ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄາສິໂນບໍ່ແກ້ວ ອາຈຄ້າຢາເສພຕິດ
Anonymous

Date:
ຄາສິໂນບໍ່ແກ້ວ ອາຈຄ້າຢາເສພຕິດ
Permalink   
 


ແຫລ່ງຂ່າວ Al Jazeera ຊຶ່ງເປັນ ອົງການ ຂ່າວໃຫຍ່ ໃນພາກ ຕາເວັນອອກກາງ ອອກຣາຍງານ ໃນ ວັນເສົາ ທີ່ ຜ່ານມາ ວ່າ ເຫດການ ກ່ຽວກັບ ຢາເສພຕິດ ທີ່ເກີດຂື້ນ ເລື້ອຍໆ ໃນຣະຍະ ສອງສາມ ເດືອນ ທີ່ຜ່ານມາ ໃນເຂດ ສາມຫລ່ຽມຄຳ ສະແດງ ໃຫ້ ເຫັນວ່າ ຄາສິໂນ ຂອງຈີນ ທີ່ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ອາດມີສ່ວນ ພົວພັນ ກັບການຄ້າ ຢາເສພຕິດ.

F-killed-Mekong-sailor.jpg

GLobal times

ພວກພີ່ນ້ອງ ຄອບຄົວ ຂອງລູກເຮືອ ຊາວຈີນ ທີ່ຖືກ ຂ້າຕາຍ 13 ຄົນ ໃນເຂດ ສາມຫຼ່ຽມຄໍາ

ແຫລ່ງຂ່າວ Al Jazeera ຣາຍງານ ທາງ ອິນເຕີແນ໊ດ ອີກວ່າ ເຂດ ສາມຫລ່ຽມຄຳ ຊຶ່ງເປັນເຂດ ຊາຍແດນ ຮ່ວມ ຣະຫວ່າງ ລາວ ພະມ້າ ແລະ ໄທ ອາດກາຍເປັນ ສູນກາງ ການຄ້າ ຢາເສບຕິດ ໃຫຍ່ ແຫ່ງນຶ່ງ ໃນເອເຊັຍ ຕາເວັນອອກ ສ່ຽງໃຕ້. ການຜລິດ ຢາເສພຕິດ ຫລຸດລົງແດ່ ເມື່ອຊຸມປີ 1970; ແຕ່ ປັດຈຸບັນ ຍ້ອນມີ ຄາສິໂນ ທີ່ຕັ້ງຢູ່ໃກ້ໆ ແຄມຂອງ ໃນເຂດ ສາມຫລ່ຽມຄຳ ນັ້ນ ການຄ້າ ຢາເສພຕິດ ໃນຂົງເຂດ ນີ້ ຈຶ່ງ ເພິ້ມຂື້ນ.

ຄນະບໍຣິຫານ ງານ ຂອງ ບ່ອນ ຄາສິໂນ King’s Roman ຂອງຈີນ ຢູ່ແຂວງ ບໍ່ແກ້ວ ປະຕິເສດ ວ່າ ຄາສິໂນ ຂອງຕົນ ບໍ່ໄດ້ເປັນ ສູນການຄ້າ ຫຼື ຈຳໜ່າຍ ຢາເສພຕິດ. ແຕ່ເຫດການ ທີ່ເກີດຂື້ນ ເລື້ອຍໆ ເມື່ອ ບໍ່ດົນ ຜ່ານມາ ສະແດງໃຫ້ ເຫັນວ່າ ໂຮງຄາສິໂນ ດັ່ງກ່າວ ອາດມີສ່ວນ ພົວພັນ ກັບການຄ້າ ຢາເສພຕິດ ໃນຂົງເຂດ.

ໃນມໍ່ໆມານີ້ ເຈົ້າໜ້າທີ່ ຕຳຣວດ ຄົ້ນພົບ ຢາບ້າ ເຖິງ 20 ກະສອບ ທີ່ມີມູລຄ່າ ເຖິງ 1 ລ້ານ 6 ແສນ ດອນລ່າ ສະຫະຣັຖ ຢູ່ ບໍຣິເວນ ໂຮງຄາສິໂນ King’s Roman. ເມື່ອເດືອນກ່ອນ ຄົນຈີນ ຖືກມັດມື ແລະ ຖິ້ມລົງນ້ຳຂອງ ເສັຍຊີວິດ 13 ຄົນ ໃນເຂດ ສາມຫລ່ຽນຄຳ ແລະ ກຳລັງ ທະຫານໄທ ຄົ້ນພົບ ຢາບ້າ ຈຳນວນ 1 ລ້ານເມັດ ຢູ່ໃນກຳປັ່ນ ສິນຄ້າ ທີ່ຊາວຈີນ 13 ຄົນ ຖືກຂ້ານັ້ນ ແລະ ທະຫານໄທ ກໍເຊື່ອວ່າ ຢາບ້າ ເຫລົ່ານັ້ນ ອາດກຳລັງ ຖືກລັກ ຂົນສົ່ງໄປ ທີ່ ໂຮງຄາສິໂນ ທີ່ ເມືອງ ຕົ້ນຜິ້ງ ແຂວງບໍ່ແກ້ວ. ເຈົ້າໜ້າທີ່ ໄທ ເຊື່ອວ່າ ທະຫານໄທ ເກົ້າຄົນ ທີ່ຖືກຈັບ ແລະ ຖືກສົງໄສ ເປັນຜູ້ຂ້າ ຊາວຈີນ 13 ຄົນ ນັ້ນ ອາດເປັນ ສ່ວນນຶ່ງ ຂອງ ຂະບວນການ ການຄ້າ ຢາເສພຕິດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard