ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຫລາຍ​ພາກສ່ວນ​ສະ​ເໜີ​ໃຫ້ທົບທວນການຂຽນ ແລະ ເວົ້າພາສາລາວໃຫ້ຖືກຕ້ອງ
Anonymous

Date:
ຫລາຍ​ພາກສ່ວນ​ສະ​ເໜີ​ໃຫ້ທົບທວນການຂຽນ ແລະ ເວົ້າພາສາລາວໃຫ້ຖືກຕ້ອງ
Permalink   
 


ຂ່າວພາຍໃນປະເທດ

ຫລາຍ​ພາກສ່ວນ​ສະ​ເໜີ​ໃຫ້ທົບທວນການຂຽນ ແລະ ເວົ້າພາສາລາວໃຫ້ຖືກຕ້ອງ

lao3-b.jpg

*(ຂປລ): ກອງ​ປະຊຸມ​ປຶກສາ​ຫາລື​ການ​ຂຽນ ​ແລະ ​ເວົ້າ​ພາສາ​ລາວ​ໃຫ້​ຖືກຕ້ອງ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 23 ພະຈິກ 2011 ທີ່​ຫ້ອງ​ປະຊຸມ​ຂອງ​ກະຊວງ​ຖະ​ແຫລ​ງຂ່າວ-ວັດທະນະ​ທຳ ​ແລະ ທ່ອງທ່ຽວ ນະຄອນຫລວງ​ວຽງ​ຈັນ​ ພາຍ​ໃຕ້​ການ​ປະ​ທານ​ຂອງ ທ່ານ ສີວຽງແຂກ ກອນນີວົງ ຫົວໜ້າກົມພິມຈຳໜ່າຍ, ມີບັນດາຄະນະຮັບ ຜິດຊອບກົມກອງສະຖາບັນອ້ອມຂ້າງກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວລວມໄປເຖິງພາກສ່ວນກ່ຽວຂ້ອງອື່ນໆເຂົ້າຮ່ວມ.

ບັນດາ​ຜູ້​ເຂົ້າ​ກອງ​ປະຊຸມ​ຄັ້ງ​ນີ້​ຕ່າງ​ກໍ​ໄດ້​ນຳ​ສະ​ເໜີ ​ແລະ ຊີ້​ແຈງ​ວ່າ: ທີ່ຜ່ານມາຄົນລາວໂດຍສ່ວນໃຫຍ່ເວົ້າ ແລະ ຂຽນພາສາລາວຍັງບໍ່ສອດຄ່ອງ ​ແລະ ບໍ່ຖືກ ຕ້ອງຕາມ​ລັກສະນະ​ພາສາ​ລາວ​ໂດຍ​ສະ​ເພາະ​ການໃຊ້ພາສາລາວແບບຊອດກະຈາ ຊຶ່ງ​ຄັດ​ກັບສຸພາສິດທີ່ວ່າ: “ພາສາບອກຊາດມາລະຍາດບອກຕະກຸນ ” ​ແນວ​ໃດກໍດີ ກອງ​ປະຊຸມ​ນີ້​ຈະ​ກາຍ​ເປັນ​ສ່ວນ​ສຳຄັນເພື່ອນຳໄປປຶກສາ​ຫາລື ​ແລະ ພິຈາລະນາ​ເພີ່ມ​ຕື່ມ​ອີກ​ໂດຍ​ຜ່ານຄວາມເຫັນເປັນເອກະພາບຂອງພາສາເວົ້າ ແລະ ພາສາຂຽນຢ່າງຖືກຕ້ອງ.

ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: ​ໃນ​ໄລຍະ​ປີ 1975-1990 ​ນັ້ນ​ການ​ຂຽນ ​ແລະ ​ເວົ້າມີ​ຄວາມ​ເປັນ​​ເອກະ​ພາບ ​ແຕ່​ສ່ວນ​ຫລາຍ​ແມ່ນ​ຜິດ​ໃນ​ການ​ໃຊ້​ສະຫລະ ( ​ໃX, ​ໄX ) ​ແລະ ອັກສອນ( ​ດ,ລ) ພ້ອມ​ດຽວ​ກັນ​ນັ້ນ ຮອດ​ປະຈຸ​ບັນ​ນີ້ ການ​ຂຽນ​ໂຕ​ອັກສອນ​ລາວ​ເພື່ອ​ປະກອບ​ເປັນ​ຄຳ​ເວົ້າ​ນັ້ນ​ມີ​ການ​ຜິດພາດ​ຈຳນວນ ​ໜຶ່ງ ຊຶ່ງ​ ປະກົດ​​ເຫັນ​ຢູ່​ຕາມ​ປ້າຍ​ໂຄສະນາ, ໜັງສືພິມ, ວາລະສານ,ປຶ​້ມ,​ໂທລະພາບ (ພາສາ​ເວົ້າ​ຂອງ​ໂຄສົກ,ພິທີ​ກອນ ​ແລະ ​ການ​ສົນທະນາ​ປາ​ໄສ​ຕ່າງໆ. ກ່ຽວ​ກັບ​ ບັນຫາ​ດັ່ງກ່າວ​ຜູ້​ເຂົ້າ​ຮ່ວມ​​ໄດ້​ຕັ້ງ​ຄຳ​ຖາມ ​ແລະ ສະ​ເໜີ​ໄປ​ຫາ​ກົມ​ພິມ​ຈຳໜ່າຍ​ໃຫ້​ຊອກ​ວິທີ​ແກ້​ໄຂ.

ສຸດທ້າຍກອງປະຊຸມໄດ້ຕົກລົງເປັນເອກະສັນກັນຮັບຮອງເອົາຈຸດຢືນ (ທັດສະນະ) ຂອງການສັງຮວມຄຳສັບດັ່ງກ່າວເພື່ອເປັນກະພາບ ໃນການນຳໃຊ້ພາສາ ລາວ ຊຶ່ງມີເນື້ອໃນດັ່ງນີ້:ພາ ສາລາວບໍ່ແມ່ນພາສາຕ່າງປະທດເຊັ່ນ:ພາສາຝຣັ່ງ, ອັງກິດ..., ອັກສອນລາວບໍ່ແມ່ນອັກສອນຕ່າງປະເທດແຕ່ໃຊ້ຂຽນທຽບຖານກັບ ພາສາ ຕ່າງປະເທດໄດ້. ສະນັ້ນອັກສອນລາວຈຶ່ງບໍ່ຂຽນແທນ ອັກສອນອື່ນໄດ້ ແລະ ມີແຕ່ຂຽນສະເພາະພາສາລາວເທົ່ານັ້ນ, ຄຳສັບລາວທາງວິທະຍາສາດ ແມ່ນໃຊ້ຕາມພາສາຝຮັ່ງ ຫຼື ອັງກິດເຊັ່ນ: ອິນເຕີເນັດ, ຄອມພິວເຕີ, ອົກຊີ, ນີເຕີ, ຟົດສຟໍ, ນາດຕຣີ... ເຫຼົ່າ ນີ້ເປັນຕົ້ນແຕ່ໃນກໍລະນີບາງຄຳສັບທາງສັງຄົມ ທີ່ ພາສາລາວ ເດີມບໍ່ມີກໍໃຊ້ພາສາຕ່າງປະເທດແທນເຊັ່ນ: ເຝີ, ແບັງກ໊ວນ, ຮຸ້ນ, ກອມມູນິດ, ພ້ອມນັ້ນຍັງກຳນົດການໃຊ້ໂຕ ຣ ທຽບກັບອັກສອນ R ໂດຍສະເພາະ ແມ່ນກັບຊື່ຄົນຕ່າງປະເທດ, ຊື່ຄົນບາງເຜົ່າຂອງລາວ, ພາສາຊົນເຜົ່າ, ຊື່ປະເທດ, ຂຽນທຽບອັກສອນລາວກັບອັກສອນຕ່າງປະເທດ ແລະ ພາສາລາວບາລີ ນຳອີກ. ສຳລັບໂຕອັກສອນ (ຣ) ໃນພາສາປາລີ ແລະ ສັນສະກິດທີ່ປ່ຽນມາເປັນໂຕ ລ ແລ້ວແມ່ນຕົກລົງໃຫ້ໃຊ້ໂຕ ລ ເລີຍເປັນຕົ້ນຄຳວ່າ ກໍລະນີ, ລາສີ, ລະດູການ, ລະບຽບການ, ລະຫັດ, ລາຊະການ, ລາຊະອານາຈັກ ແລະ ບັນດາຄຳອື່ນໆອີກຈຳນວນໜຶ່ງ. ສ່ວນກົກເຄົ້າຂອງບັນດາຄຳສັບຕ່າງໆນັ້ນ ແມ່ນຈັດ ພິມໄວ້ເປັນທີ່ຮຽບຮ້ອຍແລ້ວເພື່ອຮັກສາໄວ້ເປັນຂໍ້ມູນສຶກສາ ແລະ ເປັນມໍລະດົກສືບທອດຕໍ່ໄປ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard