ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໄທບໍ່ຕ້ອງການໄຟຟ້າ ຈາກເຂື່ອນໄຊຍະບຸຣີ
Anonymous

Date:
ໄທບໍ່ຕ້ອງການໄຟຟ້າ ຈາກເຂື່ອນໄຊຍະບຸຣີ
Permalink   
 


ໄທບໍ່ຕ້ອງການໄຟຟ້າ ຈາກເຂື່ອນໄຊຍະບຸຣີ

ນັກຊ່ຽວຊານ ທີ່ຊ່ວຍ ວາງແຜນ ພັທນາ ພລັງງານ ຈາກ ແຫລ່ງອື່ນໆ ໃຫ້ແກ່ ຣັຖບານໄທ ກ່າວເມື່ອ ວັນເສົາ ທີ່ຜ່ານມາ ວ່າ ປະເທດໄທ ຈະມີ ພລັງງານ ໃຊ້ຢ່າງ ພຽງພໍ ບໍ່ຈຳເປັນ ຕ້ອງຊີ້ ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ຂອງລາວ.

F-Coal-mine-power-plant.jpg

ປະເທດໄທ ບໍ່ຈຳເປັນ ຕ້ອງສ້າງ ໂຮງງານ ໄຟຟ້າ ນິວເຄລັຍ ກໍໄດ້ ພຽງແຕ່ ປັບປຸງ ໂຮງງານ ໄຟຟ້າ ທີ່ແລ່ນດ້ວຍ ຖ່ານຫິນ ໃຫ້ມີ ປະສິດທິພາບ ສູງຂື້ນ ເທົ່ານັ້ນ.

ທາງຝ່າຍ ແຜນການ ພັທນາ ພລັງງານ ຂອງໄທ ຍັງຂຽນ ໄວ້ວ່າ ໄທ ສາມາດ ໝູນໃຊ້ ພລັງງານ ເກົ່າຄືນໃໝ່ ແປວ່າ ໃຊ້ວັດຖຸ ທີ່ຜລິດ ພລັງງານ ອັນເກົ່າ ທີ່ໃຊ້ ເພື່ອຜລິດ ໄຟຟ້າ ໄປແລ້ວນັ້ນ ມາຜລິດ ເປັນພລັງງານ ຄືນໃໝ່ ແລະ ຈະປັບປຸງ ໂຮງງານ ໄຟຟ້າ ທີ່ມີຢູ່ ແລ້ວນັ້ນ ໃຫ້ສາມາດ ຜລິດໄຟຟ້າ ໄດ້ໃນຫລາຍ ຮູບແບບ.

ການປະຕິບັດ ຕາມວິທີ ເຫລົ່ານີ້ ຈະຊ່ວຍໃຫ້ ໄທ ບໍ່ຈຳເປັນ ຕ້ອງລົງທຶນ ຊື້ໄຟຟ້າ ຈາກ ເຂື່ອນ ແມ່ນ້ຳຂອງ ຈາກ ປະເທດ ເພື່ອນບ້ານ ແລະ ຍັງຈະຊ່ວຍ ໃຫ້ໄທ ປະຫຍັດເງິນ ໄດ້ເຖິງ 67 ຕື້ດອນລ່າ ສະຫະຣັຖ ນັບແຕ່ປີນີ້ ຈົນ ເຖິງປີ 2030.

Dr. Chris Greacen ນັກຊ່ຽວຊານ ທີ່ຊ່ວຍ ວາງແຜນ ພັທນາ ພລັງງານ ຂອງໄທ ກ່າວວ່າ, ທິມງານ ຂອງທ່ານ ໄດ້ສິ້ນສຸດ ຮ່າງແຜນ ພັທນາ ພລັງງານ ດັ່ງກ່າວ ເມື່ອປີກາຍ ແລະ ພົບວ່າ ທາງການໄທ ໄດ້ວາງ ເປົ້າໝາຍ ຂອງຄວາມ ຕ້ອງການ ພລັງງານ ໃນອະນາຄົດ ສູງເກີນໄປ ຄື ສູງເກີນໄປ ເຖິງ 13,000 ເມກາວັດ ຊຶ່ງເທົ່າໆກັບ ພລັງງານ ຈາກ ເຂື່ອນ ໄຊຍະບູຣີ ເຖິງສິບ ແຫ່ງ. ທ່ານ ປ່ຽນພອນ ດີແທ້ ຜູ້ ປະສານງານ ຂອງອົງການ ແມ່ນ້ຳ ສາກົນ ໃນປະເທດໄທ ກ່າວວ່າ ຣັຖບານໄທ ຄວນຍົກເລີກ ສັນຍາ ຊື້ໄຟຟ້າ ຈາກ ເຂື່ອນ ໄຊຍະບຸຣີ ແລະ ເຂື່ອນ ແມ່ນ້ຳຂອງ ອື່ນໆນັ້ນ ໄດ້ແລ້ວ ເພາະ ບໍ່ຈໍາປັນ.

ປັດຈຸບັນ ໄທ ຜລິດ ພລັງງານ ໄຟຟ້າ ສ່ວນໃຫຍ່ ດ້ວຍ ຖ່ານຫິນ ຊື່ງເປັນ ວິທີທີ່ ບໍມີ ປະສິດທິພາບ ແລະ ເປັນໄພ ຕໍ່ສະພາບ ແວດລ້ອມ.



__________________
Anonymous

Date:
Permalink   
 

 

ຖືກສາກົນຕໍານິຫຼາຍບໍຈຶ່ງເວົ້າອອກມາແບບນີ້?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard