ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົ້ນພົບແຮ່ທອງຄໍາ ໃກ້ພູຄໍາ ໃນລາວ
Anonymous

Date:
ຄົ້ນພົບແຮ່ທອງຄໍາ ໃກ້ພູຄໍາ ໃນລາວ
Permalink   
 


ຄົ້ນພົບແຮ່ທອງຄໍາ ໃກ້ພູຄໍາ ໃນລາວ

2011-11-29

ບໍລິສັດ PanAust ໄດ້ ປະກາດວ່າ ຫລັງຈາກ ທີ່ໄດ້ ສໍາຣວດ ແຮ່ທາດ ຜົນປາກົດ ຢືນຢັນວ່າ ມີແຮ່ທາດ ທອງແລະຄໍາ ໃນເຂດ ນໍ້າຊັນ ຕໍ່ກັບພູຄໍາ ໃນພາກເໜືອ ຂອງລາວ


ກົດຟັງສຽງ

ຜູ້ບໍລິຫານ ບໍລິສັດ ທ່ານ Gary Stafford ໄດ້ກ່າວວ່າ “ເຖິງວ່າ ປັດຈຸບັນ ຈະເປັນພຽງ ແຕ່ລະຍະເລີ້ມຕົ້ນ, ຢ່າງນ້ອຍ ຜົນ ຂອງການສໍາຣວດ ກໍໄດ້ ຢືນຢັນວ່າ ມີແຮ່ທາດ ທີ່ມີ grade ດີ ແລະ ມີຄວາມໜາ ພໍສົມຄວນ.

ທ່ານກ່າວ ຕໍ່ໄປວ່າ ຈາກການ ສໍາຣວດ ພວກເຮົາ ອາດຈະ ໄດ້ເຫັນ ແຮ່ທາດຄໍາ grade ສູງ ແລະ ການພັທນາ ບໍ່ຄໍາ ແບບຂຸດອຸໂມງ ໃນພື້ນດິນ ຊຶ່ງ ຈະມາແທນ ພາກສ່ວນນຶ່ງ ຂອງບໍ່ຄໍາ ຈາກພູຄໍາ ທີ່ມີ grade ຕໍ່າ ກໍເປັນໄດ້.ເຂດພູຄໍາ ເປັນພື້ນທີ່ ຈຸດໝາຍສໍາຄັນ ໃນການ ຄົ້ນພົບ ບໍ່ທອງແດງ ແລະ ບໍ່ຄໍາ. ພື້ນທີ່ ດັ່ງກ່າວ ຈະຍາວ ອອກໄປ ປະມານ 7 ກິໂລແມັດ ທາງພາກເໜືອ ຂອງ ພູຄໍາ, ຊຶ່ງບໍລິສັດ PanAust ໄດ້ຄົ້ນພົບ ພາຍໃນ ຕົ້ນປີນີ້. ຕາມ ແຜນການແລ້ວ ທາງບໍລິສັດ ກໍຈະ ສືບຕໍ່ ຂຸດຄົ້ນ ພາຍໃນ ເຂດບໍ່ແຮ່ ນໍ້າຊັນ ຕໍ່ໄປ ອີກພາຍໃນ ເວລາ 6 ຫາ 12 ເດືອນ ຂ້າງໜ້ານີ້. ຊຶ່ງແນໃສ່ວ່າ ຕ້ອງສາມາດ ເລີ້ມຂຸດຄົ້ນ ແຮ່ທາດ ໃຫ້ໄດ້ ພາຍໃນ ກາງປີ 2012 ນີ້.

ໃນເວລາ ດຽວກັນ ການສຶກສາ ຄົ້ນຄວ້າ ຈະເນັ້ນໃສ່ ຄວາມ ເປັນໄປໄດ້ ໃນການ ຂຸດບໍ່ແຮ່ ທາງພື້ນດິນ ຄືເຈາະ ເປັນອຸໂມງ ເຂົ້າໄປ ແທນທີ່ ຈະຂຸດຈາກ ເທິງໜ້າດິນ ແບບເກົ່າ ຄວາມຄືບໜ້າ ຕ່າງໆ ຈະນໍາ ມາສເນີ ໃນລາຍງານ ຂອງທາງ ບໍລິສັດ ສໍາລັບ ໄຕຣມາດ ເດືອນ ທັນວາ 2011 ຕໍ່ໄປ.



-- Edited by buckhumnoy on Tuesday 29th of November 2011 10:00:22 PM

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard