ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຍົາວະຊົນຫຼວງນໍ້າທາ ກັບຢາເສພຕິດ
Anonymous

Date:
ເຍົາວະຊົນຫຼວງນໍ້າທາ ກັບຢາເສພຕິດ
Permalink   
 


ເຍົາວະຊົນຫຼວງນໍ້າທາ ກັບຢາເສພຕິດ

ຊາວລາວ ແຂວງ ຫລວງນໍ້າທາ ຢາກໃຫ້ ທາງການ ແກ້ໄຂ ບັນຫາ ຢາເສພຕິດ ໃນກຸ່ມ ເຍົາວະຊົນ ຢ່າງຮີບດ່ວນ.

F-Luangnamtha-gov.jpg

Phieng Chansina

ກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫຼວງນໍ້າທາ

ປະຊາຊົນ ໃນ ແຂວງ ຫລວງນໍ້າທາ ຢາກຂໍໃຫ້ ທາງການ ແກ້ໄຂ ບັນຫາ ເຍົາວະຊົນ ທີ່ເສພໃຊ້ ຢາເສພຕິດ ຢ່າງຮີບດ່ວນ, ໂດຍສະເພາະ ຕາມເຂດ ຊາຍແດນ ໃກ້ກັບ ພະມ້າ ທີ່ມີຢາບ້າ ຊື້ຂາຍ ຈໍາໜ່າຍ ຢ່າງຫຼວງຫຼາຍ ຕາມ ສະຖານທີ່ ຕ່າງໆ ຈື່ງເຮັດໃຫ້ ພວກເດັກນ້ອຍ ຫາຊື້ໄດ້ງ່າຍ ແລະ ຊັກຊວນກັນ ເສພໃຊ້ ຢາບ້າ ເຫຼົ່ານັ້ນ ຊື່ງສ້າງ ບັນຫາ ໃຫ້ ກັບສັງຄົມ ພາຍໃນແຂວງ ຢ່າງໜັກໜ່ວງ. ຕາມຄໍາເວົ້າ ຂອງຊາວ ຫລວງນໍ້າທາ ຜູ້ນຶ່ງ:

"ມີຫລາຍ ຕັ້ງແຕ່ດົນ ແລ້ວ ຫາງ່າຍ ມັນຈະຕິດ ຊາຍແດນແດ່ ຊາຍແດນ ພະມ່າ ຫັ້ນ ທາງເມືອງສິງ ພຸ້ນ ມັນຈະລຽບ ນໍ້າຂອງ ກໍຢາກໃຫ້ ແກ້ໄຂໄວ ແກ້ໄຂ ກັບຢານີ້ແຫລະ ບໍ່ຢາກ ໃຫ້ມີ'.

ທ່ານກ່າວ ຕໍ່ໄປວ່າ ຢາບ້າ ໃນແຂວງ ຫລວງນໍ້າທາ ຫາຊື້ໄດ້ງ່າຍ ຄືກັນກັບ ຫາຊື້ຂນົມ ເຮັດໃຫ້ພໍ່ແມ່ ຜູ້ປົກຄອງ ຢູ່ບໍ່ເປັນສຸກ. ຖ້າຫາກ ທາງການ ບໍ່ແກ້ໄຂ ຢ່າງຮີບດ່ວນ ຈິງຈັງ ພວກ ເຍົາວະຊົນ ກໍຈະໝົດ ອະນາຄົດ ແລະ ກາຍເປັນພາຣະ ຂອງ ສັງຄົມ ຢ່າງຫລີກລ່ຽງ ບໍ່ໄດ້.

ແຂວງ ຫລວງນໍ້າທາ ມີຜູ້ຕິດ ຢາບ້າ ຢ່າງຫຼວງຫຼາຍ, ທີ່ຜ່ານມາ ເຈົ້າໜ້າທີ່ ກ່ຽວຂ້ອງ ກໍໄດ້ ພຍາຍາມ ແກ້ໄຂ ດ້ວຍການໃຫ້ ຄວາມຮູ້ແກ່ ເຍົາວະຊົນ ເຣື່ອງ ຜົລເສັຽ ຂອງການ ເສພຢາບ້າ ແຕ່ ກໍບໍ່ໄດ້ຜົລ ເພາະ ຍັງບໍ່ມີ ສູນບໍາບັດ ຜູ້ຕິດຢາ ໃນແຂວງເທື່ອ ຍ້ອນຂາດການ ສນັບສນູນ ຈາກ ຣັຖບານ.

ພໍ່ແມ່ ຜູ້ປົກຄອງ ຂອງ ເຍົາວະຊົນ ໃນ ແຂວງ ຫຼວງນໍ້າທາ ຈຶ່ງ ຂໍຮ້ອງຮຽນ ຮຽກຮ້ອງ ໃຫ້ທາງການ ຊ່ວຍຕັ້ງ ສູນບໍາບັດ ຂຶ້ນເພື່ອ ຊ່ວຍບໍາບັດ ເຍົາວະຊົນ ທີ່ຕິດຢາບ້າ ເພາະ ນອກຈາກ ຈະເປັນບັນຫາ ສ້າງຄວາມ ໜັກໃຈ ໃຫ້ພໍ່ແມ່ ຜູ້ປົກຄອງ ແລ້ວ ຍັງສ້າງ ຄວາມປັ່ນປ່ວນ ວຸ້ນວາຍ ພາຍໃນ ສັງຄົມ ນໍາອີກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard