ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານຂ.ຫົວພັນ ໃຊ້ນໍ້າມາແລ້ວອອກຕຸ່ມ
Anonymous

Date:
ຊາວບ້ານຂ.ຫົວພັນ ໃຊ້ນໍ້າມາແລ້ວອອກຕຸ່ມ
Permalink   
 


ຊາວບ້ານຂ.ຫົວພັນ ໃຊ້ນໍ້າມາແລ້ວອອກຕຸ່ມ

ຂແນງ ນໍ້າສະອາດ ແຂວງຫົວພັນ ເປີດເຜີຽວ່າ ປະຊາຊົນ ຈໍານວນນື່ງ ໃນ ເມືອງຊຽງຄໍາ ທີ່ໃຊ້ນໍ້າ ຈາກ ນໍ້າມາ ຊື່ງເປັນ ລໍານໍ້າທີ່ ໄຫລມາແຕ່ ວຽດນາມ ນັ້ນ ມີອາການ ເກີດຕຸ່ມແດງ ຄັນຕາມໂຕ.

F-Ma_river.jpg

Wikipedia

ນໍ້າມາ ໃນເຂດ ເມືອງທັນຮົວ ປະເທດວຽດນາມ

ເນື່ອງຈາກວ່າ ສາຍນໍ້າ ດັ່ງກ່າວ ເປິເປື້ອນ ຫລາຍ ຊາວວຽດນາມ ຖິ້ມຊາກ ງົວຄວາຍ ແລະ ສັດອື່ນໆ ລົງໃສ່ ລໍານໍ້າ ຢ່າງຫລວງຫລາຍ ມີການຂຸດ ເອົາດິນຊາຍ ແລະຫລາຍໆ ກິຈກັມ ຢູ່ວຽດນາມ. ເຈົ້າໜ້າທີ່ຜແນກ ນໍ້າສະອາດ ໄດ້ເປີດເຜີຍ:

"ກະມີແລ້ວ ມີພຍາດຜີວໜັງ ມີນ້ອຍ ຈໍານວນນື່ງ ທີ່ວ່າຂະເຈົ້າ ບໍ່ທັນໄດ້ມີ ນໍ້າສະອາດໃຊ້ ຂະເຈົ້າກ່າໃຊ້ ແຕ່ນໍ້າມາ ນໍ້າຫຍັງຢູ່ ສ່ຽງພັຍສູງ ຫັ້ນແຫລະ".

ແມ່ນໍ້າມາ ມີຕົ້ນລໍາທານ ຢູ່ວຽດນາມ. ເມື່ອກ່ອນ ເປັນລໍານໍ້າ ທີ່ໃສສະອາດ ແຕ່ວ່າດຽວນີ້ ກາຍເປັນ ສາຍນໍ້າຂຸ່ນ ຖຽມຍັງເປິເປື້ອນ. ລໍານໍ້າສາຍນີ້ ນອກຈາກ ເຮັດໃຫ້ ປະຊາຊົນ ເປັນພຍາດ ຜີວໜັງ ແລ້ວ ປະຊາຊົນ ທີ່ກິນປາ ຈາກນໍ້າມາ ນັ້ນ ມີຄວາມສ່ຽງ ຕໍ່ສຸຂພາບ ໂຣຄພັຍ ໄຂ້ເຈັບ ນໍາອີກດ້ວຍ ເຖິງແມ່ນວ່າ ຈະຕົ້ມໃຫ້ສຸກ ເປັນຢ່າງດີ ແລ້ວກໍຕາມ. ປັດຈຸບັນ ມີຫລາຍ ຄອບຄົວ ໃນເມືອງຄໍາ ເມືອງສົບເບົາ ແລະ ເມືອງແອ້ດ ຍັງຕ້ອງໃຊ້ນໍ້າ ສາຍນີ້ຢູ່. ບັນຫາ ລໍານໍ້າມາ ເປິເປື້ອນນີ້ ຖືກແກ່ຍາວ ມາດົນ ພໍສົມຄວນ ແຕ່ທາງການລາວ ກໍບໍ່ສາມາດ ແກ້ໄຂ ກັບທາງ ວຽດນາມໄດ້.

ສາຍນໍ້າມາ ມີແຫ່ລງຕົ້ນຕໍ ຈາກປະເທດ ວຽດນາມ ໄຫລຜ່ານ ດິນລາວ ປະມານ 40km ແລ້ວໄຫລ ເຂົ້າສູ່ປະເທດ ວຽດນາມ ອີກ. ທາງການລາວ ຂແນງລ້ຽງສັຕ ຢືນຍັນວ່າ ຊາວວຽດນາມ ໄດ້ຖິ້ມຊາກ ງົວຄວາຍ ຕາຍ ຍ້ອນພຍາດ ປາກເປື່ອຍ-ລົງເລັບ ລົງໃສ່ ນໍ້າສາຍນີ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard