ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກຸ່ມຄ້າມະນຸດປ່ຽນ ກົນອຸບາຍຫຼອກລວງ
Anonymous

Date:
ກຸ່ມຄ້າມະນຸດປ່ຽນ ກົນອຸບາຍຫຼອກລວງ
Permalink   
 


ກຸ່ມຄ້າມະນຸດປ່ຽນ ກົນອຸບາຍຫຼອກລວງ

ປັດຈຸບັນ ເຈົ້າໜ້າທີ່ ໄທ ແລະ ທາງການລາວ ໄດ້ເພິ້ມ ປາບປາມ ພວກ ຄ້າມະນຸດ ຢ່າງ ເຂັ້ມງວດຂື້ນ ພວກນາຍໜ້າ ຢູ່ໄທ ຈຶ່ງມີ ແນວຄິດໃໝ່ ຕົວຢ່າງບອກ ໃຫ້ຄົນງານ ລາວ ເຂົ້າໄປໄທ ແບບນັກ ທ່ອງທ່ຽວ ຊຶ່ງ ເປັນວິທີ ທີ່ຖືກຕ້ອງ ຕາມກົດໝາຍ ແຕ່ເມື່ອ ໄປຮອດໄທ ພວກນາຍໜ້າ ຄ້າມະນຸດ ຈະຍຶດເອົາ ໜັງສື ຜ່ານແດນ ຂອງຄົນງານໄວ້ ແລ້ວໄປຂໍ ໃບອະນຸຍາດ ເຮັດວຽກ ຢ່າງຖືກຕ້ອງ ຈາກທາງການໄທ ຈາກນັ້ນ ຄົນງານລາວ ກໍມີສິດ ເຮັດວຽກໄດ້. ເຈົ້າໜ້າທີ່ ອົງການ ຕ້ານການ ຄ້າມະນຸດ ສາກົນ ປະຈຳ ສປປລາວ ອະທິບາຍ ເພິ້ມວ່າ:

“ນາຍໜ້າ ຈຳນວນຫລາຍ ທີ່ດຽວນີ້ ເນັ້ນການເອົາ ຄົນໄປ ແບບທາງການ ເພາະມັນງ່າຍ ເພາະວ່າ ນາຍໜ້າ ສ່ວນຫລາຍ ກໍຈະຊ່ວຍ ໃນການເຮັດ ເອກກະສານ ແລ້ວເອົາໄປ ພວກທີ່ມີໃບ ໜັງສື ເດີນທາງເນາະ ແຕ່ ວ່າມີກຳນົດ ຢູ່ເມືອງໄທ ຕົວຢ່າງວ່າ ບໍ່ກາຍ ເດືອນນຶ່ງບໍ ສໍາລັບ ທ່ອງທ່ຽວເນາະ ແຕ່ວ່າກຸ່ມ ນີ້ພັດວ່າ ໄປເຮັດວຽກ ຢູ່ເລີຍ ບໍ່ມາຕໍ່ຈັງຊີ່ ແລ້ວກຸ່ມນີ້ ກໍກາຍເປັນ ກຸ່ມສ່ຽງ ໄປໃນໂຕ”.

ບັນຫາ ມີຢູ່ວ່າ ໃນວິທີນີ້ ຄົນງານລາວ ບໍ່ສາມາດ ກັບຄືນ ປະເທດໄດ້ ເພາະບໍ່ມີ ໜັງສື ຜ່ານແດນ ອີກຢ່າງນຶ່ງ ນາຍໜ້າສາມາດ ບັງຄັບໃຫ້ ຄົນງານ ໄປເຮັດວຽກ ແນວໃດ ກໍໄດ້ ເຊັ່ນບັງຄັບ ຜູ້ຍິງ ໃຫ້ເປັນ ໂສເພນີ ດັ່ງນີ້ ເປັນຕົ້ນ.

ປັດຈຸບັນ ປະຊາຊົນ ລາວ ສາມາດໄປ ທ່ອງທ່ຽວ ແລະ ຢ້ຽມຢາມໄທ ໄດ້ຢ່າງ ສະດວກ ສະບາຍ ແຕ່ພວກ ຄ້າມະນຸດ ກໍສລາດ ມີວິທີ ຊື້ຂາຍຄົນ ໄດ້ຢ່າງນິ້ມນວນ ເຊັ່ນກັນ. ໃນເວລານີ້ ມີຄົນງານລາວ ເຮັດວຽກ ຢູ່ທົ່ວໄປ ໃນໄທ ແມ້ແຕ່ຢູ່ ເມືອງນ້ອຍໆ ຢູ່ໃຕ້ສຸດ ຕິດກັບ ຊາຍແດນ ມາເລເຊັຍ ກໍມີຍິງສາວ ລາວ ເຮັດວຽກ ຢູ່ຮ້ານ ຄາຣາໂອເກ໊ ແລະເມື່ອ ສັປດາກ່ອນ ຜູ້ຍິງລາວ 41 ຄົນ ຖືກຊົດຊ່ວຍ ຈາກຮ້ານ ບັນເທີງ ໃນນັ້ນ 20 ຄົນ ຖືກຂາຍ ຫລື ຖືກບັງຄັບ ໃຫ້ເປັນ ໂສເພນີ ອີກ 21 ສມັກໃຈ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard