ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພນັກງານລາວ ໃຊ້ສິທໃນທາງຜິດ
Anonymous

Date:
ພນັກງານລາວ ໃຊ້ສິທໃນທາງຜິດ
Permalink   
 


ພນັກງານລາວ ໃຊ້ສິທໃນທາງຜິດ

ທ່ານ ຕົງເຍີທໍ ຮອງປະທານ ຜູ້ປະຈຳກາຣ ສູນກາງ ແນວລາວ ສ້າງຊາຕ ແລະ ອົງກາຣ ຈັດຕັ້ງ ມະຫາຊົນ ໄດ້ກ່າວ ຢູ່ກອງປະຊຸມ ສະພາ ແຫ່ງຊາຕ ຫວ່າງມໍ່ໆ ມານີ້ວ່າ ກາຣ ປະຕິບັຕ ໜ້າທີ່ ຄຸ້ມຄອງ ບໍຣິຫາຣ ຕາມຄຳຂວັນ ທີ່ວ່າ "ອຳນາຈແມ່ນ ຂອງ ປະຊາຊົນ ມາຈາກ ປະຊາຊົນ ເພື່ອປົກປ້ອງ ຜົລປະໂຍຊນ໌ ອັນຊອບທັມ ຂອງ ປະຊາຊົນ ຢ່າງແທ້ຈິງ" ນັ້ນ ຍັງບໍ່ທັນ ເຮັດໄດ້ ເທົ່າທີ່ຄວນ ເພາະຍັງມີ ເຈົ້າໜ້າທີ່ ບາງສ່ວນ ຍັງໃຊ້ສິທ ອຳນາຈ ຕໍ່ປະຊາຊົນ ເກີນຂອບເຂຕ ພ້ອມກັບມີ ກາຣລຳອຽງ ແລະ ຫາຜົລປະໂຍຊນ໌ ສ່ວນຕົວ ຢູ່ເປັນປະຈຳ ຈຶ່ງໄດ້ສເນີ ໃຫ້ພາກສ່ວນ ນິຕິບັນຍັຕ ໃຫ້ ເພີ່ມທະວີ ຕິດຕາມ ກວດກາ ຕາມມາຕກາຣ.

ທ່ານ ຕົງເຍີທໍ ຍັງໄດ້ເນັ້ນວ່າ ກາຣອະນຸມັຕ ໂຄງກາຣ ຂຸດຄົ້ນ ຊັພຍາກອນ ທັມຊາຕ ແລະ ກາຣໃຫ້ ສັມປະທານ ທີ່ດິນ ຈຳນວນ ຫລວງຫລາຍ ເທົ່າປັຈຈຸບັນ ຍັງມີ ປະກົດກາຣ ຕ່າງໆເຊັ່ນ: ເວລາຣັຖບາລ ອະນຸມັຕ ແລ້ວ ທາງກາຣ ຝ່າຍແຂວງ ແລະເມືອງ ບໍ່ຮູ້ນຳ ຫລືເວລາ ທີ່ທາງ ແຂວງ-ເມືອງ ມີກາຣ ອະນຸມັຕໃຫ້ ແຕ່ທາງ ສູນກາງ ຊໍ້າພັດ ບໍ່ຮູ້ຈັກນຳ ກໍມີ ທີ່ຄວນຈະໃຫ້ ມີກາຣ ແກ້ໄຂ.

ນອກຈາກນັ້ນ ກາຣຮັບ ແລະ ກາຣຄຸ້ມຄອງ ພນັກງານ ກໍເປັນ ລັກສະນະ ກາຣຫລິ້ນພັກ ຫລິ້ນພວກ ຊຶ່ງບາງກຸ່ມ ເຖິງຈະບໍ່ມີ ຄວາມຮູ້ ຄວາມສາມາຖ ກໍໄດ້ຮັບ ກາຣສົ່ງເສີມ ໃຫ້ໄດ້ຮັບ ຕຳແໜ່ງ ທີ່ ສຳຄັນ ໂດຽທີ່ບໍ່ມີ ກາຣອີງໃສ່ ຜົລງານ ແຕ່ຢ່າງໃດ.

ໃນຂນະດຽວກັນ ທ່ານກໍມີ ຄວາມເປັນຫ່ວງ ນໍາເຣື່ອງກາຣ ໃຫ້ຊາວ ຕ່າງປະເທສ ສັມປະທານ ທີ່ດິນ ຢ່າງຫລວງຫລາຍ ເປັນເວລາ ຫລາຍໆປີ ຕລອດຮອດ ບັນຫາ ກາຣຂຸດຄົ້ນ ແລະ ຕັດໄມ້ ກໍບໍ່ມີກາຣ ຄຸ້ມຄອງ ທີ່ສັກສິທ ແຕ່ຢ່າງໃດ ພ້ອມກັບ ບັນຫາອື່ນໆ ຫລາຍໆຢ່າງ ທີ່ ປະຊາຊົນ ມີຄວາມເປັນຫ່ວງ ແລະ ສົນໃຈ ຫລາຍໃນ ປັຈຈຸບັນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard