ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວບ້ານ ໜອງທາ ເຫັນວ່າ ໂຄງການ ດັ່ງກ່າວນີ້ ບໍ່ມີ ຄວາມຈໍາເປັນ
Anonymous

Date:
ຊາວບ້ານ ໜອງທາ ເຫັນວ່າ ໂຄງການ ດັ່ງກ່າວນີ້ ບໍ່ມີ ຄວາມຈໍາເປັນ
Permalink   
 


ຊາວບ້ານ ໜອງທາ ເຫັນວ່າ ໂຄງການ ດັ່ງກ່າວນີ້ ບໍ່ມີ ຄວາມຈໍາເປັນ

ໂຄງການສ້າງ ຕລາດໜອງທາ ເມືອງ ຈັນທະບຸຣີ ຊຶ່ງຈະ ປະກອບດ້ວຍ ສະຖານທີ່ ພັກຜ່ອນ ທ່ອງທ່ຽວ ແລະ ອອກ ກໍາລັງກາຍ  ຊື່ງນັກລົງທຶນ ວຽດນາມ ໄດ້ຮັບ ສໍາປະທານ ໃນການ ກໍ່ສ້າງ ໄປນັ້ນ ຊາວບ້ານ ໜອງທາ ເຫັນວ່າ ໂຄງການ ດັ່ງກ່າວນີ້ ບໍ່ມີ ຄວາມຈໍາເປັນ ຍ້ອນວ່າຄົນລາວ ສ່ວນໃຫຍ່ ບໍ່ມັກໃຊ້ ສວນສາທາຣະນະ. ດັ່ງຊາວບ້ານ ໜອງທາ ເມືອງ ຈັນທະບຸຣີ ໄດ້ສະແດງ ຄວາມຄິດເຫັນ ກ່ຽວກັບ ເຣື່ອງນີ້ວ່າ:

"ກໍບໍ່ປານໃດ ເພາະຢູ່ລາວ ມັນກໍມີ ຫລາຍແລ້ວ ສວນແບບນັ້ນ ແລ້ວກໍທີ່ ສັງເກດມາ ບໍ່ເຫັນວ່າ ຊິໄປປານໃດ ສວນ ສາທາຣະນະ ແບບທີ່ວ່າ ຄືສວນ ເຈົ້າອານຸວົງ ທີ່ເພິ່ນເຮັດມາ ກໍບໍ່ປານໃດ ບໍ່ມີ ກໍໄດ້ແຕ່ ຮັກສາ ສະພາບ ແວດລ້ອມ ມັນໃຫ້ຄືເກົ່າ ກໍພໍກໍບໍ່ຮູ້ ນໍາເພິ່ນ ຄັນເພິ່ນຊິເຮັດ ເຮົາກໍເວົ້າ ຫຍັງບໍ່ໄດ້ ກໍໄດ້ເຮັດ ຫັ້ນແຫລ໋ະ".

ສ່ວນ ທ່ານ ຈັນທອນ ລັດຖະຈັກ ຮອງເຈົ້າເມືອງ ເມືອງຈັນທະບຸຣີ ໄດ້ເວົ້າ ກ່ຽວກັບ ໂຄງການ ຕລາດໜອງທາ ວ່າຈະໃຊ້ ເວລາ 3 ຫາ 5 ປີ ໃນການກໍ່ສ້າງ ແລະ ຈະຫລ່າຊ້າ ຍ້ອນວ່າມີ ປະຊາຊົນ ຫລາຍກວ່າ 60 ຄອບຄົວ ຈະໄດ້ຮັບ ຜົນກະທົບ ແລະໃນຈໍານວນ ດັ່ງກ່າວ ມີ 40 ກວ່າ ຄອບຄົວ ທີ່ໄດ້ຮັບ ຄ່າຊົດເຊີຍ ໄປແລ້ວ ສ່ວນທີ່ເຫລືອ ກໍຈະດໍາເນີນ ສືບຕໍ່ໄປ.

ການຈ່າຍຄ່າ ຊົດເຊີຍ ໃຫ້ຊາວບ້ານ ທີ່ໄດ້ຮັບ ຜົນກະທົບ ຕ້ອງໂຍກຍ້າຍ ຈໍາເປັນຕ້ອງ ໄດ້ເຮັດ ໂດຍໄວທີ່ສຸດ ຍ້ອນວ່າ ຜູ້ໄດ້ຮັບ ສໍາປະທານ ຢາກເລີ້ມ ການກໍ່ສ້າງ ພາຍໃນປີ 2012 ນີ້. ທ່ານ ຈັນທອນ ເວົ້າວ່າ:

"ວຽດນາມ ເຂົ້າມາລົງ ແມ່ນໂຄງການ ໜອງທາ ເຂົາໄດ້ແລ້ວ ຕົວນັ້ນ ເພິ່ນເຊັນໃຫ້ ທຸຣະກິດ ວຽດນາມ ແລ້ວ ອັນນັ້ນ ຂະເຈົ້າກໍ ຊົດເຊີຍ ໄປເຄິ່ງນຶ່ງແລ້ວ ຍັງອີກ ຈໍານວນນຶ່ງ ກໍາລັງ ຊົດເຊີຍກັນ ເພື່ອໂຄງການ ຂະເຈົ້າ ຮີບຮ້ອນ ຢາກເຮັດ ໃນປີ 2012 ນີ້ ຂະເຈົ້າ ຈະລົງມື ແລ້ວ".

ສໍາລັບໂຄງການ ຕລາດໜອງທາ ເປັນໂຄງການ ລະຍະຍາວ ຂອງ ຊາວຕ່າງຊາດ ທີ່ບໍ່ມີ ຣັຖບານ ຮ່ວມຢູ່ນໍາ ດັ່ງນັ້ນ ທາງຊາວບ້ານ ທີ່ໄດ້ຮັບ ຜົນກະທົບ ໂຍກຍ້າຍ ຕ້ອງໄດ້ ຊອກຫາ ບ່ອນຢູ່ໃໝ່ ເອງ ບໍ່ມີການ ຈັດສັນ ສະຖານທີ່ ໃໝ່ໃຫ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard