ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນບໍ່ຮູ້ໜັງສືຍ້ອນ ສະພາບການບີບບັງຄັບ
Anonymous

Date:
ຄົນບໍ່ຮູ້ໜັງສືຍ້ອນ ສະພາບການບີບບັງຄັບ
Permalink   
 


ຄົນບໍ່ຮູ້ໜັງສືຍ້ອນ ສະພາບການບີບບັງຄັບ

ສາເຫດ ອັນສໍາຄັນ ຢ່າງນື່ງ ທີ່ເຮັດໃຫ້ ຄົນລາວເຮົາ ອ່ານບໍ່ອອກ ຂຽນບໍ່ເປັນ ກໍຍ້ອນ ສະພາບການ ແລະ ສີ່ງແວດລ້ອມ ບີບບັງຄັບ.

F-Buffalo-boy.jpg

RFA

ຂາດຮຽນ ຍ້ອນຕ້ອງ ເຮັດນາ ລ້ຽງຄວາຍ ຊ່ອຍຄອບຄົວ. ຂາດຮຽນ ຍ້ອນຢູ່ໄກ ຈາກໂຮງຮຽນ ຫຼືບໍ່ມີ ໂຮງຮຽນ ໃນໝູ່ບ້ານ

ການບໍ່ຮູ້ ໜັງສື ເປັນບັນຫາ ທີ່ ທາງການລາວ ຕ້ອງໄດ້ ແກ້ໄຂ ຢ່າງຮີບດ່ວນ ຍ້ອນວ່າ ມັນສົ່ງຜົນ ກະທົບ ຕໍ່ການ ພັທນາ ຊັພຍາກອນ ມະນຸດ. ສາເຫດຫລັກ ທີ່ເຮັດໃຫ້ ຄົນລາວ ສ່ວນໃຫຍ່ ບໍ່ຮູ້ໜັງສື ກໍຍ້ອນ ສະພາບການ ສີ່ງແວດລ້ອມ ແລະ ຄວາມຄິດ ຄວາມເຊື່ອຖື. ຊາວ ສວັນນະເຂດ ຜູ້ນຶ່ງ ໃຫ້ຄວາມຄິດເຫັນ ກ່ຽວກັບ ເຣື້ອງນີ້ວ່າ:

"ຄືບາງທີ ຄວາມເຂົ້າໃຈ ມັນກໍຍາກ ບາງທີ ເຂົາກໍຄິດວ່າ ມັນບໍ່ສໍາຄັນ ເພາະວ່າການ ທີ່ເຂົາ ບໍ່ຮູ້ຈັກ ການຮຽນນີ້ ມັນສໍາຄັນ ແນວໃດ ເຂົາອາດ ຈະບໍ່ຮູ້ວ່າ ອະນາຄົດ ຈະເປັນແນວໃດ ເຂົາກໍບໍ່ ຈໍາເປັນ ຕ້ອງຮຽນ".

ນາງໄດ້ເວົ້າ ຕໍ່ໄປວ່າ ປັດຈຸບັນ ຕາມໂຕເມືອງ ໄດ້ມີການ ປຸກສ້າງ ໂຮງຮຽນ ຂຶ້ນ ຫລາຍໆແຫ່ງ ແຕ່ ປະຊາຊົນ ສ່ວນໃຫຍ່ ຍັງບໍ່ເຫັນ ຄວາມສໍາຄັນ ໃນການຮຽນ ໜັງສື ໃນການ ສຶກສາ ຊຶ່ງນາງ ຄິດວ່າ ທາງການ ກ່ຽວຂ້ອງ ຄວນແກ້ໄຂ ປ່ຽນແປງ ແນວຄິດ ຂອງ ປະຊາຊົນ. ມີຫລາຍ ສາເຫດ ທີ່ເຮັດໃຫ້ ຄົນ ບໍ່ຢາກ ຮຽນໜັງສື, ເຊັ່ນວ່າ ຍ້ອນຄວາມມັກ ຂອງ ແຕ່ລະຄົນ ຄວາມທຸກຍາກ ແລະອື່ນໆ, ດັ່ງທີ່ ຄົນລາວ ຈາກ ແຂວງ ຄໍາມ່ວນ ຜູ້ນຶ່ງ ໃຫ້ຄວາມ ຄິດເຫັນ ວ່າ:

"ມີຫລາຍ ສາເຫດ ຄວາມທຸກຍາກ ແລະ ກໍຢູ່ ຊົນນະບົດ ໂຮງຮຽນ ມັນກໍບໍ່ຄ່ອຍ ຫລາຍປານໃດ ແຕ່ກີ້ມັນ ຈະມີແຕ່ ມະຫາວິທຍາໄລ ແລະ ກໍສະຖາບັນ ທີ່ວ່າເປັນ ຂອງ ເອກກະຊົນ ມັນຊິມີ ຢູ່ວຽງ ຫລາຍ ແລະ ປະມານ 4-5 ປີ ມານີ້ ມັນຊິມາເປີດ ຢູ່ ຕ່າງແຂວງ ຫລາຍ".

ການແກ້ໄຂ ບັນຫາ ການບໍ່ຮູ້ ໜັງສື ຂອງ ປະຊາຊົນ ໃນປັດຈຸບັນ ມີຄວາມ ກ້າວໜ້າ ກວ່າແຕ່ກ່ອນ ເພາະ ຣັຖບານ ໄດ້ເອົາໃຈໃສ່ ໃຫ້ຄວາມ ສໍາຄັນ ໃນການພັທນາ ຊັພຍາກອນ ມະນຸດ ຫລາຍຂຶ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard