ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນເມືອງໄຊສະຖານ ສ່ວນຫຼາຍກືກໜັງສື
Anonymous

Date:
ຄົນເມືອງໄຊສະຖານ ສ່ວນຫຼາຍກືກໜັງສື
Permalink   
 


ຄົນເມືອງໄຊສະຖານ ສ່ວນຫຼາຍກືກໜັງສື

ປະຊາຊົນ ສ່ວນໃຫຍ່ ໃນເຂຕເມືອງ ໄຊສະຖານ ແຂວງ ໄຊຍະບູຣີ ບໍ່ຮູ້ ໜັງສື.

ໃນຣະຍະ ທີ່ຜ່ານມາ ເຖີງແມ່ນວ່າ ທາງກາຣ ກ່ຽວຂ້ອງ ຂອງລາວ ໄດ້ພຍາຍາມ ສົ່ງເສີມ ແລະ ປັບປຸງ ກາຣສຶກສາ ໃຫ້ມີ ຄຸນນະພາບ ນັ້ນກໍຕາມ ແຕ່ສະພາບ ກາຣສຶກສາ ໃນຫລາຍແຂວງ ຍັງບໍ່ທັນໄດ້ ມາຕຖານ ຮ້າຍໄປກວ່ານັ້ນ ມີຫລາຍຕົວເມືອງ ໃນເຂຕ ພູດອຍ ຕາມ ຊົນນະບົດ ຍັງມີຄົນ ຕັ້ງຫຼວງຫຼາຍ ທີ່ບໍ່ຮູ້ ໜັງສື.

ກາຣສໍາຣວຈ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ຄັ້ງຫລ້າສຸດ ພົບເຫັນວ່າ ເມືອງ ໄຊສະຖານ ແຂວງ ໄຊຍະບູຣີ ກໍເປັນເມືອງໜຶ່ງ ທີ່ກາຣສຶກສາ ຍັງຕໍ່າກວ່າ ມາຕຖານ ມີຜູ້ຮູ້ໜັງສື ພຽງແຕ່ 5% ຂອງຊາວບ້ານ ທັງໝົດ. ດັ່ງເຈົ້າໜ້າທີ່ ກະຊວງ ສຶກສາທິກາຣ ໄດ້ກ່າວວ່າ:

"ເມືອງ ໄຊສະຖານນີ້ ເພາະຍັງ ເມືອງດຽວທີ່ ພວກເຮົາຍັງ ລົບລ້າງຄວາມ ກີືກໜັງສື ບໍ່ທັນໄດ້ນີ້ ທຸກບ້ານ ມີໂຮງຮຽນໝົດ ແຕ່ເປັນ ໄມ້ໝອກ ຕອກລີ້ມຫັ້ນນ໋າ ເປັນ (ໂຮງຮຽນ) ມຸງຫຍ້າ ເຮັດເອົາ ຟາກໄມ້ໄຜ່ ແມ່ນ ຫຍັງເຮັດນີ້ນ໋າ ແມ່ນ ພນັກງານ ຄຣູ ຮວມພຽງແຕ່ 33 ທ່ານ ເອງເດ໋".

ທ່ານກໍວ່າ ເມືອງ ໄຊສະຖານ ເປັນເມືອງ ທີ່ຕັ້ງຂຶ້ນໃໝ່ ແລະ ປະຊາຊົນ ສ່ວນຫລາຍ ເປັນຊົນເຜົ່າ ທີ່ອາສັຍ ຢູ່ຕາມພູດອຍ ທີ່ຖືເປັນເຂຕ ທີ່ມີ ປະຊາຊົນ ທຸກຂ໌ຍາກ ທີ່ສຸດ ພາຍໃນແຂວງ. ເຈົ້າໜ້າທີ່ ທ່ານນີ້ ໄດ້ກ່າວ ເນັ້ນວ່າ ໃນປີ 2012 ນີ້ ທາງກາຣແຂວງ ໄຊຍະບູຣີ ຈະໄດ້ຮັບ ພນັກງານ ບັນຈຸ ເຂົ້າໃນ ຈຳນວນຄຣູ ທັງໝົດ ປະມານ 400 ຄົນ ຊຶ່ງເປັນ ຈໍານວນ ທີ່ເພີ່ມຂຶ້ນ ຈາກປີກ່ອນໆ ແລະ ຫວັງວ່າ ຄົງຈະເປັນ ກາຣຊ່ວຍ ສຳລັບໂຄງກາຣ ສົ່ງເສີມ ກາຣສຶກສາ ຕາມເຂຕ ທ້ອງຖີ່ນ ໃນທົ່ວແ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard