ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສູນປະຊາສືກສາ ໃນລາວບໍ່ຄືບໜ້າ
Anonymous

Date:
ສູນປະຊາສືກສາ ໃນລາວບໍ່ຄືບໜ້າ
Permalink   
 


ສູນປະຊາສືກສາ ໃນລາວບໍ່ຄືບໜ້າ

ສູນ ສືກສາ ປະຊາຄົມ ຂອງ ອົງການ ຢູເນສໂກ ທີ່ ບ້ານ ສິມມະໂນ ນະຄອນຫລວງ ວຽງຈັນ ຕ້ອງຢຸດ ດໍາເນີນ ວຽກງານ ຍ້ອນບໍ່ໄດ້ ຮັບທືນ ສນັບສນູນ ຈາກ ຣັຖບານ ເພື່ອໃຫ້ ສູນນັ້ນ ແລ່ນໄດ້. ຕາມລາຍງານ ຂອງ Rojana Tea ຈາກ ອົງການຂ່າວ ຊິນຫົວ ຂອງຈີນ.

ລາຍງານ ໄດ້ອ້າງຕາມ ຄໍາເວົ້າ ຂອງ ທ່ານ ສົມພົງ ແກ້ວສະຫ່ວາງ ຫົວໜ້າ ສູນສືກສາ ປະຊາຄົມ ບ້ານ ສິມມະໂນ ທີ່ເວົ້າວ່າ ພວກທ່ານ ບໍ່ໄດ້ຮັບ ທຶນ ປະຈໍາປີ ຈາກ ຣັຖບານ ອີກແລ້ວ. ນາຍຄຣູ ຕ້ອງໃຊ້ເງິນ ຕົນເອງ ເສັຽຄ່າໄຟຟ້າ. ຕາມຄວາມຈິງ ແລ້ວ ພວກທ່ານ ບໍ່ໄດ້ຮັບ ເງິນອຸດໜູນ ສໍາລັບ ສ້ອມແປງສູນ ນີ້ເລີຽ. ທ່ານ ກອງສະນິດ ນາຍຄຣູ ປະຈໍາສູນ ຄົນນື່ງອີກ ເວົ້າວ່າ ວິທີດຽວ ທີ່ພວກທ່ານ ຫາເງິນ ມາບໍາຣຸງ ສູນ ແຫ່ງນີ້ ມີແຕ່ຈືນ ກ້ວຍແຫ້ງ ຂາຍ ແຕ່ມັນກໍ ບໍ່ພໍສີ່ ໄດ້ເງິນຫລາຍ ເພາະວ່າ ທຸກວັນນີ້ ອັນໃດກໍແພງ ກ້ວຍ ຖ່ານດັງໄຟ ນໍ້າມັນທອດ ທັງໝົດນີ້ ແພງຫລາຍ.

ອົງການ ຢູເນສໂກ ໄດ້ນໍາເອົາ ໂຄງການ ປະຊາຄົມ ສືກສາ ຫລື ການສືກສາ ນອກລະບົບ ເຂົ້າມາ ໃນລາວ ເມື່ອປີ 1992 ໂດຍມີ ຈຸດປະສົງ ໃຫ້ການ ສືກສາ ຜູ້ໃຫ່ຽ ອາຍຸແຕ່ 15-40 ປີ ທີ່ບໍ່ຮູ້ ຈັກອ່ານ ແລະ ຂຽນ ໜັງສື ແລະ ຜູ້ທີ່ບໍ່ຈົບ ປະຖົມ ສືກສາ ແລະ ຝືກແອບ ອາຊີພ ໃຫ້ຄົນ ສາມາດ ມີລາຍໄດ້.

ທ່ານ ຮຽງ ສິງຫາຣາດ ຮອງ ຫົວໜ້າ ຜແນກ ປະຊາສືກສາ ກ່າວວ່າ ມີສູນ ສືກສາ ປະຊາຄົມ ທັງໝົດ ຢູ່ໃນລາວ ປະມານ 300 ແຫ່ງ, ແຕ່ວ່າ ດຽວນີ້ ບໍ່ຮອດ 20 ສູນ ທີ່ ອົງການ ບໍ່ຂື້ນກັບ ຣັຖບານ ຍັງໃຫ້ການ ຊ່ວຍເຫລືອ ແລະ ຍັງເປີດຢູ່.

ສູນສືກສາ ປະຊາຄົມ ສິມມະໂນ ແລະ ແຫ່ງອື່ນໆ ທີ່ຖືກປິດລົງ ຫລັງຈາກ ອົງການ ທີ່ບໍ່ຂື້ນກັບ ຣັຖບານ ໄດ້ຖອນໂຕ ອອກນັ້ນ ກໍມີແຕ່ ຫຍ້າຫຸ້ມລ້ອມ ບໍ່ໄດ້ເປີດໃຊ້ ເປັນອັນວ່າ ໂຄງການນີ້ ບໍ່ບັນລຸ ຜົນສໍາເຣັດ. ຢູ່ໃນສູນັ້ນ ມີການສອນ ລ້ຽງກົບ ການປູກດ້ວຍ ປູຍຊີວະພາບ ການຫຍິບແຊ່ວ ແລະ ການທອດກ້ວຍ ແຕ່ມີຄົນ ໃນບ້ານ ມາຮຽນກັນ ໜ້ອຍດຽວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard