ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກໍາຈັດການສໍ້ຣາສ ໃນຣັຖບານພັກດຽວ
Anonymous

Date:
ກໍາຈັດການສໍ້ຣາສ ໃນຣັຖບານພັກດຽວ
Permalink   
 


ກໍາຈັດການສໍ້ຣາສ ໃນຣັຖບານພັກດຽວ

ເປັນການຍາກ ທີ່ຈະເຮັດ ໃຫ້ ການສໍ້ຣາສ ບັງຫລວງ ໃນລາວ ຫມົດໄປໄດ້ ໃນເມື່ອ ສປປລາວ ປົກຄອງ ດ້ວຍພັກດຽວ ເຄົ້າດຽວ.

ຊາວລາວ ທ່ານນື່ງເວົ້າວ່າ ປັດຈຸບັນ ສປປລາວ ມີກົດຫມາຍ ປາບປາມ ການສໍ້ຣາສ ບັງຫລວງ ແລະກໍຍັງມີ ຫນ່ວຍງານ ກວດສອບ ແຫ່ງຣັຖ ເພື່ອກວດກາ ການທຸຈຣິດ ຂອງ ເຈົ້າຫນ້າທີ່ ຣັຖ ແຕ່ບັນຫາ ສໍ້ຣາສ ບັງຫລວງ ໃນລາວ ຍັງແຜ່ລາມ ໄປຫລາຍ ໃນປັດຈຸບັນ ເປັນຍ້ອນວ່າ ລາວ ປົກຄອງ ດ້ວຍພັກ ການເມືອງດຽວ ບໍ່ມີຝ່າຍຄ້ານ ຊື່ງ ໃນບາງຄັ້ງ ບຸກຄົນທີ່ ເຮັດວຽກ ກ່ຽວກັບ ການກວດກາ ຊັພສີນ ຂອງ ເຈົ້າຫນ້າທີ່ ຣັຖນັ້ນ ກໍບໍ່ກ້າ ທີ່ຈະກວດກາ ເພາະ ເປັນຫມູ່ຄນະ ຫລືນາຍ ຂອງຕົນເອງ. ທ່ານເວົ້າວ່າ:

"ກໍຖືວ່າຍາກ ສົມຄວນ ເຣື້ອງສໍ້ຣາສ ບັງຫລວງ ຢູ່ລາວນີ້ ຖ້າວ່າເຮົາ ຢາກໃຫ້ ເປັນທັມແທ້ ເຣື້ອງກົດຫມາຍ ເພີ່ນຍັງ ປົກປ້ອງຢູ່ ຖືວ່າ ຍັງແກ້ໄຂຍາກ ເຣື້ອງບັນຫາ ຂອງ ປະເທດລາວ ນັ້ນກໍຖືວ່າ ເຮົາມີ ພັກດຽວ ເຮົາຈະຮູ້ ແຕ່ວ່າເຮົາ ກໍບໍ່ກ້າອອກສິດ ອອກສຽງ ຖ້າເວົ້າອອກໄປ ຜູ້ເວົ້າຈະ ເປັນຄົນຜິດ".

ທ່ານກ່າວ ຕໍ່ໄປວ່າ ບັນຫາ ການສໍ້ຣາສ ບັງຫລວງ ໃນລາວ ເປັນ ບັນຫາໃຫຍ່ ໃນປັດຈຸບັນ ເພາະຍັງມີ ພະນັກງານ ຈຳນວນບໍ່ນ້ອຍ ທຳການ ສໍ້ຣາສ ບັງຫລວງ ໂດຍສເພາະ ຫົວຫນ້າ ຄວບຄຸມ ໂຄງການໃຫຍ່ໆ ຂອງ ຣັຖບານ ແລະ ເຈົ້າຫນ້າທີ່ ພາສີອາກອນ ຫລື ເຈົ້າຫນ້າທີ່ ຜູ້ທີ່ຮັບ ຜິດຊອບ ກ່ຽວກັບ ການເງີນຂອງຣັຖ. ຄົນລາວ ອີກຜູ້ນື່ງ ເວົ້າວ່າ:

"ຕາມຄວາມຄິດ ຂ້ອຍ ຄິດວ່າ ສ່ວນຫລາຍ ຂ້ອຍຄິດວ່າ ເພີ້ມຂື້ນ ເພີ້ມຂື້ນ ຫລາຍໄປເລື້ອຍໆ ຖ້າໃຫ້ຍາກ ມັນກໍບໍ່ຍາກ ຖ້າໃຫ້ງ່າຍ ມັນກໍ ບໍ່ງ່າຍ ແຕ່ວ່າມີ ຄນະນື່ງທີ່ວ່າ ຈັດຕັ້ງ ແບບສືບສວນ ຖ້າເຮົາຈັດຕັ້ງ ຂື້ນມາ ດີໆ ຂອ້ຍຄິດວ່່າ ມັນຊີ່ບໍ່ ຍາກດອກ ຄັນຫາກ ຕັ້ງໃຈເຮັດ".

ສຳນັກຂ່າວສານ ແຫ່ງ ປະເທດລາວ ລາຍງານວ່າ ເຈົ້າຫນ້າທີ່ຣັຖ ທີ່ສໍ້ໂກງ ຫລາຍກວ່າຫມູ່ ແມ່ນຫນ່ວຍງານ ຮັບຜິດຊອບ ດ້ານການ ລົງທືນ ແລະ ເຈົ້າຫນ້າທີ່ ພາສີ ເຖິງແມ່ນວ່າ ຈະມີກົດຫມາຍ ປາບປາມ ການສໍ້ຣາຊ ບັງຫລວງ ຫລາຍປານໃດ ກໍຕາມ ແຕ່ການ ບັງຄັບໃຊ້ ກົດຫມາຍ ຍັງບໍ່ມີ ປະສິທທິພາບ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard