ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໂຄງການສ້າງເມືອງວຽງຄຳ
Anonymous

Date:
ໂຄງການສ້າງເມືອງວຽງຄຳ
Permalink   
 


ໂຄງການສ້າງເມືອງວຽງຄຳ

ສປປລາວ ມີໂຄງການ ຈະສ້າງ ເທສບານ ເມືອງວຽງຄຳ ເປັນເມືອງເອກ ຂອງ ແຂວງວຽງຈັນ.

F-Monument.jpg

ອະນຸສາວະຣີ.....

ກ່ອນຈະເລີ້ມ ການກໍ່ສ້າງ ປະຊາຊົນ ທີ່ມີເຮືອນ ຢູ່ໃນ ບໍຣິເວນນັ້ນ ຈະຕ້ອງ ຍົກຍ້າຍ ໄປຢູ່ບ່ອນ ໃໝ່ ແລະ ຈະໄດ້ຄ່າ ຊົດເຊີຍ ດັ່ງ ເຈົ້າໜ້າທີ່ ຫ້ອງການ ແຂວງວຽງຈັນ ທ່ານນຶ່ງເວົ້າວ່າ:

“ສຳຣັບ ປະຊາຊົນນີ່ ແລ້ວນັ້ນ ອາຄານ ບ້ານເຮືອນ ທີ່ມີຢູ່ ກໍຍັງຢູ່ ເໝືອນເດີມ ອາຄານ ກໍແມ່ນມີບ້າງ ເລັກນ້ອຍ ເຖິງຈະມີການ ແຕະຕ້ອງ ທາງແຂວງນີ້ ກໍໄດ້ຈັດຕັ້ງ ຄນະກັມມະການ ຈັດສັນ ແລະ ເວນຄືນຢູ່ແລ້ວ ໝາຍເຖິງວ່າ ຈຳເປັນ ຫລີກບໍ່ໄດ້ແທ້ໆ.”

ທ່ານເວົ້າອີກວ່າ ທາງການລາວ ມອບໃຫ້ ບໍຣິສັດ ຍີ່ປຸ່ນ ເປັນຜູ້ວາງ ແຜນຜັງ ແລະ ຈັດສັນພື້ນທີ່ ເພື່ອສ້າງ ເທສບານ ເມືອງວຽງຄຳ ບໍຣິສັດ ຍີ່ປຸ່ນ ຈະໃຊ້ເວລາ ປະມານ 8 ເດືອນ ຈຶ່ງຈະສຳເຣັດ ແຕ່ບໍຣິສັດ ທີ່ ລົງທຶນ ແລະ ກໍ່ສ້າງນັ້ນ ແມ່ນບໍຣິສັດ ສິນນິຍົມ ອັນຮຸ່ຍຂອງຈີນ.

ບໍຣິສັດຈີນ ຈະລົງທຶນ ເຖິງ 100 ລ້ານ ດອນລ່າ ສະຫະຣັຖ ເພື່ອສ້າງ ຫຼັງຈາກນັ້ນ ຣັຖບານລາວ ຈະເລີ້ມໃຊ້ ເງິນຄືນ ນັບແຕ່ປີ 2015 ເປັນຕົ້ນໄປ ເປັນເວລາ ສິບປີ. ຣັຖບານລາວ ແລະ ແຂວງວຽງຈັນ ມີແຜນ ຈະສ້າງ ເທສບານ ເມືອງວຽງຄຳ ໃສ່ພື້ນທີ່ ຄວາມກວ້າງເຖິງ 1,700 ເຮັກຕາຣ໌ ໃນບໍຣິເວນ ນັບແຕ່ສາມແຍກ ບ້ານໂພນໝີ ໄປເຖິງ ສາມແຍກ ສຳນັກງານ ແຂວງ ວຽງຈັນ ການສ້າງທັງໝົດ ຈະໃຊ້ເວລາ ເຖິງສິບປີ ແລະ ແບ່ງອອກເປັນ ສອງພາກຄື ພາກທີ່ນຶ່ງ ແຕ່ປີ 2011 ຈົນເຖິງປີ 2015 ແລະ ພາກທີ່ສອງ ນັບແຕ່ປີ 2016 ຈົນເຖິງ ປີ 2020 ນອກຈາກການ ສ້າງຕຶກ ອາຄານ ແລະ ຖນົນຫົນທາງ ແລ້ວຍັງຈະ ມີການສ້າງ ຣະບົບ ນ້ຳປະປາ ແລະ ໄຟຟ້ານຳອີກ.



__________________
Anonymous

Date:
Permalink   
 

ຊື່ມ່ວນຫຼາຍ ແຕ່ບໍ່ແນ່ໃຈວ່າຈີນຈະສ້າງໄດ້ມາດຕະຖານຄືຍີ່ປຸ່ນອອກແບບຫຼືບໍ໋?



__________________
Anonymous

Date:
Permalink   
 

ກາດີທີ່ທາງພັກ-ລັດ ໄດ້ເອົາໃຈໃສ່ ທີ່ແຂວງວຽງຈັນຈະມີຄວາມຈະເລີນຄືແຂວງອື່ນໆໆໆ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard