ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວໂລກຮຽກຮ້ອງໃຫ້ຢຸດ ເຂື່ອນໄຊຍະບູຣີ
Anonymous

Date:
ຊາວໂລກຮຽກຮ້ອງໃຫ້ຢຸດ ເຂື່ອນໄຊຍະບູຣີ
Permalink   
 


ຊາວໂລກຮຽກຮ້ອງໃຫ້ຢຸດ ເຂື່ອນໄຊຍະບູຣີ

ປະຊາຊົນ ກວ່າ 20,000 ຄົນ ໃນທົ່ວໂລກ ໄດ້ຮຽກຮ້ອງ ໃຫ້ ຣັຖບານ ປະເທດ ລຸ່ມ ແມ່ນໍ້າຂອງ ຍົກເລີກ ໂຄງການ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ແຂວງ ໄຊຍະບູຣີ.

F-Xayaburi-dam-site3.jpg

international river

ສະຖານທີ່ ຂອງໂຄງການ ເຂື່ອນ ໄຊຍະບູຣີ

ປະຊາຊົນ ໃນທົ່ວໂລກ ກວ່າ 23,000 ຄົນ ຈາກ 106 ປະເທດ ໄດ້ລົງລາຍເຊັນ ຮ່ວມກັນ ໃນວັນພຸດນີ້ ເພື່ອສົ່ງ ເປັນຖແລງການ ໄປໃຫ້ ນາຍົກ ຣັຖມົນຕຣີ ລາວ ແລະ ໄທ ຮຽກຮ້ອງ ໃຫ້ ຍົກເລີກ ໂຄງການ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ໃນ ແຂວງ ໄຊຍະບູຣີ ພາກເໜືອ ຂອງລາວ. ການລົງລາຍເຊັນ ຮຽກຮ້ອງ ເປັນໝູ່ນີ້ ມີຂື້ນ ກ່ອນໜ້າ ກອງປະຊຸມ ຜູ້ນໍາ ຈາກ 4 ປະເທດ ລຸ່ມ ແມ່ນໍ້າຂອງ ໃນວັນທີ 8 ທັນວາ 2011 ນີ້ ທີ່ ນະຄອນ ຊຽມຣຽບ ປະເທດ ກໍາພູຊາ ເພື່ອຕັດສີນວ່າ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ຈະດໍາເນີນ ຕໍ່ໄປຫລືບໍ່.

ຖແລງການຮ່ວມ ໄດ້ສະແດງ ຄວາມເປັນຫ່ວງນໍາ ອະນາຄົດ ຂອງ ອ່າງ ແມ່ນໍ້າຂອງ ຈື່ງໄດ້ ຮຽກຮ້ອງ ນາຍົກ ຣັຖມົນຕຣີ ຂອງ 4 ປະເທດ ໃຫ້ໂຈະ ການສ້າງເຂື່ອນ ໄປຕື່ມອີກ ຢ່າງນ້ອຍ 10 ປີ ຈົນກວ່າຈະມີ ການສືກສາ ຜົນກະທົບ ຕໍ່ສິ່ງ ແວດລ້ອມ ຢ່າງຖີ້ຖ້ວນ. ດັ່ງທີ່ ຍານາງ ພຽນພອນ ດີເທດ ຜູ້ປະສານງານ ເຄືອຂ່າຍ ແມ່ນໍ້າສາກົນ ປະຈໍາ ປະເທດໄທ ໄດ້ກ່າວ ໃນມື້ນີ້ວ່າ:

"ມື້ນີ້ ໄດ້ສົ່ງ ຖແລງການ ທີ່ ປະຊາຊົນ ໃນທົ່ວໂລກ ເປັນຫ່ວງນໍາ ແມ່ນໍ້າຂອງ ລົງຊື່ ປະມານ 23,000 ຄົນ ຈາກ ທັງໝົດ 106 ປະເທດ ທົ່ວໂລກ ຮ່ວມທັງ ປະເທດ ໃນ ພູມີພາກ ນີ້ດ້ວຍ ເພື່ອຂໍໃຫ້ ພິຈາຣະນາ ປ່ຽນໃຈ ໃນການທີ່ ຈະສ້າງ ເຂື່ອນ ໄຊຍະບູຣີ ນີ້".

ຈົດໝາຍ ຈາກ ກຸ່ມຮຽກຮ້ອງ ໄດ້ມອບໃຫ້ ຣັຖບານໄທ ແລະ ສະຖານທູດລາວ ໃນບາງກອກ ເມື່ອວັນພຸດ ນີ້. ຍານາງ ພຽນພອນ ເວົ້າວ່າ ປະຊາຊົນ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ແລະ ປະຊາຊົນ ໃນ ທົ່ວໂລກ ທີ່ມີຄວາມ ເປັນຫ່ວງ ໄດ້ອອກສຽງ ຕໍ່ຕ້ານ ການສ້າງ ເຂື່ອນ ໄຊຍະບູຣີ.

ຍານາງ ກ່າວເນັ້ນວ່າ, ພວກທ່ານ ຮອດບໍ່ຢາກຄິດ ວ່າວັນທີ່ 8 ທັນວາ ຈະເປັນວັນ ມໍຣະນະ ຂອງ ແມ່ນໍ້າຂອງ. ການຮ້ອງຮຽນ ຄັ້ງນີ້ມີຂື້ນ ໃນມື້ຕໍ່ມາ ພາຍຫລັງ ທີ່ ຄນະ ກັມມະການ ຄວາມສັມພັນ ຕ່າງປະເທດ ຂອງ ສະພາສູງ ສະຫະຣັດ ອະເມຣິກາ ເຫັນດີນໍາ ຍັດຕິ ທີ່ ສະເໜີໂດຍ ທ່ານ Jimm Web ສະມາຊິກ ສະພາສູງ ສະຫະຣັດ ທີ່ ຮຽກຮ້ອງ ໃຫ້ມີການ ປົກປ້ອງ ອ່າງ ແມ່ນໍ້າຂອງ ແລະ ເຍີ້ນ ໂຄງການ ສ້າງເຂື່ອນ ຕາມລໍາ ແມ່ນໍ້າຂອງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard