ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມຊ ຮັບນັກສຶກສາ ໄດ້ພຽງບາງວິຊາ
Anonymous

Date:
ມຊ ຮັບນັກສຶກສາ ໄດ້ພຽງບາງວິຊາ
Permalink   
 


ຈໍານວນ ນັກສຶກສາ ທີ່ ຈົດຊື່ ເຂົ້າຮຽນ ໃນ ມະຫາວິທຍາໄລ ແຫ່ງຊາດ ລາວ ມີໜ້ອຍ ຍ້ອນ ວິຊາ ທີ່ຕ້ອງການ ເຕັມໝົດ ກ່ອນແລ້ວ.

F-Laos-national-university.jpg

LPDR

ມະຫາວິທຍາໄລ ແຫ່ງຊາຕ ສປປ ລາວ

ມະຫາວິທຍາໄລ ແຫ່ງຊາດ ລາວ ໄດ້ເປີດ ຮັບເອົາ ນັກສຶກສາ ເຂົ້າຮຽນ ໃນພາກ ຮຽນປີ 2012 ຊຶ່ງຍັງມີ ເວລາ ພຽງແຕ່ 2 ເດືອນ ແຕ່ກໍຍັງມີ ນັກສຶກສາ ຈໍານວນຫລາຍ ທີ່ບໍ່ມາ ຈົດຊື່ ເຂົ້າຮຽນ ຍ້ອນ ບໍ່ມັກ ວິຊາ ທີ່ຈະໄດ້ຮັບ ອະນຸມັດ ໃຫ້, ເນື່ອງຈາກວ່າ ຄະແນນ ບໍ່ເຖິງກໍມີ ແລະ ບາງວິຊາ ທີ່ ມີຄວາມນິຍົມ ສູງ ກໍເຕັມກ່ອນ. ພນັກງານ ຝ່າຍ ວິຊາການ ມະຫາວິທຍາໄລ ແຫ່ງຊາດລາວ  ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ມັນກໍມີ ບາງສ່ວນ ທີ່ວ່າມັກແລ້ວ ບໍ່ລົງຕົວ ຕົວຢ່າງທີ່ວ່າ ຂະເຈົ້າ ເສັງຫັ້ນນ່າ ເປີດໃຫ້ເລືອກ 5 ວິຊາເນາະ ແຕ່ວ່າທີ 1 ເສຖສາດ, ອາດມີຄົນ ລົງເລືອກຫລາຍ ແລ້ວ ຄແນນຂະເຈົ້າ ບໍເຖິງ ແລ້ວ ຂະເຈົ້າໄປໄດ້ ຄຣູພາສາ ອັງກິດ ແຕ່ວ່າບໍ່ມັກ ຢາກຮຽນ ເສຖສາດ ເລີຍບໍ່ໄປ ລົງທະບຽນ".

ນັກວິຊາການ ເວົ້າຕໍ່ໄປວ່າ ກໍານົດ ມື້ສຸດທ້າຍ ໃນການ ລົງທະບຽນ ແມ່ນມື້ວັນ ທີ 30 ພຶສຈິກາ 2011 ນີ້. ຫລັງຈາກ ໝົດກໍານົດ ນັບໄປ 10 ມື້ ເພື່ອໃຫ້ ນັກສຶກສາ ທີ່ມາລົງ ທະບຽນ ມາເສັຍຄ່າຮຽນ, ຊຶ່ງເຖິງ ປັດຈຸບັນ ກໍຍັງມີ ຫລາຍຄົນ ທີ່ຍັງບໍ່ທັນ ມາຈ່າຍ.

ເຖິງຢ່າງໃດ ກໍຕາມ ນັກສຶກສາ ຍັງສາມາດ ມາລົງ ທະບຽນ ໄດ້ຢູ່ ແລ້ວຈຶ່ງມາ ຂໍປ່ຽນ ວິຊາຮຽນ ຕາມພາຍຫລັງ ຫາກມີ ບ່ອນຫວ່າງ. ຫາກ ນັກສຶກສາ ບໍ່ມາລົງ ທະບຽນ ຕາມທີ່ທາງ ມະຫາວິທຍາໄລ ໄດ້ ກໍານົດໄວ້ ກໍຖືວ່າ ພວກຂະເຈົ້າ ສລະສິດ ຈະຕ້ອງມາ ເສັງເຂົ້າໃໝ່ ໃນປີໜ້າ ຍ້ອນວ່າ ປັດຈຸບັນ ທາງ ມະຫາວິທຍາໄລ ບໍ່ສາມາດ ເພີ້ມຕື່ມ ຈໍານວນ ບ່ອນຮຽນ ໃນແຕ່ລະ ສາຂາວິຊາ ໄດ້. ອົງການຂ່າວ ວຽງຈັນທາມ ລາຍງານ ວ່າ ຍັງມີ ນັກສຶກສາ ຫລາຍກວ່າ 1,600 ຄົນ ທີ່ຍັງບໍ່ທັນ ມາຈົດຊື່ ເຂົ້າຮຽນ.



__________________
Anonymous

Date:
Permalink   
 

 

ເປັນຫຍັງຂະແໜງເສຖສາຕຈຶ່ງເປັນຂະແໜງທີ່ນິຍົມຫຼາຍກ່ວາໝູ່? ຮຽນຈົບແລ້ວຫາວຽກໄດ້ງ່າຍແລະໄດ້ເງິນເດືອນສູງຊັ້ນເບາະ? ຄິດເຫັນຕອນຄາວຍັງເປັນນັກຮຽນມໍ6, ນັກຮຽນສ່ວນຫຼາຍເຫີ່ໄປຮຽນວິຊາທີ່ໝູ່ຂອງຕົນໄປສະໝັກຮຽນໂດຍບໍ່ຄໍານຶງເຖິງຄວາມສາມາດຂອງຕົນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard