ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພວກຜູ້ນຳ ສປປລາວ ສ້າງ​ ອະນຸສອນ​​ ໂຮ່ຈິ​ມິນ ຢູ່​ໃນດິນລາວ​


Guru

Status: Offline
Posts: 622
Date:
ພວກຜູ້ນຳ ສປປລາວ ສ້າງ​ ອະນຸສອນ​​ ໂຮ່ຈິ​ມິນ ຢູ່​ໃນດິນລາວ​
Permalink   
 


ແຂວງ​ຄໍາ​ມ່ວນ:ຈະ​ກໍ່ສ້າງ​ ອະນຸສອນ​ປະທານ​ ໂຮ່ຈິ​ມິນ ​ໃນ​ປີ 2012

km.gif            
    

ຕອນຄ່ໍາຂອງວັນທີ 23 ພະຈິກ 2011 ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ ໄດ້ຈັດພິທີເຊັນສັນຍາຮັບເຫມົາໂຄງການກໍ່ສ້າງອະນຸ
ສອນປະທານ ໂຮ່ຈິມິນ ລະຫວ່າງທ່ານ ສຸວັນດີ ສີສະຫວັດ ຮອງຫົວຫນ້າຫ້ອງວ່າການສູນກາງພັກ
, ຫົວຫນ້າຄະນະຮັບຜິດຊອບພິພິທະ
ພັນ ໄກສອນ ພົມວິຫານ
(ໃນນາມຕາງຫນ້າເຈົ້າຂອງໂຄງການ) ແລະ ທ່ານ ໄມວຽງ ວັນດາລາ ອຳນວຍການບໍລິສັດຫຸ້ນສ່ວນຊຳເຫນືອ
ກໍ່ສ້າງ
-ເຄຫາສະຖານ (ໃນນາມຜູ້ຮັບເຫມົາ) ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄຳໃບ ດຳລັດ ເຈົ້າແຂວງໆຄຳມ່ວນ, ມີ
ບັນດາທ່ານຕາງຫນ້າກະຊວງແຜນການ ແລະ ການລົງທຶນ
, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງພາກສ່ວນຕ່າງໆທີ່
ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ
.

ໂຄງການກໍ່ສ້າງອະນຸສອນປະທານໂຮ່ຈິມິນ ແມ່ນໂຄງການທີ່ສຳຄັນມີລັກສະນະປະຫວັດສາດ, ການເມືອງສ່ອງແສງເຖິງມູນເຊື້ອສາມັກຄີ
ແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ. ສ້າງຂຶ້ນເພື່ອຈາລຶກ
ຄຸນງາມຄວາມດີ ແລະ ຜົນງານອັນຍິ່ງໃຫຍ່ຫາອັນປຽບບໍ່ໄດ້ຂອງປະທານໂຮ່ຈິມິນທີ່ມີຕໍ່ການປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ
.
ໂຄງການດັ່ງກ່າວນີ້ຕັ້ງຢູ່ບ້ານຊຽງຫວາງ ເມືອງຫນອງບົກ ແຂວງຄຳມ່ວນ ເຊິ່ງມີເນື້ອທີ່ທັງຫມົດ 15.125 ແມັດກາເຣ, ໃນນັ້ນວຽກຝ່າຍ
ລາວຮັບຜິດຊອບມີ
: ວຽກເທເບຕົງທາງອ້ອມໂຄງການທັງ 4 ດ້ານ, ວຽກຮົ້ວອ້ອມ, ກໍ່ສ້າງຫນອງປາ, ອ່າງເກັບນ້ຳ, ຮ້ານຂາຍເຄື່ອງທີ່ລະ
ນຶກ
, ກໍ່ສ້າງເຮືອນຍາມ, ກໍ່ສ້າງປ້ອມຍາມທາງເຂົ້າ-ອອກ, ກໍ່ສ້າງຕູ້ເກັບມ້ຽນລຳໂພງ, ວຽກຂົວຂ້າມຫນອງປາ, ວຽກເດີ່ນສວນທໍ່ລະບາຍນ້ຳ
ໃຊ້ ແລະ ນ້ຳເປື້ອນ
, ຕິດຕັ້ງຕາຂ່າຍໄຟຟ້າແຮງຕ່ຳ ແລະ ໄຟບໍລິເວນເດີ່ນ ແລະ ວຽກກໍ່ສ້າງປ້າຍຊື່ໂຄງການລວມທັງຫມົດ 12 ຫນ້າວຽກ
ມູນຄ່າການກໍ່ສ້າງແມ່ນ
15.203.789.566 ກີບ (ຝ່າຍລາວເປັນຜູ້ຮັບຜິດຊອບ) ສຳລັບຝ່າຍຫວຽດນາມແມ່ນຮັບຜິດຊອບກໍ່ສ້າງເຮືອນວາງ
ສະແດງ
, ຫໍໄຫວ້ທີ່ມີເອກະລັກຮູບຊົງລາວ ແລະ ຫວຽດນາມ, ເນື້ອໃນວາງສະແດງທັງຫມົດແມ່ນນຳໃຊ້ງົບປະມານຂອງຝ່າຍຫວຽດນາມ.
ທັງຫມົດດັ່ງກ່າວຈະຕ້ອງໃຫ້ສຳເລັດທັນມື້ສະຫລອງວັນສ້າງຕັ້ງສາຍພົວພັນການທູດ ແລະ ວັນເຊັນສົນທິສັນຍາມິດຕະພາບລາວ-ຫວຽດນາມ
ໃນປີ 2012. 



-- Edited by buckhumnoy on Saturday 26th of November 2011 06:14:59 AM



-- Edited by buckhumnoy on Saturday 26th of November 2011 06:30:15 AM

__________________


Newbie

Status: Offline
Posts: 1
Date:
Permalink   
 

ການສ້າງອະນຸສອນ ໂຮຈິມິນ ຢູ່ ບ້ານ ຊຽງຫວາງເພາະບ່ອນຫັ້ນ ແມ່ນໝູ່ບ້ານຂອງຊາວຫວຽດນາມ ທີ່ເກົ່າແກ່ທີ່ສຸດໃນແຂວງຄຳມ່ວນ ມັນຄົງແມ່ນຈຸດປະສົງຂອງຊາວຫວຽດນາມ ແຕ່ສຳລັບຄົນລາວແລ້ວ ຄືຊິບໍ່ຢາກເອົາດອກ
ອະນຸສອນແບບນັ້ນ ມີແຕ່ພັກ ຄ/ມ ລາວ ຫັ້ນລ໋ະມັກ ປະຊາຊົນເຂົາຢາກໃຫ້ສ້າງໂຮງຮຽນໂຮງໝໍພຸ້ນລ໋ະ ແຕ່ເປັນຫຍັງ ພັກ ແລະ ລັດ ຄືບໍ່ສ້າງໃຫ້ເຂົ້າແດ່ ສ້າງອະນຸສອນໃຫ້ຄົນນຳເອົາລັດທິລ້າຫຼັງ 200 ປີ ຜ່ານມາແລ້ວຄືສ້າງໄດ້
ຢາກໃຫ້ລັດຖະບານ ນຳເອົາແນວຄິດໃໝ່ໆຂອງຄົນຢຸກໃໝ່ມາພັດທະນາບ້ານເມືອງໃຫ້ກ້າວໜ້າຕໍ່ໄປ.............

__________________
Anonymous

Date:
Permalink   
 

ລາວເຮົາມີ ເອັກກະລາດ ເປັນຂອງໂຕເອັງບໍ່ ?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard