ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ມີສຽງຮຽກຮ້ອງໃຫ້ງົດ ເງິນກູ້ສ້າງເຂື່ອນໃນລາວ
Anonymous

Date:
ມີສຽງຮຽກຮ້ອງໃຫ້ງົດ ເງິນກູ້ສ້າງເຂື່ອນໃນລາວ
Permalink   
 


ມີສຽງຮຽກຮ້ອງໃຫ້ງົດ ເງິນກູ້ສ້າງເຂື່ອນໃນລາວ

ສະມາຊິກ ສະພາສູງ ອອສເຕຣເລັຽ ຮຽກຮ້ອງ ໃຫ້ ທະນາຄານ ANZ ໂຈະການ ປ່ອຍເງິນກູ້ ສຳລັບ ໂຄງການ ສ້າງເຂື່ອນ ໃນລາວ.

F-Robbinson.jpg

Robbinstbm.com

ເຄື່ອງມືກົນໄກ ທີ່ໃຊ້ ເຈາະອູບມຸງ ສໍາລັບ ເຮັດແລວນໍ້າໄຫຼ ເພື່ອໄປປັ່ນເຄື່ອງ ຜລິດກະແສ ໄຟຟ້າ ທີ່ນໍາໄປໃຊ້ ໃນໂຄງການ ສ້າງເຂື່ອນ ເທີນຫີນບູນ ພາກຂຍາຍ

ສະມາຊິກ ສະພາສູງ ຈາກຝ່າຍ ອະນຸຮັກ ສີ່ງແວດລ້ອມ ຫລື Green party ໄດ້ຮຽກຮ້ອງ ໃຫ້ ທະນາຄານ ອອສເຕຣເລັຽ ນີວຊີແລນ ຫລື ANZ ໂຈະການ ໃຫ້ເງິນກູ້ ສໍາລັບ ໂຄງການ ສ້າງເຂື່ອນ ໄຟຟ້າ ໃນລາວ ຈົນກວ່າ ບັນຫາ ສະພາບແວດລ້ອມ ແລະ ຜົລກະທົບ ຕໍ່ການເປັນຢູ່ ຂອງ ປະຊາຊົນ ໃນທ້ອງຖີ່ນ ຖືກແກ້ໄຂ.

ຍານາງ Lee Rhainnon ສະມາຊິກ ສະພາສູງ ຈາກພັກ Green ຂອງ ອອສເຕຣເລັຽ ໄດ້ມາ ຢ້ຽມຢາມ ໂຄງການ ເຂື່ອນໄຟຟ້າ ເທີນຫີນບູນ ພາກຂຍາຍ ທີ່ຮ່ວມລົງທືນ ບາງສວ່ນ ຈາກ ທະນາຄານ ANZ ກ່າວວ່າ ຊຸມຊົນ ຊາວບ້ານ ບາງກຸ່ມ ເສັຽແຫລ່ງອາຫານ ແລະ ລາຍໄດ້ ຍ້ອນການ ສ້າງເຂື່ອນ ຊື່ງເປັນນື່ງ ໃນໂຄງການ ສ້າງເຂື່ອນ 55 ເຂື່ອນ ຂອງ ຣັຖບານລາວ ແລະກຳລັງ ຈະສ້າງເຂື່ອນ ກັ້ນນ້ຳຂອງ ຕອນລຸ່ມ ແຫ່ງທຳອິດ ນຳອີກ.

ເຂື່ອນໄຟຟ້າ ເທີນຫີນບູນ ພາກຂຍາຍ ທີ່ມີມູນຄ່າ ການສ້າງ ປະມານ 350 ລ້ານ ໂດລາ ຈະສຳເຣັດ ໃນປີ 2012 ຕັ້ງຢູ່ ຣະຫວ່າງ ຂ.ຄຳມ່ວນ ແລະ ຂ.ບໍຣິຄຳໄຊ ເຂື່ອນດັ່ງກ່າວ ມີຄວາມສູງ ປະມານ 70 ແມັດ ສ້າງໃສ່ ນ້ຳຍວງ ຊື່ງເປັນ ສາຂາຂອງ ນ້ຳເທີນ ແລະ ນ້ຳກະດິງ ປັດຈຸບັນ ສ້າງ ສຳເຣັດແລ້່ວ ກວ່າ 90% ຄາດວ່າ ໃນປີຫນ້າ ຈະສາມາດ ເປີດໃຊ້ ເປັນທາງການ ໄດ້.

ບໍຣິສັດ ເທີນຫີນບູນ ໄດ້ໂຍກຍ້າຍ ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ໄດ້ຈັດຫາ ທີ່ຢູ່ອາສັຍ ແລະບ່ອນ ທຳມາຫາກີນ ໃຫມ່ໃຫ້ແກ່ ພວກຂະເຈົ້າ ທີ່ຮວມທັງ ໂຮງຫມໍ ໂຮງຮຽນ ມີໄຟຟ້າ ແລະ ຣະບົບ ນ້ຳສະອາດ.



__________________
Anonymous

Date:
RE: ມີສຽງຮຽກຮ້ອງໃຫ້ງົດ ເງິນກູ້ສ້າງເຂື່ອນໃນລາວ
Permalink   
 



ບັນຫາສະພາບແວດລ້ອມອາດຈະເປັນພຽງເປືອກນອກ ຖ້າລັດຖະບານລາວເພີ້ມດອກເບັ້ຽໃຫ້ ສຽງຮຽກຮ້ອງນັ້ນອາດຈະມິດໄປ.

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard