ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົລປູກຂອງຊາວບ້ານ ໃນພື້ນທີ່ສໍາປະທານ
Anonymous

Date:
ຜົລປູກຂອງຊາວບ້ານ ໃນພື້ນທີ່ສໍາປະທານ
Permalink   
 


ຜົລປູກຂອງຊາວບ້ານ ໃນພື້ນທີ່ສໍາປະທານ

ຊາວບ້ານ ຢາກເກັບກ່ຽວ ຜົນຜລິດ ຈາກພື້ນທີ່ ທີ່ໄດ້ລົງມື ໄປແລ້ວ ໃນ ບໍຣິເວນ ບໍ່ແຮ່ ພູຄໍາ ຊື່ງທາງການ ໄດ້ ສັມປະທານ ໃຫ້ ບໍຣິສັດ ພູເບັ້ຽ ມາຍໜີ້ງ ໄປແລ້ວ.

ບັນຫາ ການຂັດແຍ່ງ ທີ່ດິນປູກຝັງ ຂອງ ປະຊາຊົນ ບ້ານນໍ້າໂມ້ ແລະ ບ້ານນໍ້າຍອນ ໃນ ບໍຣິເວນ ບໍ່ແຮ່ພູຄໍາ ເມືອງ ໄຊສົມບູນ ແຂວງ ວຽງຈັນ ຍັງມີຢູ່ ຕໍ່ເນື່ອງ ພາຍຫລັງທີ່ ທາງການ ໄດ້ລົງໄປ ໄກ່ເກັ່ຽ ລະຫວ່າງ ບໍຣິສັດ ພູເບັຽມາຍໜີ້ງ ກັບ ປະຊາຊົນ ໃນເຂດນັ້ນ. ທາງ ບໍຣິສັດ ໄດ້ເສັຽຄ່າ ຊົດເຊີຽ ໃຫ້ຊາວບ້ານ ຈໍານວນນື່ງ ທີ່ໄດ້ຮັບ ຜົນກະທົບ ແຕ່ຊາວບ້ານ ຍັງໄປທໍາການ ປູກຝັງ ຢູ່ໃນເຂດສັມປະທານ ນັ້ນຢູ່. ເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ແຂວງເວົ້າວ່າ:

“ບັນຫາຊຸມຊົນ ສ່ວນໃຫ່ຽ ມັນກໍຈະເປັນ ເວົ້າເຣື້ອງຫລັກໆ ກໍຄື ເວົ້າເຣື້ອງ ການນໍາໃຊ້ ທີ່ດິນ ເພາະວ່າ ເຂດທັງໝົດ ນັ້ນແມ່ນ ບໍຣິສັດ ພູເບັ້ຽ ຈະເປັນຜູ້ເຊົ່າ ສັມປະທານ, ແຕ່ວ່າ ບາງ ປະຊາຊົນ ຂະເຈົ້າໄປເຮັດ ເນື່ອງຈາກ ການຜລິດເຂົາ ຍັງບໍ່ທັນໄດ້ ເກັບກ່ຽວ ມັນກໍເລີຽ ເຮັດໃຫ້ການ ຂັດແຍ້ງ ບ່ອນນີ້”.

ບໍຣິສັດ ພູເບັ້ຽ ວ່າເຂດນີ້ ຕົນໄດ້ຮັບ ສັມປະທານ ຈາກ ຣັຖບານ ແລ້ວ ຈື່ງບໍ່ຢາກໃຫ້ ປະຊາຊົນ ໄປເຮັດໄຮ່ ເລື່ອນລອຍ ໃສ່. ເຖິງແມ່ນວ່າ ບໍ່ຂຸດຄົ້ນ ທອງແດງ ແລະຄໍາ ໃນເຂດ ພູຄໍາ ໄດ້ປິດລົງ ແລ້ວກໍຕາມ. ບັນຫານື່ງອີກ ທີ່ທາງ ບໍຣິສັດ ໄດ້ ປະປ່ອຍໄວ້ ກໍຄື ສິ່ງແວດລ້ອມ ເພາະວ່າ ໃນເວລາ ການຂຸດຄົ້ນ ແຮ່ທາດຄໍາ ແລະທອງແດງ ນັ້ນ ມີການ ລະເບີດຫີນ ຫລາຍຈຸດ ເຮັດໃຫ້ ພື້ນທີ່ດິນ ກາຍເປັນຫລຸມ ເຮັດໃຫ້ ງົວຄວາຍ ຂອງ ປະຊາຊົນ ຕົກລົງຫລຸມ ທີ່ປະປ່ອຍໄວ້, ແຕ່ທາງພາກຣັດ ກໍຈະ ພຍາຍາມຊົດເຊີຽ ໃຫ້ເຂົາເຈົ້າ:

”ກໍມີແຕ່ ລະດົມ ຄັນຖືກ ກໍມີແຕ່ ເອົາເງິນ ພັທນາທີ່ ພູເບັຽມອບໃຫ້ ຣັດນັ້ນ ຊົດເຊີຍ ແຕ່ວ່າ ປັດຈຸບັນ ນີ້ ວຽກງານ ກ່ຽວກັບ ຊຸມຊົນນີ້ ກໍບໍ່ໜັກ ດຽວນີ້ ມັນມີແຕ່ວຽກ ສິ່ງແວດລ້ອມ ນີ້ແຫລະໜັກ ຢູ່ພູຄໍາ”.

ບັນຫາ ສິ່ງແວດລ້ອມ ເປັນບັນຫາ ໜັກໜ່ວງ ທີ່ແຂວງ ໄດ້ຮັບ ຈາກໂຄງການ ຂຸດຄົ້ນ ແຮ່ທາດຄໍາ ແລະ ທອງແດງ ຢູ່ໃນເຂດ ບ້ານນໍ້າໂມ ແລະນໍ້າຍອນ ເມືອງໄຊສົມບູນ. ຍັງບໍ່ເປັນທີ່ ແນ່ນອນ ເທື່ອວ່າ ທາງ ແຂວງວຽງຈັນ ຈະແກ້ໄຂ ບັນຫາ ນີ້ແນວໃດ ເພາະມັນ ເປັນບັນຫາ ຕໍ່ສຸຂພາບ ຂອງທຸກຄົນ ທີ່ອາສັຍ ຢູ່ຕາມ ນໍ້າໂມ້ ນໍ້າຍອນ ແລະ ນໍ້າງື່ມ.



__________________
Anonymous

Date:
Permalink   
 

 

ບໍ່ໜ້າເຊື່ອເລີຍວ່າ ລັດຈະຖືເອົານາຍທຶນໜັກກ່ວາປະຊາຊົນ. ລັດມາຈາກປະຊາຊົນ ຄວນເຮັດວຽກເພື່ອປະຊາຊົນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard