ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: 36th Annerversary Lao National inauspicious Day 12/02/2011
Anonymous

Date:
36th Annerversary Lao National inauspicious Day 12/02/2011
Permalink   
 


ສບາຍດີ  ພີ່ນອ້ງຊາວລາວທຸກໆທ່ານ.

- ສໍແສນໄຕ້ ຂໍກັບມາສົນທະນາກັບບັນດາທ່ານອີກຄັ້ງ ພາຍຫຼັງທີ່ ພວກທີ່ຢ້ານເສັຽຜົນປໂຍດ ແລະ ພວກທີ່ຢ້ານພໍ່ແມ່ພີ່ນອ້ງຊາວລາວ ໄດ້ຮູ້ຄວາມຈິງທີ່ຜ່ານມາຂອງ ຣະບອບຜເດັດການ ສປປລາວ ໄດ້ລຶບກະທູ້ນີ້ ອອກໄປເທື່ອນຶ່ງ ແລ້ວມຶ້ວານນີ້.
ຂໍຂອບໃຈນໍາພີ່ນອ້ງ ຊາວລາວ ທີ່ເຂົ້າມາເປັນກໍາລັງໃຈ ໃຫ້ຂ້າພະເຈົ້າ ແລະໄດ້ເສັຽສຣະເວລາມາອ່ານແລະປະກອບຄວາມເຫັນ
ໃນກະທູ້ຂອງຂ້າພະເຈົ້າ ຕລອດມາ.

- ພໍ່ແມ່ພີ່ນອ້ງຊາວລາວ ທີ່ຮັກແພງທຸກໆທ່ານ.

-ວັນທີ 2 ທັນວາ 2011 ທີ່ຈະມາເຖິງນີ້ ເປັນວັນມະຫາອຸບາດ ທີ່ຄົບຮອບ 36 ປີ, ຊຶ່ງເປັນວັນ
ທີ່ຊາຕລາວ ເສັຍເອກຣາຊ ເສັຍອະທິປະໄຕ ເສັຽເຂດນ້ໍາແດນດິນໃຫ້ແກ່ຕ່າງຊາຕ ຄືວຽດນາມ,

- 36 ປີກັບຄໍາວ່າ ສິ້ນຊາຕໄຮ້ແຜ່ນດິນ.
- 36 ປີ ທີ່ຊາວລາວ 5 – 6 ແສນ ຄົນເປັນກ້ໍາພ້າແຜ່ນດິນ,
- 36 ທີ່ ຣັຖບານຜເດັດການ ສປປ ລາວ ໄດ້ ຂ້າລ້າງໂຄຕ ພຣະບາຕສົມເດັດມະຫາຊີວິດ, ພຣະອັຄມະເຫສີ ແລະ
ພຣະຍາຕຕິວົງ ພອ້ມທັງ ຂ້າຣາຊການ ທະຫານ ຕໍາຣວຈ ນັກຮຽນ ນັກສຶກສາ ຂອງອະດິດ ພຣະຣາຊອານາຈັກລາວ.
- 36 ປີ ທີ່ພີ່ນອ້ງຊາວລາວທີ່ຢູ່ພາຍໃນປະເທດ ໄດ້ຮັບຄວາມທຸກຍາກທໍຣະມານອັນແສນສາຫັດ,
- 36 ປີ ທີ່ຣັຖບານຜເດັດການ ສປປລາວ ຄອບງໍາປະເທດ.
- 36 ປີ ທີ່ພີ່ນອ້ງຊາວລາວ ຫຼາຍແສນຄົນ ໄປຊອກຫາແລກປ່ຽນແຮງງານໜັກໃນຕ່າງປະເທດ.
- 36 ທີ່ຊາວຕ່າງປະເທດ ເຂົ້າມາບຸກລຸກເຂດນ້ໍາແດນດິນລາວເຮົາແລະຂົນເອົາຊັພສິນສົມບັດ
ຂອງຊາຕ ໂດຍການອະນຸຍາຕ ຈາກຜູ້ນໍາຜເດັດການ ສປປລາວ.

- ພີ່ນອ້ງຊາວລາວ ທີ່ເຄົາຣົບທຸກໆທ່ານ,

- ວັນມະຫາອຸບາດ ນີ້ ເປັນວັນທີ່ພວກເຮົາຊາວລາວ ທັງໃນແລະນອກປະເທດ ຄວນຈຶ່ຈໍາໄວ້ ໃຫ້ຊົ່ວ
ຟ້າດີນສລາຍຊື່ງມັນເປັນວັນທີ່ບໍ່ເຄີຍມີມາໃນປວັດສາຕຂອງລາວມາກອ່ນ, ຜ່ານມາ ເຖີງຊາຕລາວ
ຈະລົ້ມລຸກຄຸກຄານ ກໍບໍ່ເຄີຍມີເຫດການດັ່ງນີ້ເກິດຂຶ້ນເລີຍ ແຕ່ຄັ້ງນີ້ພຽງຄັ້ງດຽວເທົ່ານັ້ນ ທີ່ທໍາໃຫ້
ຊາຕລາວ ແລະ ຊາວລາວເຮົາຕອ້ງສູນສິ້ນທຸກສິ່ງຢ່າງດັ່ງຂ້າງເທີງນັ້ນ, ບໍ່ມີຜູ້ນໍາຍຸກໃດ ທີ່ຈະສ້າງ
ຄວາມຫາຍຍະນະ ມາສູ່ປະເທດດັ່ງ ຜູ້ນໍາ ສປປລາວ ທີ່ອ້າງຕົນວ່າ ສລາດສອ່ງໃສ ເປັນຣັຖບານ
ທີ່ຮັກຊາຕ ຮັກແຜ່ນດິນ, ທີ່ແທ້ກໍຄື ເປັນຣັຖບານ ທີ່ຂາຍຊາຕ ຂາຍແຜ່ນດິນ ແລະ ເປັນຄາຕກອນ
ທີ່ໂຫດຫ້ຽມທີ່ສຸດໃນໂລກ, ພວກນີ້ ເຂົາກໍາລັງຈະທໍາການດັບສູນເຊື້ອຊາຕລາວອີກໃນບໍ່ຊ້ານີ້
ດວ້ຍການນໍາເອົາຊາວຕ່າງປະເທດ ເຂົ້າມາຢູ່ໃນປະເທດ ໂດຍການອ້າງເອົາການລົງທືນຂອງ
ຄົນຕ່າງປະເທດມາເປັນຂໍ້ອ້າງ ແລະຍົກດິນດອນຕອນຫຍ້າ ຂອງພໍ່ແມ່ພີ່ນອ້ງເຮົາ ໃຫ້ຄົນຕ່າງຊາຕ
ສັມປະທານ ເປັນເວລາຍາວນານ ພໍ່ແມ່ພີ່ນອ້ງຊາວລາວ ກາຍເປັນຄົນທີ່ໄຮ້ແຜ່ນດິນ ແລະ ໄຮ້
ທີ່ທໍາມາຫາກິນ ທັງໆ ທີ່ແຜ່ນຕອນນີ້ ເປັນຂອງຄົນລາວທັງຊາຕ ທີ່ເຄີຍທໍາມາຫາກິນ ມາຫຼາຍ
ເຊັ່ນຄົນ ແຕ່ບັດນີ້ ພີ່ນອ້ງຊາວລາວເຮົາ ຕອ້ງມານັ່ງຫຼັ່ງນ້ໍາຕາ ເພາະຜູ້ນໍາຜເດັດການ ພວກນີ້
ໄຊ້ອໍານາດບາດໃຫ່ຍ ຍຶດເອົາດິນດອນຕອນຫ້ຍາຂອງເຂົາໄປໃຫ້ຄົນຕ່າງປະເທດ ສັມປະທານ.
ອີກບໍ່ນານ ຊາວລາວເຮົາຈະຕອ້ງໄດ້ເຊົ່າທີ່ດີນ ຂອງຕົນເອງຢູ່ ນໍາຄົນຕ່າງປະເທດ ແລ້ວພີ່ນອ້ງ
ເອີຍ ນີ້ຄື ຍອ້ນນ້ໍາມືໃນການປົກຄອງ ຜເດັດການ ຂອງ ຣັຖບານ ສປປລາວ ທີ່ສ້າງຮັ່ງຄູນມີ
ແກ່ຕົນເອງ ແລະພັກພວກ ດັ່ງທີ່ ພີ່ນອ້ງຊາວລາວເຮົາ ໄດ້ເຫັນຄວາມລ້ໍາຣວຍ ຂອງ ບັນດາ
ພັກຣັຖ ໃນທຸກວັນນີ້.

- ເພາະສນັ້ນ, ຂ້າພະເຈົ້າເອງ ຂໍຮຽກຮອ້ງໃຫ້ພີ່ນອ້ງຮ່ວມຊາຕ ໂດຍສເພາະ ນອ້ງນຸ່ງລູກຫຼານ
ຜູ່ທີ່ຈະກໍາໂຊກ ຊາຕາກັມ ຂອງຊາຕໃນ ອະນາຄົຕ ຈົ່ງພິນິຈພິຈາຣະນາ ຕໍ່ເຫດການອັນນີ້
ເພື່ອຄວາມ ຍືນຍົງຄົງຕົວ ຂອງຊາຕລາວ ແລະ ເພື່ອຄວາມຢູ່ເຢັນເປັນສຸຂ ຂອງປວງຊົນລາວ
ທັງຊາຕ ເພື່ອເອກຣາຊ ຂອງຊາຕໃຫ້ກັບຄືນມາສູ້ກໍາມືຂອງປວງຊົນລາວທັງຊາຕ.

ຂໍຂອບໃຈ
ສສຕ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard