ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຄຣິສຕຽນ ພາດວັນຄຣິສມາຕ
Anonymous

Date:
ລາວຄຣິສຕຽນ ພາດວັນຄຣິສມາຕ
Permalink   
 


ລາວຄຣິສຕຽນ ພາດວັນຄຣິສມາຕ

ຂະບວນການ ລາວ ເພື່ອ ສິດທິມະນຸດ ທີ່ມີ ສໍານັກງານ ຢູ່ປະເທດ ຝຣັ່ງເສດ ຮ່ວມກັບ ອົງການ ຊາວລາວມົ້ງ ທີ່ບໍ່ສັງກັດ ຣັຖບານ ໄດ້ອອກ ຖແລງການ ຜ່ານເວທີ ສາກົນ ໃນ ວັນຄຣິສມາດ ເພື່ອໃຫ້ຊາວ ໂລກ ໄດ້ຮັບຮູ້ ກ່ຽວກັບ ການປາບປາມ ສາສນາ ຕ່າງດ້າວ ທີ່ເກີດຂຶ້ນ ເປັນປະຈໍາ ໃນລາວວ່າ:

ໃນມື້ວັນທີ 4 ມົກກະຣາ 2011 ເຈົ້າໜ້າທີ່ ຕໍາຣວດ ຈາກບ້ານ ນາຄູນ ເມືອງຫີນບູນ ແຂວງຄໍາມ່ວນ ໄດ້ຈັບ ຊາວ ຄຣິສຕຽນ 9 ຄົນ ທີ່ພາກັນ ສລອງ ວັນຄຣິສມາດ ໂດຍບໍ່ໄດ້ຮັບ ອະນຸຍາດ ຄຸນພໍ່ ວັນນາ ແລະ ຄຸນພໍ່ ໂຍຮານ ຍັງຖືກກັກຂັງ ຢູ່ຮອດ ທຸກມື້ນີ້.

ໃນວັນທີ 28 ມີນາ 2011 ຊາວ ຄຣິສຕຽນ 4 ຄົນ ຈາກບ້ານ ພູກົງ ເມືອວຽງຄໍາ ແຂວງ ຫລວງພຣະບາງ ໄດ້ຖືກຈັບ ໃນຂໍ້ຫາ ເຜີຍແພ່ ສາສນາ ຕ່າງຊາດ ສ້າງຄວາມ ກະທົບກະເທືອນ ໃຫ້ ສາສນາ ຂອງທ້ອງຖິ່ນ ໃນໝູ່ບ້ານ ດຽວກັນນີ້ ໃນມື້ວັນ ທີ 11 ກໍຣະກະດາ 2011 ທ່ານ ວົງ ເວີ ໄດ້ຖືກຈັບ ຍ້ອນໄດ້ເລືອກເອົາ ສາສນາ ຄຣິສຕຽນ ເປັນສາສນາ ປະຈໍາໂຕ ແລະ ຍັງຖືກກັກຂັງ ຢູ່ຮອດ ທຸກມື້ນີ້.

ຢູ່ແຂວງ ແລະ ເມືອງ ຫລວງນໍ້າທາ ບ້ານ ສຸນິຍາ ຊາວ ຄຣິສຕຽນ 4 ຄົນ ໄດ້ຖືກຈັບ ໃນວັນທີ 10 ກໍຣະກະດາ 2011 ຍ້ອນວ່າ ໄດ້ທໍາພິທີ ທາງສາສນາ ຄຣິສຕຽນ ແລະ ໃນວັນທີ 16 ກໍຣະກະດາ 2011 ຊາວ ຄຣິສຕຽນ 10 ຄົນ ຖືກເຈົ້າໜ້າທີ່ ທາງການ ໄລ່ໜີ ອອກຈາກບ້ານ ໂນນສະຫວ່າງ ເມືອງ ສະພັງທອງ ແຂວງ ສັວນນະເຂດ ຫລັງຈາກທີ່ ພວກຂະເຈົ້າ ບໍ່ຍອມ ຍົກເລີກ ສາສນາ ທີ່ ພວກຕົນ ນັບຖືຢູ່.

ເຫດການ ຫລ້າສຸດ ທີ່ເກີດຂຶ້ນ ໃນປີນີ້ ຊາວຄຣິສຕຽນ 8 ຄົນໄດ້ຖືກຈັບ ຢູ່ ບ້ານບົວຄໍາ ເມືອງ ອາສພັງທອງ ແຂວງ ສວັນນະເຂດ ຕັ້ງແຕ່ ວັນທີ 16 ທັນວາ 2011 ຍ້ອນພາກັນ ສວດມົນ ສລອງໃນວັນ ຄຣິສມາດ ຈົນຮອດ ປັດຈຸບັນ 7 ຄົນ ຍັງຖືກ ກັກຂັງຢູ່.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard