ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວອາຈເປັນແຫລ່ງ ຜລິຕຢາບ້າ
Anonymous

Date:
ລາວອາຈເປັນແຫລ່ງ ຜລິຕຢາບ້າ
Permalink   
 


ລາວອາຈເປັນແຫລ່ງ ຜລິຕຢາບ້າ

ສຳນັກງານ ຢາເສພຕິດ ແລະ ອາຊຍາກັມ ສະຫະ ປະຊາຊາດ ຫລື UNODC ຣາຍງານ ວ່າ ປະເທດລາວ ມີແນວໂນ້ມ ຈະກາຍເປັນ ແຫຼ່ງຜລິດຢາບ້າ ໃຫຍ່ແຫ່ງນຶ່ງ ໃນເອເຊັຍ ຕາເວັນອອກ ສ່ຽງໃຕ້; ພວກຄ້າ ຢາເສພຕິດ ອາດຈະຍ້າຍ ສະຖານທີ່ ຜລິດຢາບ້າ ຈາກ ພະມ້າ ເຂົ້າໄປຕັ້ງ ຢູ່ໃນເຂດ ສອກຫລີກ ຫ່າງໄກ ໃນພາກເໜືອ ຂອງລາວ.

ເມື່ອປະມານ ສອງສາມເດືອນ ກ່ອນ ຜູ້ນຳ ກຳລັງປາບປາມ ຢາເສພຕິດ ຂອງໄທ ກໍ ເປີດເຜີຍວ່າ ຢູ່ພາກເໜືອ ຂອງລາວ ມີແຫຼ່ງຜລິດ ຢາບ້າ. ໃນຫລາຍໆປີ ທີ່ຜ່ານມາ ສປປລາວ ເປັນປະເທດ ທາງຜ່ານ ຂອງ ຢາເສພຕິດ ຢາບ້າ ຈາກ ພະມ້າ ເຂົ້າຫາລາວ ແລ້ວອອກໄປ ສູ່ແດນໄທ ວຽດນາມ ແລະ ກຳພູຊາ. ສ່ວນ ເຮໂຣອິນ ອອກຈາກ ພະມ້າ ຜ່ານແດນລາວ ແລ້ວ ອອກໄປໄທ ຈີນ ແລະ ວຽດນາມ.

ພວກຄ້າ ຢາເສພຕິດ ທັງຄົນລາວ ແລະຄົນໄທ ຖືກຈັບ ໃນເວລາ ທີ່ລັກລອບ ຂົນສົ່ງ ຢາບ້າ ຈາກລາວ ໄປໄທເລື້ອຍໆ. ເຈົ້າໜ້າທີ່ ລາວ ແລະ ວຽດນາມ ກໍຈັບພວກຄ້າ ເຮໂຣອິນ ຢູ່ເລື້ອຍໆ ທີ່ ລັັກລອບເອົາ ເຮໂຣອິນ ຈາກລາວ ໄປ ວຽດນາມ.

ໃນສອງເດືອນ ຜ່ານມາ ຮ້ອຍເອກ ສເລີມ ຢູບຳລຸງ ຮອງ ນາຍົກຣັຖມົນຕຣີ ໃນນາມ  ຫົວໜ້າ ປາບປາມ ຢາເສພຕິດ ຂອງໄທ ປະກາດວ່າ ທ່ານຢາກປິດ ຊາຍແດນ ໄທ-ລາວ ເພື່ອຍຸດຕິ ການລັກລອບ ຂົນສົ່ງ ຢາເສພຕິດ ຈາກ ລາວເຂົ້າໄທ.

ສຳນັກງານ ຢາເສພຕິດ ແລະ ອາຊຍາກັມ ສະຫະປະຊາຊາດ ຣາຍງານ ອີກວ່າ ການໃຊ້ຫລື ການເສພ ຢາເສພຕິດ ຢູ່ລາວ ໂດຍສະເພາະ ຢາບ້າ ເພິ້ມຂື້ນ. ໃນປີຜ່ານມາ ເຈົ້າໜ້າທີ່ ລາວ ຍຶດຢາບ້າ ໄດ້ເຖິງ 136 ລ້ານເມັດ ຊຶ່ງຖືວ່າເປັນ ປະເທດ ທີ່ຍຶດຢາບ້າ ໄດ້ຫລາຍ ທີ່ສຸດ ອັນດັບທີສາມ ໃນຂົງເຂດ ລອງຈາກ ຈີນແລະໄທ. ການເສພ ຢາເສພຕິດ ອີກຊນິດນຶ່ງ ທີ່ກຳລັງ ມີທ່າໂນ້ມ ເພິ້ມຂື້ນໃນລາວ ກໍແມ່ນ ການເສພຢາ ໄອສ໌ ແລະ ຢາອີ



__________________
Anonymous

Date:
Permalink   
 

 

ການປິດຊາຍແດນບໍ່ແມ່ນວິທີການແກ້ບັນຫາທີ່ດີ, ຄິດວ່າຖ້າລາວແລະໄທຮ່ວມມືກັນຢ່າງຈິງໃຈ ບັນຫາການ

ຄ້າຢາເສບຕິດລະຫວ່າງປະເທດຄົງຈະໄດ້ຮັບການແກ້ໄຂເທື່ອລະເລັກເທື່ອລະນ້ອຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard