ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວ ບາງກຸ່ມ ບໍ່ເຫັນດີ ໃຫ້ຄົນ ຕ່າງປະເທດ ມີສິດຊື້ ທີ່ດິນ ໃນລາວ
Anonymous

Date:
ຊາວລາວ ບາງກຸ່ມ ບໍ່ເຫັນດີ ໃຫ້ຄົນ ຕ່າງປະເທດ ມີສິດຊື້ ທີ່ດິນ ໃນລາວ
Permalink   
 


ຊາວລາວ ບາງກຸ່ມ ບໍ່ເຫັນດີ ໃຫ້ຄົນ ຕ່າງປະເທດ ມີສິດຊື້ ທີ່ດິນ ໃນລາວ

ຈາກແນວຄິດ ທີ່ຈະປັບປຸງ ດໍາຣັດ ເຣື່ອງທີ່ດິນ ໃນລາວ ເພື່ອໃຫ້ຊາວ ຕ່າງປະເທດ ມີສິດ ເປັນເຈົ້າຂອງ ບ້ານເຮືອນ ທີ່ດິນ ໃນຣະຍະ ທີ່ຣັຖບານ ກໍານົດ ໃຫ້ນັ້ນ ມີຊາວລາວ ບາງກຸ່ມ ບໍ່ເຫັນພ້ອມນໍາ ເພາະເຫັນວ່າ ຄວນສງວນໄວ້ ໃຫ້ຄົນລາວ ແທນທີ່ຈະໃຫ້ ຕ່າງປະເທດ ມາຊື້ເຮັດ ທຸຣະກິດ. ຕາມຄໍາເວົ້າ ຂອງຄົນ ນະຄອນຫລວງ ວຽງຈັນ ຜູ້ນື່ງ:

"ບໍ່ຄ່ອຍມັກ ປານໃດ ບໍ່ຢາກໃຫ້ ຄົນຕ່າງຊາດ ມີສິດ ເປັນເຈົ້າຂອງ ມີສິດເຊົ່າໄດ້ ມີສິດຢູ່ໄດ້ ແຕ່ບໍ່ມີສິດ ເປັນເຈົ້າຂອງ ຢາກໃຫ້ ຄົນລາວ ມີສິດກ່ອນ ແລ້ວແຕ່ຜູ້ໃຫຍ່ ເພິ່ນສິຄິດ ຄັນວ່າເພິ່ນ ໃຫ້ກໍໂອເຄ ແບບເຊື່ອ ຕາມຄວາມຄິດ ຂອງເພິ່ນ ແຕ່ວ່າຕາມ ຄວາມຄິດ ຂອງເຮົາ ບໍ່ເຫັນດີ ຢູ່ແລ້ວ".

ໂດຍສ່ວນຕົວແລ້ວ ນາງຄິດວ່າ ຫາກຄົນ ຕ່າງປະເທດ ມີສິດ ຊື້ທີ່ດິນ ໃນອະນາຄົດ ຂ້າງໜ້າ ຄົນລາວ ຈະກາຍເປັນ ຜູ້ເຊົ່າບ້ານ ຫລືທີ່ດິນ ຊື່ງເປັນເຣື່ອງ ທີ່ບໍ່ ຍຸຕິທັມ ສໍາລັບ ຄົນລາວ ແຕ່ຖ້າ ຣັຖບານ ເຫັນວ່າດີ ກໍບໍ່ມີສິດ ປະຕິເສດ ໄດ້. ມີຊາວລາວ ຫລວງພຣະບາງ ກໍເວົ້າແບບ ດຽວກັນວ່າ ບໍ່ເຫັນພ້ອມ ໃຫ້ຄົນ ຕ່າງປະເທດ ມີສິດຊື້ ທີ່ດິນ ໃນລາວ:

"ສົມມຸດວ່າ ຕ່າງຊາດ ເຂົ້າມາຊື້ ທີ່ດິນ ໃນລາວ ຄິດວ່າ ໄມ່ເຫັນດີ ແຕ່ວ່າຄົນອື່ນ ໄມ້ຣູ້ ແລ້ວສົມມຸດວ່າ ຖ້າຊື້ແລ້ວ ເຂົາກໍຕ້ອງ ມາຢູ່ລາວເລີຍ ແລ້ວຄົນລາວ ຈະໄປຢູ່ໃໜ ໃຫ້ເຊົ່າດີກວ່າ ຖ້າເຊົ່າໝົດ ສັນຍາ ກໍຍັງ ເປັນຂອງ ຄົນລາວ ເໝືອນເດີມ ເຮົາກໍຍັງ ອະນຸລັກ ແຜ່ນດິນລາວ ໄດ້ຢູ່ ແຕ່ຖ້າເຂົາ ມາຢູ່ ເຂົາຈະທໍາ ທຸຣະກິດ ສ່ວນຕົວ ເຂົາຈະ ທໍາໂນ່ນນີ້ນັ້ນ ກໍເໝືອນເຂົາ ເປັນຄົນລາວ ໄດ້ເລີຍ".

ເຣື່ອງການທີ່ຈະ ໃຫ້ ຕ່າງປະເທດ ມີສິດຊື້ ທີ່ດິນ ໃນລາວ ຫລືບໍ່ນັ້ນ ເຈົ້າໜ້າທີ່ ອົງການ ທີ່ດິນ ໃນນະຄອນຫລວງ ວຽງຈັນ ບອກວ່າ ຍັງຢູ່ໃນ ຂັ້ນຕອນ ສຶກສາ ເບິ່ງຜົນໄດ້ ຜົນເສັຽຢູ່ ຕ້ອງໄດ້ປຶກສາ ແລະ ຫາຂໍ້ມູນ ໃຫ້ລະອຽດ ເພື່ອປ້ອງກັນ ຜົລເສັຽ ທີ່ ອາຈຈະໄດ້ຮັບ ໃນຂັ້ນຕໍ່ໄປ.

ເຖິງຢ່າງໃດ ກໍດີ ທີ່ຜ່ານມາ ທາງການລາວ ໄດ້ອອກ ນະໂຍບາຍ ແລ້ວວ່າ ຕ່າງປະເທດ ທີ່ລົງທຶນ 250 ພັນ ໂດລາ ສະຫະຣັຖ ຂຶ້ນໄປ ສາມາດມີສິດ ເປັນເຈົ້າຂອງ ບ້ານເຮືອນ ແລະ ທີ່ດິນໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard