ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ-ຈີນ ເພີ່ມສໍາພັນການທະຫານ
Anonymous

Date:
ລາວ-ຈີນ ເພີ່ມສໍາພັນການທະຫານ
Permalink   
 


ລາວ-ຈີນ ເພີ່ມສໍາພັນການທະຫານ

ສປປລາວ ແລະ ສປຈີນ ຈະເພີ່ມ ກາຣຮ່ວມມື ດ້ານກາຣ ທະຫາຣ ຫລາຍຂຶ້ນ.

F-Choumaly-Liu-Qi.jpg

Xinhua

ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ສປປລ (ຊ້າຍ) ຈັບມື ທ່ານ ຫລີວ ກີ ກັມມະການ ກົມການເມືອງ ສູນກາງພັກ ຄອມມີວນິສ ສປຈີນ. ການພົບປະກັນ ມີຂື້ນເມື່ອ ວັນທີ 4 ພຶສຈິກາ 2011 ທີ່ ນະຄອນຫຼວງ ວຽງຈັນ.

ທາງກາຣລາວ ແລະ ສປຈີນ ຕ່າງກໍໃຫ້ ກາຣຢືນຢັນ ໃນມື້ ວັນຈັນ ນີ້ວ່າ ຈະເພີ່ມ ກາຣຮ່ວມມື ກາຣທະຫາຣ ຣະຫວ່າງກັນ ໃຫ້ຫລາຍຂື້ນ ເພື່ອຮ່ວມ ເປັນພລັງ ໃນກາຣ ຮັກສາ ສັນຕິພາບ ແລະ ຄວາມມີ ສເຖັ່ຽຣະພາບ ໃນ ພູມີພາຄ ຢ່າງເປັນ ປະວັຕກາຣ.

ກາຣຢືນຢັນ ດັ່ງກ່າວ ມີຂຶ້ນ ໃນຣະຫວ່າງ ທີ່ທ່ານ Cai Yingting ຮອງ ຜູ້ບັນຊາກາຣ ທະຫານ ຂອງ ກອງທັພຈີນ ມາຢ້ຽມຢາມ ສປປລາວ ແລະ ທ່ານ ດວງໃຈ ພິຈີຕ ຮອງ ນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ປ້ອງກັນ ປະເທສ ພ້ອມກັບ ທ່ານ ສັນຍາຮັກ ພົມວິຫາຣ ຮອງ ຣັຖມົນຕຣີ ປ້ອງກັນ ປະເທສ ໃນມື້ວັນທີ່ 5 ທັນວາ ນີ້ ຊື່ງຕ່າງຝ່າຍ ກໍເນັ້ນ ໃນກາຣ ຮ່ວມມື ເປັນສິ່ງທີ່ ສຳຄັນ ເພື່ອ ຜົລປໂຍຊນ໌ ທັງສອງຝ່າຍ ໃນ ວັນ ຂ້າງໜ້າ.

ທ່ານ Cai Yingting ໄດ້ກ່າວເນັ້ນ ໃນຣະຫວ່າງ ທີ່ມີກາຣ ພົບປະຫາຣື ກັບທາງ ເຈົ້າໜ້າທີ່ ຝ່າຍລາວ ຢ່າງເປັນ ທາງກາຣ ໃນມື້ວັນຈັນ ນີ້ ວ່າ ລາວແລະຈີນ ນອກ ຈາກຈະເປັນ ປະເທສ ເພື່ອນບ້ານ ທີ່ດີແລ້ວ ກໍຍັງມີສາຍ ພົວພັນ ແລະ ໃຫ້ຄວາມ ຊ່ວຍເຫລືອ ຊຶ່ງກັນ ແລະກັນ ມາຕລອດ ແລະ ຍີ່ງຈະມີ ກາຣຮ່ວມມື ກັນໃຫ້ ແໜ້ນແຟ້ນ ຈະມີກາຣ ແລກປ່ຽນ ກາຣຢ້ຽມຢາມ ຂອງ ເຈົ້າໜ້າທີ່ ນາຍທະຫາຣ ໃນຂັ້ນຕໍ່ໄປ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard