ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວຄວນຕື່ນຕົວ
Anonymous

Date:
ຄົນລາວຄວນຕື່ນຕົວ
Permalink   
 


ໃນເມື່ອຫລາຍສຽງເຫັນວ່າຜູ້ນຳລາວຂາຍຊາດແລ້ວ

ແລະການພັດທະນາບໍ່ເດິນຫນ້າມີແຕ່ຜູ້ນຳຢູ່ສຸກ

ສະບາຍພຽງຜູ້ດຽວກອບໂກຍເອົາຊັບພະຍາກອນ

ຂອງຊາດທີ່ເປັນສ່ວນລວມມາເປັນສ່ວນຕົວ

ແບບນີ້ແລ້ວ ອີກຈັກຊາດຄົນຮັກແຜ່ນດິນເກີດຈະພາກັນລຸກ

ຂຶ້ນຕໍ່ສູ້ປ່ອຍໃຫ້ເປັນແບບນີ້ອີກສິບປີຮັບຮອງ

ປະເທດລາວບໍ່ເຫລືອຫຍັງ ຕອນກໍໃກ້ຈະຫມົດແລ້ວທີ່ເຫລືອຄືບໍ່ຄຳ ປ່າໄມ້ຂ້າພະເຈົ້າຍືນຍັນໄດ້ວ່າຫມົດໄປແລ້ວ

ຕອນນີ້ເຫລືອແຕບໍ່ຄຳເຊໂປນ ພູເບ້ ແລະແຜ່ນດດິນທີ່ທາງຜູ້ນຳໄດ້ອະນຸມັດໃຫ້ຊາວ

ຕ່າງດ້າວທ້າວແຕ່ງແດນໄດ້ມີສິດເປັນເຈົ້າຂອງໄດ້

ແບບນີ້ອີກສິບປີຂ້າງຫນ້າຄົນລາວຈະໄປຢູ່ໃສ ແລະຕອນນີ້ ຄົນລາວອາຍຸ 13-35 ອາໃສທຳມາຫາກິນຢູ່ປະເທດໄທສະເລ່ຍສະຖິຕິໄດ້  80 % ທີ່ຄົງລົບ ໆ ລີກ ໆ ຕຳລວດທຳມາຫາກິນຢູ່ເມືອງໄທແລະຖຶກຈັບສົ່ງ

ກັບປະເທດຈຳນວນຫລວງຫລາຍແລະຍັງຖຶກເຈົາ

ຫນ້າທີ່ທາງຝັ່ງລາວຖຶກປັບໄຫມອີກປະຊາຊົນລາວ

ໄດ້ເຮັດຫຍັັງໄວ້ແຕ່ຊາດກ່ອນຊາດນີ້ເຂົາຈິງໄດ້ຮັບ

ທຸກທໍມານຈາກຄົນຊາດດຽວກັນກົດຂີ່ຂົ່ມເຫັງ

ຫວຽດນາມເຮັດບຸນດ້ວຍອັນໃດຈິງໄດ້ຮັບການ

ເບິ່ງແຍງກວ່າຄົນລາວແລະຢູ່ສຸກສະບາຍກວ່າຄົນ

ລາວທັ້ງປວງ ຢາກໃຫ້ມີທີ່ມີຄວາມສາມາດແລະ

ມີພະລັງຈົ່ງຟ້າວປ່ຽນພວກນີ້ໃຫ້ຫລຸດພົ້ນຈາກ

ແຜ່ນດິນລາວ



__________________
Anonymous

Date:
Permalink   
 

ການຕໍ່ສູ່ແບບນີ້ອີກ 100 ປີ ກໍ່ບໍ່ສາມາດຊະນະເຂົາໄດ້ດອກ ເພາະການເມືອງຂອງພວກເຈົ້າຖ້າທຽບໃສ່ລາວໃນແລ້ວທຽບເຂົາບໍ່ຕິດເລີຍ ບໍ່ມີເທັກນິກໃນການຕໍ່ສູ່ຈັກດີ໋ ການໂຄສະຊວນເຊືອຫຼາຍຢ່າງບໍ່ຖືກກັບສະພາບຕົວຈິງເຮັດໃຫ້ຂາດຄວາມໜ້າເຊື້ອຖື ເວົ້າແບບນໍ້າຖ້ວມທົ່ງ. ຢາກຖາມບັນດາທ່ານນັກການເມືອງທັງຫຼາຍເປັນຫຍັງຕອນໂຕເອງມີອໍານາດເຕັມກໍາມື ມີ ອ້າຍລ້ຽງຢ່າງອາເມລິກາ ແຕ່ບໍ່ສາມາດຮັກສາອໍານາດຕົວເອງໄວ້ໄດ້. ມາຮອດດຽວນີ້ອາເມລິກາບໍ່ເອົານໍາ ຊໍ້າບໍ່ໜໍາຍັງໃຫ້ການຊ່ວຍເຫຼືອລັດທະບານລາວອີກ ມັນສະແດງໃຫ້ເຫັນຕອນວັງປາວມີແຜນຈະນໍາອາວຸດເຂົາມາໃນລາວ ລັດທະບານອາເມລິກາຊໍ້າພັດຈັບແດກໃສ່ຄຸກ ມັນໜາຍຄວາມວ່າແນວໃດ. ອັນພວກມາໂຄສະນາທັງຫຼາຍແລ້ວຖ່າຍລົງໃນ ເວັບຕ່າງ ຖາມແດ່ກ້າກັບໄປຢຽບແຜ່ນດິນລາວບໍ່, ແລ້ວລອງເອົາໄປປຽບທຽບກັບຕອນພັກປະຊາຊົນປະຕິວັດລາວ ຕອນເຂົາຕໍ່ສູ່ກັບພວກເຈົ້າເຂົາໂຕນໜີເຂົ້າປ່າປຸກລະດົມປະຊາຊົນໃນຊົນນະບົດລຸກຂື້ນຕໍ່ສູ່ ລັດທະບານພະລາດຊະອາອາຈັກຈັບຜູ້ນໍາເຂົາໄດ້ແຕ່ຍັງໃຫ້ເຂົາໜີໄປໄດ້ ອັນນີ້ມັນກໍ່ສະແດງເຖິງຄວາມອ່ອນແອໃນການປົກຄອງຂອງພວກເຈົ້າອີກແບບໜຶ່ງ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard