ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສະພາແຫ່ງຊາຕຜິດພາດ ການຮັບໃຊ້ປະຊາຊົນ
Anonymous

Date:
ສະພາແຫ່ງຊາຕຜິດພາດ ການຮັບໃຊ້ປະຊາຊົນ
Permalink   
 


ສະພາແຫ່ງຊາຕຜິດພາດ ການຮັບໃຊ້ປະຊາຊົນ

ທ່ານ ຕົງເຍີທໍ ຮອງ ປະທານ ປະຈຳການ ສູນກາງ ແນວລາວ ສ້າງຊາດ ແລະ ອົງການ ຈັດຕັ້ງ ມະຫາຊົນ ໃຫ້ຄວາມເຫັນ ໃນກອງ ປະຊຸມ ສມັຍສາມັນ ເທື່ອທີ 2 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ທີ່ ຜ່ານມາວ່າ ອຳນາດ ບໍຣິຫານ ແລະ ຝ່າຍ ຕຸລາການ ຍັງເຮັດ ໜ້າທີ່ ບໍ່ໄດ້ດີ ເທົ່າທີ່ຄວນ.

ທ່ານກ່າວວ່າ ສະມາຊິກ ສະພາ ແຫ່ງຊາດ ແມ່ນຜູ້ໄດ້ຮັບ ຄະແນນສຽງ ເລືອກຕັ້ງ ມາຈາກ ປະຊາຊົນ ແຕ່ບາງທ່ານ ບໍ່ໄດ້ ເຄື່ອນໄຫວ ຮັບໃຊ້ ປະຊາຊົນ ຢ່າງເຕັມສວ່ນ ຍັງເມີນເສີຍ ຕໍ່ບັນຫາ ຫຼາຍຢ່າງທີ່ ປະຊາຊົນ ສເນີມາ ດົນແລ້ວ ແຕ່ຍັງ ບໍ່ຖືກແກ້ໄຂ.

ສະມາຊິກ ບາງທ່ານ ເມື່ອຖືກເລືອກຕັ້ງ ໃຫ້ເປັນ ຕົວແທນ ໃນສະພາແລ້ວ ກໍບໍ່ໃຫ້ ຄວາມສົນໃຈ ທີ່ຈະໄປ ຢ້ຽມຢາມ ເບີ່ງ ຄວາມທຸກຍາກ ຂອງ ປະຊາຊົນ ໃນເຂດ ຊົນນະບົດ ທີ່ຫ່າງໄກ ເພາະເຫັນວ່າ ການໄປມາ ລໍາບາກ ແລະ ບາງທ່ານ ກໍບໍ່ຮູ້ວ່າ ປະຊາຊົນ ໃນເຂດຂອງຕົນ ມີບັນຫາ ຫຍັງ.

ສະພາແຫ່ງຊາດ ໄດ້່ຮັບຮອງ ເອົາກົດຫມາຍ ກວ່າ 90 ສະບັບ ແຕ່ການ ປະຕິບັດ ນໍາໃຊ້ ຍັງຊັກຊ້າ ການເຜີຍແຜ່ ກົດຫມາຍ ກໍບໍ່ທົ່ວເຖີິງ ເຮັດໃຫ້ ປະຊາຊົນ ຈຳນວນ ບໍ່ຫນ້ອຍ ຍັງບໍ່ຮູ້ ແລະ ບໍ່ເຂົ້າໃຈ ກົດຫມາຍ ທີ່ທາງການ ປະກາດໃຊ້ ກົດຫມາຍ ທີ່ສຳຄັນ ກໍແມ່ນ ກັມມະສິດ ທີ່ດີນ ກັບໂຄງການ ພັທນາ ຂອງຊາດ ທີ່ຍັງມີ ຄວາມຂັດແຍ່ງ ກັນຢູ່ ແລະກົດຫມາຍ ການເຄື່ອນຍ້າຍ ປະຊາຊົນ ຈາກເຂດ ສຳປະທານ ນອກນັ້ນ ກໍຍັງມີ ອຳນາດ ການປົກຄອງ ຣັຖ ແລະ ຣະບົບ ຕຸລາການ ໃນລາວ ທີ່ຍັງຂາດ ປະສິດທິພາບ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard