ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄ່າແຮງຂັ້ນຕໍ່າໃນລາວ ຍັງບໍ່ຖືືກປະຕິບັດ
Anonymous

Date:
ຄ່າແຮງຂັ້ນຕໍ່າໃນລາວ ຍັງບໍ່ຖືືກປະຕິບັດ
Permalink   
 


ຄ່າແຮງຂັ້ນຕໍ່າໃນລາວ ຍັງບໍ່ຖືືກປະຕິບັດ

ໂຮງງານ ຫລາຍແຫ່ງ ໃນ ສປປລາວ ຍັງບໍ່ຂຶ້ນ ຄ່າແຮງງານ ຂັ້ນຕໍ່າສຸດ ໃຫ້ກັບ ຄົນງານ.

F-Lao-Laborer-wages.jpg

screenshot_ilo_human_trafficking_report_video

ກັມມະກອນ ຄົນງານລາວ ໃນເຂດ ຊົນນະບົດ ຈໍາພວກນີ້ ຈະມີໂອກາດ ໄດ້ຮັບຮູ້ ຫຼືບໍ່ວ່າ ທາງການເພີ່ນ ໄດ້ປະກາດ ຂື້ນຄ່າແຮງ ໃຫ້ແລ້ວ ແຕ່ຕົ້ນປີ 2012

ຈົນຮອດ ປັດຈຸບັນນີ້ ໂຮງງານ ຫລາຍແຫ່ງ ຢູ່ ສປປລາວ ກໍຍັງບໍ່ທັນ ຂຶ້ນຄ່າ ແຮງງານ ຂັ້ນຕໍ່າສຸດ ໃຫ້ກັບຄົນງານ ເຖິງແມ່ນວ່າ ຣັຖບານ ໄດ້ປະກາດ ໃຫ້ຂຶ້ນຄ່າ ແຮງງານ ຂັ້ນຕໍ່າ ໃນທົ່ວປະເທດ ຈາກ 348,000 ກີບ ເປັນ 626,000 ກີບ ຕໍ່ເດືອນ ແລະໃຫ້ເລີ້ມ ປະຕິບັດ ແຕ່ວັນທີ 1 ມົກກະຣາ 2012 ນັ້ນແລ້ວ ກໍຕາມ. ການບໍ່ຂຶ້ນ ຄ່າແຮງຂັ້ນຕໍ່າສຸດ ຕາມອັດຕຣາ ແລະເວລາ ທີ່ທາງການ ໄດ້ກໍານົດ ໃຫ້ນັ້ນ ສ້າງຄວາມ ບໍ່ພໍໃຈໃຫ້ ພວກ ກັມມະກອນ ຜູ້ອອກແຮງງານ ຢ່າງຫຼວງຫຼາຍ.

ກ່ຽວກັບບັນຫາ ທີ່ວ່ານີ້ ນາງ ແສງດາວອນ ບັງອອນແສງແດດ ຮອງ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາດລາວ ເວົ້າວ່າ  ພາຍຫລັງກອງ ປະຊຸມ 3 ຝ່າຍ ຣະຫວ່າງ ສູນກາງ ສະຫະພັນ ກັມບານ ລາວ ສະພາການຄ້າ ແລະ ອຸດສາຫະກັມ ແລະ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ກໍໄດ້ແຈ້ງ ຄໍາສັ່ງ ທີ່ວ່ານັ້ນ ໃຫ້ໜ່ວຍ ທຸຣະກິດ ຕ່າງໆຊາບ ແລະ ຈັດຕັ້ງ ປະຕິບັດ ແລ້ວ ແຕ່ປາກົດ ວ່າບໍ່ທັນ ປະຕິບັດ ຕາມເທື່ອ.

ນາງວ່າ ການປັບອັດຕຣາ ແຮງງານສູງຂຶ້ນ ບໍ່ພຽງແຕ່ ມີຜົນດີຕໍ່ ກັມມະກອນ ທີ່ເຮັດວຽກ ໃນໂຮງຈັກ ໂຮງງານ ຢູ່ສປປລາວ ເທົ່ານັ້ນ ແຕ່ຫາກຍັງ ເຮັດໃຫ້ຄົນງານ ລາວ ທີ່ໄປ ເຮັດວຽກຢູ່ ຕ່າງປະເທດ ກັບຄືນມາ ເຮັດວຽກຢູ່ ໃນປະເທດ ຫລາຍຂຶ້ນ.

ທ່ານ ຄໍາຂານ ພິມສະຫວັນ ຫົວໜ້າກົມ ຄຸ້ມຄອງແຮງງານ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ກໍຮັບວ່າ ການຈັດຕັ້ງ ປະຕິບັດ ກ່ຽວກັບ ການຂຶ້ນຄ່າ ແຮງງານ ຂັ້ນຕໍ່າສຸດ ໃນຣະຍະ 1 ເດືອນ ຜ່ານມາ ອາດຍັງ ບໍ່ທົ່ວເຖິງ ຫລາຍໜ່ວຍ ທຸຣະກິດ ປະຕິບັດ ຊັກຊ້າ ຊຶ່ງມີສາເຫດ ມາຈາກ ຫລາຍປັດຈັຍ ເຊັ່ນ ການແຈກຢາຍ ເອກກະສານ ການພິຈາຣະນາ ຂຶ້ນເປັນຕົ້ນ.

ແຕ່ເຖິງແນວ ໃດກໍຕາມ  3 ໜ່ວຍງານ ດັ່ງກ່າວ ກໍຈະຈັດ ກອງປະຊຸມ ເພື່ອສ້າງຕັ້ງ ອະນຸ ກັມມະການ ຂຶ້ນ ເພື່ອຕິດຕາມ ກວດກາການ ຈັດຕັ້ງ ປະຕິບັດ ຄໍາສັ່ງຂອງ ຣັຖບານ ນັ້ນ. ຖ້າຜູ້ໃດ ບໍ່ປະຕິບັດ ຕາມ ກໍຈະຖືກ ຕັກເຕືອນ ຫລືຮ້າຍແຮງ ໄປກວ່ານັ້ນ ກໍຈະຖືກຖອນ ໃບອະນຸຍາດ ແລະສັ່ງປິດ ກິຈການ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard