ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສຽງຄັດຄ້ານສັມປະທານ ບືງທາຕຫລວງ
Anonymous

Date:
ສຽງຄັດຄ້ານສັມປະທານ ບືງທາຕຫລວງ
Permalink   
 


0_0_0_0_587_927_csupload_40716398_large.jpg

ສຽງຄັດຄ້ານສັມປະທານ ບືງທາຕຫລວງ

F-Alliance-for-democracy.jpg

ພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ

ກາຣທີ່ທາງກາຣ ສປປລາວ ໄດ້ຕົກລົງ ໃຫ້ ສັມປະທານ ໃນພື້ນທີ່ ເຂຕ ບືງທາຕຫລວງ ຈຳນວນ 365 ເຮັກຕ໊າຣ໌ ແກ່ຈີນ ໃນມື້ວັນທີ່ 28 ທັນວາ 2011 ຜ່ານມາ ເພື່ອພັທນາ ໃຫ້ເປັນເຂຕ ເສຖກິຈ ນັ້ນ ອາຈເຮັດ ໃຫ້ ປະຊາຊົນ ລາວ ບາງຄົນດີໃຈ ແລະ ຄິດວ່າຈະເຫັນ ຄວາມເຈຣີນ ແຕ່ໃນຂະນະ ດຽວກັນ ກໍມີຫລາຍໆຄົນ ທີ່ບໍ່ເຫັນ ພ້ອມນໍາ ເພາະຖືເປັນ ກາຣມອບພື້ນທີ່ ສຳຄັນ ໃນນະຄອນຫລວງ ວຽງຈັນ ໃຫ້ເປັນ ກັມມະສິທ ຂອງ ຊາວຕ່າງຊາຕ ແຕ່ກໍຫາກ ບໍ່ມີສິທ ທີ່ຈະ ຕໍ່ວ່າຕໍ່ຂານ ຫລື ໃຫ້ຄວາມເຫັນ ໃດໆ.

ໃນຂະນະ ດຽວກັນນີ້ ອົງກາຣ ພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ ຊຶ່ງມີ ສູນກາງ ຢູ່ປະເທສ ເຢັຽຣະມັນ ແມ່ນບໍ່ເຫັນພ້ອມ ແລະ ຂໍປະນາມ ຂໍ້ຕົກລົງ ດັ່ງກ່າວ ພ້ອມຍັງໄດ້ ຮຽກຮ້ອງ ໃຫ້ທຸກ ຂະບວນກາຣ ລາວ ແລະ ປະຊາຊົນ ຊາວລາວ ທັງຢູ່ພາຍໃນ ແລະ ຕ່າງປະເທສ ໃຫ້ພາກັນ ຮຽກຮ້ອງຕໍ່ຜູ້ ກຳອຳນາຈ ໃນລາວ ຈົ່ງໄດ້ຍຸຕິ ໂຄງກາຣ ສັມປະທານ ເຂຕ ບືງທາຕຫລວງ ແລະ ເຂຕອື່ນໆ ໃນເມືອງລາວ ໃຫ້ແກ່ຈີນ ຫລື ຕ່າງປະເທສ ອື່ນໆ ຢ່າງສິ້ນເຊີງ.

ໃນແຖລງກາຣ ຂອງ ພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ ທີ່ນຳອອກ ເຜີຽແຜ່ ໃນມື້ວັນທີ່ 7 ມົກກະຣາ ນີ້ ມີກາຣເນັ້ນວ່າ ເຖີງທາງກາຣ ສປປລາວ ໄດ້ອ້າງວ່າ ເປັນເຂຕ ເສຖກິຈ ກໍຕາມ ແຕ່ກໍຫາກ "ແມ່ນແຜນກາຣ ຈີນ ທີ່ຈະສ້າງ ໃຫ້ເປັນ ເມືອງຈີນ ໂດຽຈະມີກາຣ (ນຳ) ເອົາຄົນຈີນ ມາຢູ່ເປັນ ເຈົ້າຂອງ ຈຳນວນ ຫລວງຫລາຍ ຊຶ່ງຈະບໍ່ ແຕກຕ່າງຫຍັງ ກັບເຂຕອື່ນໆ ເຊັ່ນ ເຂຕສາມຫລ່ຽມ ທອງຄໍາ ທີ່ກຳລັງ ຂົນເອົາຊາວຈີນ ມາຢູ່ເຖີງ ແສນສິບພັນ ກວ່າຄົນ".

ພ້ອມດຽວກັນນີ້ ທາງ ພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ ຍັງໄດ້ເນັ້ນ ໃນແຖລງກາຣ ເພີ່ມອີກວ່າ ໂຄງກາຣ ສ້າງເມືອງຈີນ ຢູ່ໃນ ປະເທສລາວ ແຕກຕ່າງກັບ ເມືອງຈີນ ຫລື China Town ຢູ່ໃນປະເທສ ທີ່ມີ ປະຊາທິປະໄຕ ເພາະຣັຖບາລ ຂອງ ປະເທສນັ້ນໆ ຄວບຄຸມ ກາຣປົກຄອງ ແລະ ທາງດ້ານກົດໝາຍ ທຸກຢ່າງ ແຕ່ກາຣສ້າງ ເມືອງຈີນ ຢູ່ປະເທສລາວ ໃນປັຈຈຸບັນ ນີ້ນັ້ນ ຖືເປັນກາຣມອບ ພື້ນທີ່ດິນ ໃຫ້ຈີນ ເປັນເວລາ ຍາວນານ ແລະ ເຈົ້າໜ້າທີ່ ພນັກງານຕ່າງໆ ຮວມທັງດ້ານ ກາຣປົກຄອງ ກໍລ້ວນແຕ່ ຈະເປັນຄົນຈີນ ທັ້ງນັ້ນ ຊຶ່ງທາງ ເຈົ້າໜ້າທີ່ລາວ ກໍບໍ່ມີສິທ ທີ່ຈະເຂົ້າໄປ ກວດກາ ໄດ້ແຕ່ຢ່າງໃດ ດັ່ງທີ່ເຫັນມາແລ້ວ ຢູ່ໃນເຂຕ ເສຖກິຈພິເສດ "ແດນຄຳ" ໃນ ບໍຣິເວນ ຊາຍແດນ ລາວ-ຈີນ ທີ່ ບໍ່ເຕັນ-ບໍ່ຫາຣ.



-- Edited by buckhumnoy on Wednesday 11th of January 2012 09:00:35 PM

__________________
Anonymous

Date:
Permalink   
 

ການຕໍ່ສູ່ແບບນີ້ອີກ 100 ປີ ກໍ່ບໍ່ສາມາດຊະນະເຂົາໄດ້ດອກ ເພາະການເມືອງຂອງພວກເຈົ້າຖ້າທຽບໃສ່ລາວໃນແລ້ວທຽບເຂົາບໍ່ຕິດເລີຍ ບໍ່ມີເທັກນິກໃນການຕໍ່ສູ່ຈັກດີ໋ ການໂຄສະຊວນເຊືອຫຼາຍຢ່າງບໍ່ຖືກກັບສະພາບຕົວຈິງເຮັດໃຫ້ຂາດຄວາມໜ້າເຊື້ອຖື ເວົ້າແບບນໍ້າຖ້ວມທົ່ງ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard