ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ວຽກງານສໍາລັບວັຍຣຸ້ນ ບໍ່ໄດ້ເຂົ້າໂຮງຮຽນ
Anonymous

Date:
ວຽກງານສໍາລັບວັຍຣຸ້ນ ບໍ່ໄດ້ເຂົ້າໂຮງຮຽນ
Permalink   
 


ວຽກງານສໍາລັບວັຍຣຸ້ນ ບໍ່ໄດ້ເຂົ້າໂຮງຮຽນ

ປະຊາຊົນ ເມືອງຊຳເໜືອ ຮຽກຮ້ອງ ໃຫ້ ຣັຖບາລ ຊ່ວຍຈັດຫາ ວຽກງານ ສໍາລັບ ພວກ ວັຍຣຸ້ນ ທີ່ດ້ອຍ ກາຣສຶກສາ ບໍ່ມີ ໂອກາດ ໄດ້ເຂົ້າ ໂຮງຮຽນ.

F-Boys-boats.jpg

RFA

ຍັງມີ ເຍົາວະຊົນ ລາວ ນັບໝື່ນ ນັບແສນ ໃນທົ່ວປະເທດ ທີ່ຕ້ອງການ ໂອກາດ ໄດ້ເຂົ້າຮຽນ ຝຶກຝົນ ວິຊາຄວາມຮູ້. ພວກເຂົາເຈົ້າ ຄື ຊັພຍາກອນ ມະນຸສ ທີ່ທາງ ຣັຖບານ ຄວນ ເອົາໃຈໃສ່ ສົ່ງເສີມ ພັທນາ.

ປະຊາຊົນ ຊາວເມືອງ ຊໍາເໜືອ ແຂວງ ຫົວພັນ ໄດ້ຮຽກຮ້ອງ ໃຫ້ທາງກາຣ ກ່ຽວຂ້ອງ ເອົາໃຈໃສ່ ເຂົ້າຊ່ວຍເຫຼືອ ຊອກຫາ ວຽກງານ ສໍາລັບ ພວກວັຍຣຸ້ນ ທີ່ ບໍໍ່ໄດ້ຮັບ ກາຣສຶກສາ ຊຶ່ງເຫັນວ່າ ມີຢູ່ ຈຳນວນ ບໍ່ໜ້ອຍ ຕາມບ້ານເມືອງ ເວລານີ້. ພວກເຂົາເຈົ້າ ບໍ່ມີ ຣາຍຮັບ ແລະ ຍັງຕ້ອງໄດ້ ເພີ່ງພາ ອາສັຍ ພໍ່ແມ່ ຢູ່ຄືເກົ່າ ຈຶ່ງຢາກໃຫ້ ທາງກາຣລາວ ຊ່ວຍແກ້ໄຂ:

"ກໍຢາກໃຫ້ ທາງພັກ-ຣັຖ ເພີ່ນຊ່ວຍ ກ່ຽວກັບ ກາຣຊອກຫາ ວຽກເຮັດ ງານທຳ ໃຫ້ພວກ ວັຍຣຸ້ນ ທີ່ເຂົາ ບໍ່ໍ່ມີໂອກາສ ໄດ້ຮໍ່າ ໄດ້ຮຽນ ໃຫ້ເຂົາເຈົ້າ ມີວຽກເຮັດ ງານທຳ ທີ່ ໝັ້ນຄົງ ເພື່ອ ອະນາຄົຕ ຍາວນານ ຫລັກໆ ກໍເປັນຫ່ວງ ແນວນັ້ນ ໃຫ້ເຂົາ ມີອາຊີພ ທີ່ໝັ້ນຄົງ ສາມາຕ ທີວ່າ ບໍ່ໄດ້ ຮຽນສູງ ແຕ່ວ່າມີ ອາຊີພ".

ພ້ອມດຽວກັນນີ້ ຍານາງ ກໍວ່າ ບັນຫາ ຂອງພວກ ວັຍຣຸ້ນ ຊຶ່ງກໍຮວມທັງ ຊາຍໜຸ່ມ ແລະ ຍິງສາວ ໃນຈຳນວນ ຫລວງຫລາຍ ບໍ່ມີອາຊີພ ຍ້ອນບໍ່ໄດ້ ມີໂອກາສ ຮຽນໜັງສື ມາແຕ່ ຄາວຍັງນ້ອຍ ແລະ ເຖີງຈະມີ ບາງຄົນ ໄດ້ເຂົ້າ ໂຮງຮຽນ ກໍຮຽນຈົບ ແຕ່ຂັ້ນຕໍ່າ ໃນຊັ້ນ ປະຖົມ ເທົ່ານັ້ນ ຍ້ອນສະພາບ ຄວາມທຸກຂ໌ຍາກ ຂອງ ຄອບຄົວ ແລະ ຮ້າຍໄປກວ່ານັ້ນ ກໍແມ່ນ ພວກທີ່ ອາສັຍ ຢູ່ຕາມເຂຕ ຊົນນະບົດ ຫ່າງໄກ ທີ່ທາງ ພໍໍ່ແມ່ ບໍ່ສາມາຕ ສົ່ງເສີມ ໃຫ້ພວກ ລູກເຕົ້າ ໄປຮຽນຕໍ່ໄດ້ ແຕ່ຢ່າງໃດ ນັ້ນ.

ຍານາງ ໄດ້ກ່າວ ເນັ້ນວ່າ ຖ້າທາງກາຣ ຫາກ ບໍ່ສາມາຕ ຕອບສນອງ ດ້ວຍກາຣ ຫາວຽກງານ ໃຫ້ພວກວັຍຣຸ້ນ ໄດ້ ໃນປັຈຈຸບັນ ນີ້ນັ້ນ ກໍອາຈຈະມີ ບັນຫາອື່ນໆ ຕາມມາ ເຊັ່ນ: ພົວພັນ ຫລື ເສພ ຢາເສພຕິດ ໂດຽສະເພາະ ພວກຍິງສາວ ກໍອາຈຖືກ ຫລອກລວງ ໄປເຮັດວຽກງານ ຢູ່ຕາມ ສະຖານທີ່ ບັນເທີງ ຫລື ບໍຣິກາຣ ທາງເພສ ຈຶ່ງຂໍຮຽກຮ້ອງ ຕໍ່ ທາງກາຣລາວ ໃຫ້ເອົາໃຈໃສ່ ຊ່ວຍແກ້ໄຂ ຢ່າງຮີບດ່ວນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard