ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຢາບ້າໃນລາວ ແຜ່ຣະບາດ ເຖີງເດັກນ້ອຍ ຊັ້ນປະຖົມ
Anonymous

Date:
ຢາບ້າໃນລາວ ແຜ່ຣະບາດ ເຖີງເດັກນ້ອຍ ຊັ້ນປະຖົມ
Permalink   
 


ຢາບ້າໃນລາວ ແຜ່ຣະບາດ ເຖີງເດັກນ້ອຍ ຊັ້ນປະຖົມ

ຢາເສພຕິດ ຢູ່ ສປປລາວ ຍັງເປັນ ບັນຫາ ທີ່ບໍ່ສາມາຖ ແກ້ໄຂ້ ໄດ້ຈັກເທື່ອ ພ້ອມມີ ແນວໂນ້ມ ທີ່ຈະຮ້າຍແຮງ ຂຶ້ນເລື້ອຽໆ ໂດຽສະເພາະ ໃນກຸ່ມວັຍຣຸ້ນ ແລະ ເດັກນ້ອຍ ໃນຊັ້ນປະຖົມ. ດັ່ງຊາວບ້ານ ສີສວາດ ເມືອງ ຈັນທະບູຣີ ນະຄອນຫລວງ ວຽງຈັນ ທີ່ໄດ້ແສດງ ຄວາມເປັນຫ່ວງ ເປັນໃຍ ແລະກັງວົນ ເນື່ອງຈາກວ່າ ກາຣເສພ ຢາເສພຕີດ ເຮັດໃຫ້ເດັກນ້ອຍ ຂາດການ ຮຽນໜັງສື ພ້ອມຍັງມີກາຣ ຫາລັກເລັກ ຂະໂມຽນ້ອຍ ເພື່ອ ຈະມີເງິນ ໄປຊື້ຢາ:

"ສິແມ່ນຢາບ້າ ກໍມີບາງເຂຕ ພວກເດັກນ້ອຍ ພວກວັຍຣຸ້ນ ອຸດົມສຶກສາ ມັທຍົມ ປະຖົມ ນີ້ແຫລະ ປະຖົມ ກໍສິເປັນ 9-10 ປີ ຢູ່ໃສຢູ່ໃສ ກໍຍັງຫລີກ ບໍ່ໄດ້ ເພາະວ່າ ຂັ້ນເມືອງ ເພີ່ນກໍກໍາລັງ ເອົາຣາຍຊື່ ເພື່ອຈະອົບຮົມ ຜູ້ກ່ຽວ".

ພ້ອມດຽວກັນນີ້ ຍານາງ ກໍວ່າ ຕໍ່ບັນຫາ ດັ່ງກ່າວນີ້ ທາງນາຍບ້ານ ກໍໄດ້ ແນະນໍາໃຫ້ ແຕ່ລະ ຄອບຄົວ ໃຫ້ເອົາໃຈໃສ່ ເບີ່ງແຍງ ສັ່ງສອນ ພວກລູກໆ ຫລານໆ ຂອງພວກຕົນ ບໍ່ໃຫ້ພົວພັນ ນຳຢາເສພຕິດ ທີ່ໃຫ້ໂທສ ດັ່ງກ່າວ ແລະ ຖ້າຄອບຄົວໃດ ຫາກມີ ຜູ້ຕິດ ຢາເສພຕິດ ແລ້ວນັ້ນ ກໍໃຫ້ແຈ້ງ ແລະ ສົ່ງຣາຍຊື່ໃຫ້ ເພື່ອຈະໄດ້ ນຳຕົວ ເດັກນ້ອຍ ໄປອົບຮົມ ແລະ ຕິດຕາມ ເດັກນ້ອຍ ທີ່ເຄີຽເຂົ້າຮັບ ກາຣອົບຮົມ ແລ້ວນັ້ນ ຢ່າງໃກ້ຊິດ ນຳອີກ ເພື່ອບໍ່ໃຫ້ ເຂົາເຈົ້າ ກັບຄືນໄປ ເສພຢາຕື່ມ.



-- Edited by buckhumnoy on Wednesday 15th of February 2012 07:16:38 PM

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard