ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ນໍ້າຊອງກາຍເປັນນໍ້າເປື້ອນ
Anonymous

Date:
ນໍ້າຊອງກາຍເປັນນໍ້າເປື້ອນ
Permalink   
 


ນໍ້າຊອງກາຍເປັນນໍ້າເປື້ອນ

ນໍ້າຊອງ ເມືອງວັງວຽງ ສະຖານທີ່ ທ່ອງທ່ຽວ ທີ່ສໍາຄັນ ກາຍເປັນ ສາຍນໍ້າ ເປິເປື້ອນ ມີມົລພິດ.

F-nam-xong.jpg

ການທ່ອງທ່ຽວ ໃນເຂດ ເມືອງວັງວຽງ ອາດຈະໄດ້ຮັບ ຜົນກະທົບ ເພາະວ່ານໍ້າຊອງ ກາຍເປັນ ນໍ້າເປິເປື້ອນ ຍ້ອນວ່າ ສະຖານທີ່ ທ່ອງທ່ຽງ ໂຮງແຮມ ບ້ານພັກ ແລະ ກິຈການ ຫລາຍຢ່າງ ໄດ້ປ່ອຍ ນໍ້າເສັຍ ສິ່ງຂອງ ເສດເຫລືອ ລົງໃສ່ນໍ້າຊອງ ໂດຍບໍ່ມີການ ບໍາບັດ ເສັຍກ່ອນ ນັກວິຊາການ ຈາກຫ້ອງການ ສິ່ງແວດລ້ອມ ເມືອງວັງວຽງ ເວົ້າວ່າ:

"ກໍມີຫລາຍ ພໍສົມຄວນ ເພາະມັນ ເປັນເມືອງ ຕັ້ງຢູ່ໂຕເມືອງ ແຄມແມ່ນໍ້າ ບັນດາ ກິຈການ ບ້ານພັກ ກໍເກີດຂຶ້ນຫລາຍ ທີ່ປ່ອຍ ນໍ້າເປື້ອນ ລົງສູ່ແມ່ນໍ້າ ເພາະວ່າ ສ່ວນໃຫຍ່ ບ້ານພັກ ຮ້ານອາຫານ ໂຮງແຮມຕ່າງໆ ເພິ່ນຈະຕັ້ງຢູ່ ກັບສາຍນໍ້າ ເປັນສ່ວນໃຫຍ່".

ນັກວິຊາການ ເວົ້າອີກວ່າ ບັນຫານໍ້າເປື້ອນ ທີ່ສົ່ງ ກິ່ນເໝັນ ນີ້ມີມາ ດົນແລ້ວ ແລະ ທາງການ ກໍມີໂຄງການ ທີ່ຈະກໍ່ສ້າງ ອ່າງບໍາບັດ ນໍ້າເສັຍ ເພື່ອເປັນບ່ອນ ຮິບໂຮມ ນໍ້າເປື້ອນ ແລະ ບໍາບັດ ກ່ອນປ່ອຍລົງ ໃສ່ນໍ້າຊອງ ແຕ່ເຖິງ ປັດຈຸບັນ ໂຄງການ ດັ່ງກ່າວ ຍັງບໍ່ທັນ ມີຄວາມຄືບໜ້າ ເລີຍ. ເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ແຂວງວຽງຈັນ ເວົ້າກ່ຽວກັບ ໂຄງການສ້າງ ອ່າງບໍາບັດ ນໍ້າເສັຍ ໃນເມືອງ ວັງວຽງ ວ່າ:

"ກໍາລັງບຸກເບີກ ຈະເລີ້ມ ກໍ່ສ້າງອ່າງ ສະຖານທີ່ ຕັ້ງຢູ່ໃນ ບ້ານເມືອງຊອງ ອ່າງກໍແລ້ວ ດຽວນີ້ ຂະເຈົ້າ ກໍາລັງເຮັດຢູ່ ທັງໝົດ ຂອງ ເມືອງວັງວຽງ ຈະເອົາມາໂຮມ ຢູ່ໃນນີ້ໝົດ ເພາະວ່າໂຕນີ້ ມັນບໍ່ໄດ້ ຜ່ານ ສິ່ງ ແວດລ້ອມ ພວກເຮົາ ໂຍທາທິການ ເປັນເຈົ້າການ ໃນການ ເຮັດໂຕນີ້".

ເຖິງຢ່າງໃດ ກໍຕາມ ຕາມແຜນການ ໂຄງການ ກໍ່ສ້າງອ່າງ ບໍາບັດ ນໍ້າເສັຍ ເມືອງວັງວຽງ ມີກໍານົດ ໃຫ້ແລ້ວ ໃນປີ 2012. ຍ້ອນວ່າ ໂຄງການ ດັ່ງກ່າວ ຍັງບໍ່ແລ້ວ ຍັງໃຊ້ບໍ່ໄດ້ ການປ່ອຍນໍ້າ ເປື້ອນລົງໃສ່ ນໍ້າຊອງ ຈຶ່ງຍັງເຮັດ ຕໍ່ໄປຢູ່ ເພາະກິຈການ ຕ່າງໆ ກໍບໍ່ມີ ທາງເລືອກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard