ ໃນບ່ອນ ລີ້ລັບ, ຊຸກເຊື່ອງ ຫຼັກຖານ ໃຫ້ໄກຕາ ເຈົ້າໜ້າທີ່ ຊອກບໍ່ເຫັນ.

ຄົນຫຼວງນໍ້າທາ ບອກວ່າ ຜູ້ຖືກຂ້າ ເທົ່າທີ່ຮູ້ມາ ແມ່ນ ນັກພະນັນ ຊາວຈີນ ຍັງບໍ່ມີ ຂໍ້ມູນ ວ່າມີ ນັກພະນັນ ຊາດອື່ນ ຫລື ນັກພະນັນ ຄົນລາວ ຖືກຂ້າຕາຍ ເທື່ອ. ປັຈຈຸບັນ ເຖິງແມ່ນວ່າ ໂຮງ ຄາຊີໂນ ບໍ່ເຕັນ ຈະມີບ່ອນ ໃຫ້ຫຼີ້ນ ໜ້ອຍລົງ ແຕ່ ຈໍານວນ ນັກພະນັນ ກໍບໍ່ໄດ້ ຫລຸດລົງ ຈື່ງມີ ເຫດຮ້າຍ ຂ້າກັນຕາຍ ຢູ່ຕລອດ. ເຂດ ເສຖກິດ ພິເສດ ມີການ ປົກຄອງ ແບບພິເສດ, ເຫດການ ເຣື່ອງຄາຕກັມ ອາຈສົ່ງ ຜົລກະທົບ ຕໍ່ທຸຣກິຈ ທ່ອງທ່ຽວ ຊຶ່ງ ສເລັ່ຽແລ້ວ ມີມື້ລະ 5 ພັນຄົນ ທີ່ເຂົ້າມາ ໃນ ຂ.ຫຼວງນໍ້າທາ.



__________________
Anonymous

Date:
Permalink   
 

ຊາວລາວບໍ່ຢາກໃຫ້ມີ ຄາຊີໂນ

2011-11-17

ຊາວລາວ ສ່ວນໃຫຍ່ ບໍ່ເຫັນດີນໍາ ການຕັ້ງໂຮງ ຄາຊີໂນ ເພາະເຫັນວ່າ ເປັນການ ສົ່ງເສີມ ໃນເຣື່ອງ ອະບາຍມຸກ.

F-Savanh-casino.jpg

RFA

ໂຮງຄາຊີໂນ ໃນແຂວງ ສວັນນະເຂດ

ການຕັ້ງ ໂຮງຫລີ້ນ ການພນັນ ຄາຊີໂນ ເປັນບ່ອນ ຫາລາຍໄດ້ ຂອງກຸ່ມ ເອກກະຊົນ ແລະ ເປັນການ ສນັບສນູນ ໃຫ້ຄົນຫລີ້ນ ການພນັນ ແລະ ສ້າງ ບັນຫາ ໃນ ສັງຄົມ. ດັ່ງ ຊາວລາວ ຄົນນື່ງ ໄດ້ສະແດງ ຄວາມຄິດເຫັນ ຂອງຕົນວ່າ:

"ບໍ່ຢາກໃຫ້ມີ ມັນກໍບໍດີ ແຫລະ ກໍເຮັດໃຫ້ ຄົນສ່ວນໃຫ່ຽ ໄປຕິດ ແລະ ກໍບາງຄົນ ມີແລ້ວ ກໍເຮັດໃຫ້ ບໍ່ມີ, ຫລີ້ນ ກໍໄດ້ຢູ່ ກໍມີສ່ວນ ຕ້ອງຕິດ ໄປນໍາ ທີ່ແທ້ ກໍບໍ່ຢາກ ໃຫ້ມີ ຄັ້ນເປີດ ເປັນຮ້ານ ອາຫານ ຮ້ານບັນເທິງ ອີ່ຫຍັງນີ້ ກໍດີ".

ນາງເວົ້າ ຕໍ່ໄປວ່າ ນາງເອງ ບໍ່ຮູ້ຈັກ ຫລິ້ນ ການພນັນ ຈຶ່ງບໍ່ຮູ້ວ່າ ຢູ່ໃນ ຄາຊີໂນ ນັ້ນມີຫຍັງ ເກີດຂື້ນ, ແຕ່ຄິດວ່າ ມັນມີຜົນ ເສັຽຫາຍ ຫລາຍຢ່າງ ນອກຈາກ ເຮັດໃຫ້ຄົນລາວ ຕິດພນັນ ແລ້ວ, ຄາຊີໂນ ຍັງເປັນ ອັນຕຣາຍ ເພາະອາດ ມີສິ່ງທີ່ ຜິດກົດໝາຍ ຊຸກເຊື່ອງໄວ້, ຫລາຍຄົນ ກໍຮູ້ ແຕ່ບໍ່ສາມາດ ເວົ້າຫຍັງໄດ້ ເພາະມັນເປັນ ບໍຣິເວນ ຂອງຜູ້ມີ ອິດທິພົນ. ຄົນລາວ ອີກ ຜູ້ນື່ງ ກໍສະແດງ ຄວາມຄິດເຫັນ ເວົ້າເປັນ ພາສາໄທ ວ່າ:

"ຄາຊີໂນ ນີ້ມັນບໍ່ດີ ແກ່ ເດັກເລັກ ເດັກນ້ອຍ ຢ້ານເດັກນ້ອຍ ເຂົ້າໄປຫລີ້ນ ເຂົ້າໄປເບິ່ງ ແລ້ວ ຈະຕິດ ການພນັນ ຈັ່ງໃດ ກໍເປີດແລ້ວ ແລະ ຢາກໃຫ້ ທາງການ ເຂັ້ມງວດແດ່".

ປັດຈຸບັນ ສປປ ລາວ ມີສະຖານທີ່ ຄາຊີໂນຢູ່ 3 ແຫ່ງ ຢູ່ແຂວງ ຫລວງນໍ້າທາ ແຂວງບໍ່ແກ້ວ ແລະ ແຂວງ ສວັນນະເຂດ. ຄາຊີໂນ ເລົ່ານັ້ນຕັ້ງຢູ່ ໃນເຂດ ເສຖກິດ ພິເສດ ທີ່ຣັຖບານ ໃຫ້ ຕ່າງປະເທດ ສັມປະທານ ພື້ນທີ່ ໂດຍສະເພາະ ຄາຊີໂນ ຢູ່ໃນເຂດ ເສຖກິດ ພິເສດ ແຂວງບໍ່ແກ້ວ ກັບ ແຂວງ ຫຼວງນໍ້າທາ ຣັຖບານລາວ ໃຫ້ ສັມປະທານ ພື້ນທີ່ ອັນກວ້າງໃຫ່ຽ ໃຫ້ແກ່ ນັກລົງທືນ ຈາກ ປະເທດຈີນ ເປັນເວລາ ເກືອບ 100 ປີ. ການດໍາເນີນ ເຣື່ອງ ທຸຣະກິດ ຕ່າງໆ ຣັຖບານລາວ ບໍ່ມີສິດ ກວດກາໄດ້ ໝົດທຸກຢ່າງ. ເມື່ອສັປດາ ຜ່ານມາ ນີ້ ຣັຖບານ ໄດ້ ອະນຸມັດ ໃຫ້ ບໍຣິສັດ ສວັນເວກັສ ໃນແຂວງ ສວັນນະເຂດ ຕັ້ງ ຄາຊີໂນ ຄົບວົງຈອນ ຢູ່ໃນ ບໍຣິເວນ ດຽວກັນ ກັບໂຄງການ ເຂດ ເສຖກິດ ພິເສດ ແຂວງ ຄໍາມ່ວນ.


__________________
Anonymous

Date:
Permalink   
 

CASINO คืออะไร?

     ภาย ใต้หลักการสากลว่าด้วยการต้านการฟอกเงินนั้นได้มีการจัดแบ่ง กลุ่มแหล่งที่มาของเงินที่จะต้องนำมาผ่านกระบวนการฟอกเงินออกเป็น 10 แหล่งด้วยกันคือ
1. กล่าวคือเงินที่มาจากการค้ายาเสพติด
2. การทุจริตจากวงการเมือง
3. การฉ้อโกงประชาชน
4. การรับสินบนของข้าราชการ
5. การโกงทางด้านบัญชีของบริษัท
6. เงินส่วนตัวที่ต้องการปกปิด
7. เงินที่มีการหลบเลี่ยงภาษีของเหล่าบรรดามหาเศรษฐีใจบาป
8. เงินที่ได้จากการยักยอกงบประมาณของรัฐบาล
9. เงินนอกระบบที่ได้จากธุรกิจผิดกฎหมายต่างๆ
10. เงินจากบ่อนการพนัน

1141284233224.jpg7701284235699.jpg1361284236527.jpg



__________________
Anonymous

Date:
Permalink   
 

              ນີ້ຄືໂຕການເຈົ້າພໍ່ໃຫ່ຍ ດືງເອົາ casino ເຂົ້າມາໃນລາວ

200806032.jpg



__________________


Newbie

Status: Offline
Posts: 4
Date:
Permalink   
 

ກາສິໂນ ສະຫວັນເວກັດ ທີ່ສະຫວັນນະເຂດ ມີຜົນກະທົບແນວບໍ່ດີຫຼາຍຢ່າງຄົນລາວແຖວນັ້ນ ຫາເງິນມາຫຼີ້ນຈາກການຄ້າເຖື່ອນ ເຊັ່ນ : ຄ້າຢາບ້າ ສໍ້ລາດບັງຫລວງ ຄ້າໄມ້ເຖື່ອນ ມີບາງຄົນຂີ່ລົດວີໂກ້ມາ ບາດເມືອຂີ່ໂດຍສານກັບ
ຜູ້ເພີ່ນດືງເອົາ ກາສິໂນເຂົ້າມາຄືວ່າຍິ້ມໜ້າບານແທ້ ຄືຊິໄດ້ເງິນຍັດອົ່ວຫຼາຍເນາະ...........

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard