ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານຍັງລັກຮ່ອນຄໍາ
Anonymous

Date:
ຊາວບ້ານຍັງລັກຮ່ອນຄໍາ
Permalink   
 


ຊາວບ້ານຍັງລັກຮ່ອນຄໍາ

ລາວ ຍັງມີ ບັນຫານໍາ ການລັກລອບ ຄົ້ນແຮ່ຄໍາ ຊຶ່ງມີຜົນ ກະທົບ ທີ່ຮ້າຍແຮງ ຕໍ່ສິ່ງ ແວດລ້ອມ ຈາກ ສາຣເຄມີ ທີ່ນໍາມາໃຊ້ ເພື່ອແຍກ ເອົາຄໍາ.

image_thumb

ການຂຸດຄົ້ນ ແຮ່ທາດ ໃນລາວ ປາກົດວ່າ ມີຫລາຍຂຶ້ນ ຢູ່ຕໍ່ໄປ ຈະມີຜົນ ກະທົບ ຕໍ່ສິ່ງ ແວດລ້ອມ ຖ້າຫາກບໍ່ ມີການ ຄວບຄຸມ ຢ່າງເຄັ່ງຄັດ. ການຂຸດຄົ້ນ ແຮ່ທາດ ຂອງ ປະຊາຊົນ ຫລື ຂອງ ບໍຣິສັດ ຂນາດນ້ອຍ ເອກກະຊົນ ທີ່ໃຊ້ ສາຣເຄມີ ທີ່ເປັນ ອັນຕຣາຍ ນັ້ນ ທາງການລາວ ເວົ້າວ່າ ຍັງຄວບຄຸມ ບໍ່ໄດ້. ທ່ານ ຄໍາຕັນ ວົງພັນ ສີປະເສີດ ຮອງ ຫົວໜ້າ ກົມບໍ່ແຮ່ ກະຊວງ ພລັງງານ ແລະ ບໍ່ແຮ່ ໃນນະຄອນຫຼວງ ວຽງຈັນ ກ່າວວ່າ:

"ຕົວເຣື່ອງ ລັກຂຸດນີ້ ມັນຍາກ ເພາະວ່າເຮົາ ກໍຄຸ້ມຄອງ ຍາກ ຣັຖບານ ກໍກໍາລັງ ກວດກາເຂັ້ມຢູ່ ແຕ່ວ່າການ ລັກລອບ ກໍສິມີຢູ່ ປະຕິເສດ ບໍ່ໄດ້ ແຕ່ຣັຖບານ ກໍກໍາລັງ ກວດກາ ດຽວນີ້ ລັກຂຸດມັນ ບໍ່ຖືກ ມັນຜິດ ກົດໝາຍ".

ທ່ານຄໍາຕັນ ກ່າວເນັ້ນວ່າ ການລັກຂຸດ ແຮ່ທາດ ໃນເຂດ ສັມປະທານ ນັ້ນ ເປັນການຍາກ ທີ່ຈະກໍາຈັດ ໃຫ້ໝົດ ໄປໄດ້  ແຕ່ ເຖິງແນວໃດ ທາງ ພາກຣັຖ ກໍໄດ້ ພຍາຍາມ ເຂັ້ມງວດ ໃນການ ກວດກາ ແລະ ອອກ ມາຕການ ລົງໂທດ ຜູ້ທໍາຜິດ. ທ່ານ ກ່າວຕໍ່ ໄປວ່າ:

"ດຽວນີ້ ຣັຖບໍ່ ອະນຸມັດ ແລ້ວ ບໍ່ ອະນຸມັດ ໃຫ້ເຣັດແລ້ວ ພໍເຫັນ ກໍຈັບກຸມ ສານໄຊຍາໄນທ ເຂົາກໍໃຫ້ເຮັດ ໃຫ້ນໍາເຂົ້າຢູ່ ແຕ່ວ່າພາຍໃຕ້ ການຄຸ້ມຄອງ ຂອງ ຣັຖ ຢ່າງ ເຂັ້ມງວດ ເພາະຖ້າບໍ່ມີ ມາຕການ ຄຸ້ມຄອງ ທີ່ດີ ມັນ ກໍເປັນພິດ ຕໍ່ສັງຄົມ ເປັນພິດ ຕໍ່ສິ່ງ ແວດລ້ອມ".

ປາກົດວ່າ ກ່ອນໜ້ານີ້ ເຄີຍມີຂ່າວ ເຫດການ ຂຸດຄົ້ນ ແຮ່ທາດ ທີ່ມີການ ໃຊ້ສານໄຊຍາໄນທ ທີ່ສົ່ງຜົນ ກະທົບ ຕໍ່ ສະພາບ ແວດລ້ອມ ຕໍ່ທັງຄົນ ແລະ ສັດ ປູປາ ນານໍ້າ ທີ່ປາກົດ ມີໃຫ້ເຫັນ ແລ້ວ ຢູ່ນໍ້າໂມ້ ນໍ້າຍອນ ບ້ານ ຫ້ວຍຊາຍ ເມືອງ ໄຊສົມບູນ ແຂວງ ວຽງຈັນ ແລະ ນໍ້າປະເທັນ ເມືອງ ຫີນບູນ ແຂວງຄໍາມ່ວນ ເປັນຕົ້ນ.



__________________
Anonymous

Date:
Permalink   
 

 

ສັບສາກົນຄວນຂຽນເປັນພາສາສາກົນເພື່ອໃຫ້ເຂົ້າໃຈໄດ້ງ່າຍ ຖ້າຈະຂຽນທັບສັບກໍ່ຄວນຈະຂຽນໃຫ້ຖືກຕ້ອງ.

cyanide ຈະມີຕົວທໍອັດທ້າຍໄດ້ແນວໃດ໋?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard