ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະຫະຣັຖມອບປື້ມອ່ານ ໃຫ້ໂຮງຮຽນທົ່ງຂັນຄຳ
Anonymous

Date:
ສະຫະຣັຖມອບປື້ມອ່ານ ໃຫ້ໂຮງຮຽນທົ່ງຂັນຄຳ
Permalink   
 


ສະຫະຣັຖມອບປື້ມອ່ານ ໃຫ້ໂຮງຮຽນທົ່ງຂັນຄຳ

ມາດາມ Karen B. Stewart ເອກອັຄຣາຊທູຕ ສະຫະຣັດ ອະເມຣິກາ ປະຈໍາລາວ ມອບ ປື້ມອ່ານ ໃຫ້ ໂຮງຮຽນ ຊັ້ນປະຖົມ ທີ່ທົ່ງ ຂັນຄຳ.

F-us-ambassador-room-to-read.jpg

lao.usembassy.org

ມາດາມ Karen B. Stewart ເອກອັຄຣາຊທູຕ ສະຫະຣັຖ ພ້ອມດ້ວຍ ຍານາງ Anita Botti ເຈົ້າໜ້າທີ່ ຈາກກະຊວງ ກາຣຕ່າງ ປະເທສ ສະຫະຣັຖ ດ້ານກິຈກັມ ແມ່ຍິງ ທົ່ວໂລກ ໄດ້ໄປຢ້ຽມຢາມ ໂຮງຮຽນ ປະຖົມ ສຶກສາ ທົ່ງຂັນຄຳ. ວັນທີ 8 ພຶສຈິກາ 2011

ມາດາມ Karen B. Stewart ເອກອັຄຣາຊທູຕ ສະຫະຣັຖ ອະເມຣິກາ ປະຈຳ ສປປລາວ ທີ່ ນະຄອນຫລວງ ວຽງຈັນ ພ້ອມດ້ວຍ ຍານາງ Anita Botti ເຈົ້າໜ້າທີ່ ຈາກ ກະຊວງ ກາຣຕ່າງ ປະເທສ ສະຫະຣັຖ ດ້ານ ກິຈກັມ ແມ່ຍິງ ໃນທົ່ວໂລກ, ໄດ້ໄປ ຢ້ຽມຢາມ ໂຮງຮຽນ ປະຖົມສຶກສາ ທົ່ງຂັນຄຳ ເພື່ອມອບ ປື້ມອ່ານ ໃຫ້ແກ່ທາງ ຫໍສະມຸດ ໃນມື້ວັນ ທີ 8 ພຶສຈິກາ ນີ້ ພ້ອມຍັງ ໄດ້ພົບປະ ຫາລື ແລະ ຮ່ວມປະຊຸມ ກັບ ເຈົ້າໜ້າທີ່ ຈາກອົງກາຣ "Room to Read" ຊຶ່ງເປັນ ອົງກາຣ ທີ່ສົ່ງເສີມ ກາຣ ອ່ານໜັງສື ໃນເມືອງລາວ ແລະ ໃນທົ່ວໂລກ ນຳດ້ວຍນັ້ນ.

ນອກຈາກ ໂຄງກາຣ ສົ່ງເສີມ ໃຫ້ມີປື້ມອ່ານ ພຽງພໍ ຢູ່ຕາມ ຫໍສະມຸດ ໃນແຕ່ລະ ໂຮງຮຽນ ແລ້ວນັ້ນ ທາງອົງກາຣ 'Room to Read' ຍັງມີໂຄງກາຣ ເພື່ອສົ່ງເສີມ ກາຣສຶກສາ ຂອງ ບັນດາ ເດັກນ້ອຍ ນັກຮຽນ ນຳອີກ ຊຶ່ງກໍເປັນ ຈຸດປະສົງ ອັນໜຶ່ງ ທີ່ນາງ Anita Botti ໄດ້ ພຍາຍາມ ເດີນທາງ ໄປຢ້ຽມຢາມ ຫລາຍໆ ປະເທສ ໃນທົ່ວໂລກ ເພື່ອສົ່ງເສີມ ແມ່ຍີງ ໃຫ້ມີຄວາມ ສເມີພາບ ທາງດ້ານ ກາຣເມືອງ ສັງຄົມ ແລະ ເສຖກິຈ ໄປຕາມໆກັນ ໃນທົ່ວໂລກ.

ເຖິງຢ່າງໃດ ກໍຕາມ ນັບແຕ່ໄດ້ ເດີນທາງມາ ປະຈໍາຢູ່ ນະຄອນຫລວງ ວຽງຈັນ ຍານາງ Stewart ກໍໄດ້ ພຍາຍາມ ສົ່ງເສີມ ດ້ານກາຣ ອ່ານໜັງສື ໃຫ້ບັນດາ ເດັກນ້ອຍ ນັກຮຽນ ໃນຫລາຍໆ ໂຮງຮຽນ ຢູ່ຕາມເຂຕ ຊົນນະບົດ ໃນຫລາຍແຂວງ ນຳອີກ ພ້ອມຍັງໄດ້ ມອບທຶນ ກາຣຊ່ວຍເຫລືອ ແກ່ ອົງກາຣ 'Room to Read' ດັ່ງກ່າວ ໃນລາວ ບໍ່ຕໍ່າກວ່າ 1.4 ລ້ານ ດອລລາຣ໌ ໃນແຕ່ລະ ປີ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard