ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວບໍ່ພໍໃຈແຜນ ຫຼຸດພົ້ນຄວາມທຸກຂອງຣັຖ
Anonymous

Date:
ຊາວລາວບໍ່ພໍໃຈແຜນ ຫຼຸດພົ້ນຄວາມທຸກຂອງຣັຖ
Permalink   
 


ຊາວລາວບໍ່ພໍໃຈແຜນ ຫຼຸດພົ້ນຄວາມທຸກຂອງຣັຖ

ແນວທາງ ການພັທນາ ປະເທດ ທີ່ຕິດພັນ ກັບນະໂຍບາຍ ໃຫ້ ປະຊາຊົນ ຫລຸດພົ້ນຈາກ ຄວາມທຸກຍາກ ນັ້ນ ບາງໂຄງການ ກັບສ້າງຄວາມ ເດືອດຮ້ອນ ໃຫ້ ປະຊາຊົນ ໃນທ້ອງຖິ່ນ

F-ThatLuang-people.jpg

RFA

ຊາວບ້ານທາຕຫຼວງ ຮວມທັງ ປະຊາຊົນລາວ ໃນທົ່ວປະເທດ ມີຄວາມຜູກພັນ ໃນພຣະທາຕເຈດີ ແຫ່ງນີ້ ເປັນມິ່ງບ້ານ ຂວັນເມືອງ ເປັນທີ່ເພີ່ງ ທາງໃຈ ມາຫຼາຍເຊັ່ນຄົນ

ຣັຖບານ ບໍ່ສາມາດ ຫາທາງອອກ ທີ່ດີໃຫ້ ຕາມທີ່ ຊາວບ້ານ ຕ້ອງການໄດ້ ຈຶ່ງເຮັດໃຫ້ມີ ຄວາມບໍ່ພໍໃຈ ໃນກຸມຄົນ ທີ່ໄດ້ຮັບ ຜົນເສັຽຫາຍ ຊຶ່ງບໍ່ມີທາງ ໂຕ້ແຍ້ງໄດ້. ດັ່ງຊາວ ນະຄອນຫຼວງ ວຽງຈັນ ຜູ້ນຶ່ງເວົ້າວ່າ:

“ຄືຣັຖບານ ເຂົາຈະໃຫ້ ຈີນມາສ້າງ China Town ກໍຄືຫລາຍຄົນ ຈະເວົ້າວ່າ ຄົນຈີນ ຈະມາຄອງ ປະເທດລາວ ເຂົາຈະມອງວ່າ ຖ້າມາແລ້ວ ຄົນລາວ ຈະໄປຢູ່ໃສ ຄົນທີ່ຢູ່ ບ່ອນນັ້ນ ເຂົາສີ່ເຮັດຫຍັງ ແນວໃດ ຖ້າໃຫ້ເຂົາ ອອກໄປ ຈາກຈາກພື້ນທີ່ ແຕ່ຣັຖບານ ອາດບໍ່ເຫັນ ແບບນັ້ນ.”

ຊາວລາວ ຜູ້ດຽວນີ້ ເວົາຕໍ່ໄປວ່າ ໂຄງການ ດັ່ງກ່າວ ທີ່ຈະເກີດຂຶ້ນນີ້ ຖືວ່າໄດ້ ສ້າງຄວາມ ເດືອດຮ້ອນ ໃຫ້ ປະຊາຊົນ ລາວ ທີ່ປະກອບ ອາຊີພ ຄ້າຂາຍ ຢ່າງຫລວງຫລາຍ ເພາະນອກຈາກ ຈະຕ້ອງຍ້າຍ ອອກແລ້ວ ຍັງຈະຕ້ອງ ໄດ້ຫາ ສະຖານທີ່ ແລະ ຟື້ນຟູ ທຸຣະກິຈ ຂອງຕົນໃໝ່ ທັງໝົດ ແລະ ກໍບໍ່ອາດ ແນ້ໃຈໄດ້ ວ່າບ່ອນທີ່ ຍ້າຍໄປນັ້ນ ຈະສາມາດ ປະກອບ ທຸຣະກິຈ ແບບເກົ່າ ໄດ້ອີກຫລືບໍ່?

ເຖິງວ່າຈະມີ ປະຊາຊົນ ບາງສ່ວນ ເຫັນດີນຳ ຍ້ອນການ ເປີດກວ້າງ ຂອງຕລາດ ແລະ ການເຂົ້າມາ ຂອງນັກລົງທຶນ ອາດສົ່ງຜົນ ໃຫ້ທຸຣະກິດ ການຄ້າຂອງລາວ ມີຄວາມກ້າວໜ້າ ແຕ່ຄົນທີ່ ບໍ່ເຫັນດີນຳ ກໍຍັງມີ ຫຼາຍກວ່າ:

“ປະຊາຊົນ ບາງສ່ວນ ບໍ່ເຫັນດີນຳ ແລະ ມັນກໍເປັນ ມາດົນແລ້ວ ປະຊາຊົນ ເຂົາກໍຫາກິນ ແລະ ແຖວນັ້ນ ກໍແມ່ນບ່ອນ ທຳມາຫາກິນ ຂອງເຂົາ ຖ້າກາຍເປັນ ເມືອງເຂົາ ກໍຈະບໍ່ມີ ບ່ອນຫາກິນ ເຂົາກໍຈະ ເດືອດຮ້ອນ ຣັຖບານ ບໍ່ຄຶດເຖິງຂໍ້ນີ້.”

ເພາະສະນັ້ນ ເຖິງວ່າ ໂຄງການ ພັທນາ ຕ່າງໆ ທີ່ເກີດຂຶ້ນ ໃນ ສປປລາວ ຈະເນັ້ນໃສ່ ການຫລຸດພົ້ນ ຈາກ ດ້ອຍພັທນາ ແລະໄດ້ຮັບ ຄວາມເຫັນດີ ຈາກ ປະຊາຊົນ ສ່ວນນຶ່ງ ແຕ່ກໍຍັງມີ ອີກສ່ວນນຶ່ງ ທີ່ບໍ່ພໍໃຈ ນຳການ ບີບບັງຄັບ ຂອງຣັຖບານ ຈົນພວກຕົນ ໄດ້ຮັບຄວາມ ເດືອດຮ້ອນ ໃນເຣື່ອງ ຖິ່ນຖານ ພູມລໍາເນົາ ທີ່ມີມາແຕ່ ດັ້ງເດີມ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard