ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເກີດເຫດໄຟໄໝ້ທີ່ແຂວງສາລະວັນ
Anonymous

Date:
ເກີດເຫດໄຟໄໝ້ທີ່ແຂວງສາລະວັນ
Permalink   
 


ເກີດເຫດໄຟໄໝ້ທີ່ແຂວງສາລະວັນ

ໃນວັນທີ 15 ກຸມພາ 2012 ໃນເວລາບ່າຍສອງໂມງໄດ້ເກີດເຫດໄຟໄໝເຮືອນຂອງພໍ່ແມ່ປະຊາຊົນ ທີ່ບ້ານ ນາເລັກ ແຂວງ ສາລະວັນ ສາເຫດມາຈາເຮືອນເກີດເຫດຫຼັດຈາກໃຊ້ງານໝໍ້ກະທະແດງແລ້ວ ລືມຖອດໄຟປະໄວ້ ຈຶ່ງເປັນຕົ້ນເຫດຂອງເຫດເພີງໄໝ້ດັ່ງກ່າວໄຟໄດ້ລຸກລາມໄປເຮືອນອ້ອມຂ້າງ ຫຼັງຈາກ...ສາມສິບນາທີຕໍ່ມາ...425619_190836441017123_100002723050059_240830_1266838926_n.jpgໂຊກດີທະນາຄານການຄ້າສາຂາສາລະວັນບໍ່ໄດ້ຮັບຄວາມເສຍຫາຍແຕ່ໄດ້ປິດບໍລິການໜຶ່ງອາທິດລົດດັບເພີງຈຶງມາເຖິງ ແລະ ຄວາມຄຸມໄຟໄວ້ໄດ້ ບ້ານເຮືອນເສຍຫາຍປະມາສິບຫຼັງຄາເຮືອນ ແຕ່ບໍ່ມີໃຜໄດ້ຮັບບາດເຈັບ ແລະເສຍຊີວິດ



__________________
Anonymous

Date:
Permalink   
 

426560_190836271017140_100002723050059_240829_1001548342_n.jpg



__________________
Anonymous

Date:
Permalink   
 

 

ເຈົ້າ​ໜ້າ­ທີ່​ທະ­ຫານ​ຕຳ­ຫຼວດ ພໍ່­ຄ້າ​ຊາວ​ຂາຍ ແລະ ປະ­ຊາ­ຊົນ​ຈຳ­ນວນ​ຫຼວງ­ຫຼາຍ​ແຕກ​ຕື່ນ​ສົນ­ລະ­ວົນ ພາ­ກັນ​ຊ່ວຍ​ມອດ​ໄຟ ແຕ່​ບໍ່​ທັນ ເນື່ອງ​ຈາກ​ສະ­ພາບ​ຮ້ອນ​ອົບ­ເອົ້າ ບວກ​ກັບ​ສະ­ພາບ​ເຮືອນ​ເກົ່າ​ແກ່ ເຮັດ​ໃຫ້​ເຮືອນ 2 ຊັ້ນ ຢູ່​ໃນ​ສະ­ພາບ​ເກົ່າ​ແກ່​ເປັນ​ຫ້ອງ​ແຖວ​ຕິດ​ກັນ 15 ຫຼັງ ຫ້ອງ​ຂ້າງ​ຕະ­ຫຼາດ​ເມືອງ ແລະ ແຂວງ​ສາ­ລະ​ວັນ ຖືກ​ໄໝ້​ຈົນ​ໝົດ ໂຊກ​ດີ​ບໍ່​ມີ​ຜູ້​ບາດ­ເຈັບ​ເລັກ​ນ້ອຍ.

ເຫດ​ເກີດ​ຂຶ້ນ​ຕອນ​ບ່າຍ​ຂອງ​ວັນ​ທີ 15 ກຸມ­ພາ​ນີ້ ແມ່​ຄ້າ​ຂາຍ­ເຄື່ອງ​ໃກ້​ຕົ້ນ​ເພີງ ໄດ້​ເລົ່າ​ເຫດ­ການ​ໃຫ້​ຟັງ​ວ່າ ເຫັນ​ຄວັນ​ສີ­ດຳ​ພຸ່ງ​ຂຶ້ນ​ເທິງ​ຟ້າ ແລະ ສຽງ​ແຕກ​ດັງ​ຂຶ້ນ​ຢ່າງ​ຮຸນ​ແຮງ​ຈາກ​ເຮືອນ​ຫຼັງ​ທີ 1, 2 ແລະ 3 ເບື້ອງ​ທິດ­ຕາ­ເວັນ­ອອກ ບໍ່​ພໍ​ເທົ່າ­ໃດ​ໄຟ​ກໍ​ລຸກ­ຂຶ້ນ​ຢ່າງ​ຮຸນ​ແຮງ ແລະ ລາມ​ອອກ​ຕໍ່ໆ​ໄປ ຈົນ​ເຮັດ​ໃຫ້​ປະ­ຊາ­ຊົນ​ຜູ້​ຖືກ​ເຄາະ​ຮ້າຍ​ບໍ່​ສາ­ມາດ​ເກັບ​ເຄື່ອງ​ຂອງ​ຕົນ​ ເອງ​ອອກ​ມາ ໄດ້​ພຽງ​ແຕ່​ເຄື່ອງ​ຄາ​ຄີງ​ເທົ່າ​ນັ້ນ ເຈົ້າ​ໜ້າ­ທີ່​ໃຊ້​ເວ­ລາ​ມອດ​ໄຟ 3 ຊົ່ວ­ໂມງ​ກວ່າ ຈຶ່ງ​ສາ­ມາດ​ລະ­ງັບ​ເພີງ​ໄດ້ ຈາກ​ສະ­ພາບ​ດັ່ງ­ກ່າວ ເຮັດ​ໃຫ້​ເຮືອນ 10 ຫຼັງ ລ້ວນ​ແຕ່​ແມ່ນ​ຮ້ານ​ຂາຍ­ເຄື່ອງ ເຊັ່ນ: ເຄື່ອງ​ຍ່ອຍ ເສື້ອ​ຜ້າ ຮ້ານ​ຂາຍ­ເຄື່ອງ​ຫ້ອງ­ການ-ອັດ​ເອ­ກະ­ສານ ຮ້ານ​ຂາຍ­ເຄື່ອງ​ໄຟ­ຟ້າ ຮ້ານ​ຂາຍ​ລົດ­ຈັກ ແລະ ຂາຍ​ຢາ ຖືກ​ໄຟ​ໄໝ້​ເສຍ​ຫາຍ.

ເບື້ອງ​ຕົ້ນ​ເຈົ້າ​ໜ້າ­ທີ່​ຍັງ​ຊອກ​ຫາ​ສາ­ເຫດ​ຂອງ​ຕົ້ນ​ເພີງ ວ່າ​ເກີດ​ຈາກ​ຫຍັງ ແລະ ເກີດ​ຈາກ​ຈຸດ​ໃດ​ກ່ອນ ແລະ ມູນ​ຄ່າ​ການ​ເສຍ​ຫາຍ​ບໍ່​ສາ­ມາດ​ປະ​ເມີນ​ໄດ້ ເຫດ­ການ​ດັ່ງ­ກ່າວ​ຄົງ​ຈະ​ເປັນ​ບົດ­ຮຽນ​ອັນ​ໃຫຍ່​ຫຼວງ​ໃຫ້​ກັບ​ທຸກ​ພາກ­ສ່ວນ ເປັນ­ຕົ້ນ​ກໍ​ແມ່ນ​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ຊັບ​ສິນ­ຄວນ​ມີ​ສະ­ຕິ​ລະ­ວັງ​ຕົວ ​ສູງ ເຊັ່ນ: ການ​ດັງ­ໄຟ​ປະ ຫຼື ຈະ​ໃຊ້​ໄຟ­ຟ້າ ຢ່າ​ລືມ​ໄປ​ວ່າ​ຕົນ​ເອງ​ກຳ­ລັງ​ເຮັດ​ຫຍັງ ປະ​ໄວ້ ທາງ​ທີ່​ດີ​ຈະ​ເຮັດ​ຫຍັງ ຫຼື ໄປ​ທາງ​ໃດ ຄວນ​ມອດ​ຟືນ-ມອດ​ໄຟ​ໃຫ້​ຄັກ­ແນ່​ເສຍ​ກ່ອນ​ຈຶ່ງ​ລົງ​ເຮືອນ ຄວາມ​ຖື​ເບົາ​ຂອງ​ເຮົາ​ນັ້ນ ມັນ​ກັບ​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ​ກັບ​ຕົນ​ເອງ ແລະ ຄົນ​ຮອບ​ຂ້າງ ອັນ­ວ່າ​ໄຟ ຜົນ​ດີ​ກໍ​ມີ​ຢູ່ ແຕ່​ຜົນ​ຮ້າຍ​ກໍ​ຫຼາຍ​ກ່ວ​າ ສະ­ນັ້ນ​ຄວນ​ລະ­ມັດ­ລະ­ວັງ​ຕື່ມ.

ໃນ​ເວ­ລາ​ດຽວ​ກັນ ຄະ­ນະ​ນຳ​ຂອງ​ແຂວງ ພະ­ແນກ­ການ ຄະ­ນະ​ນຳ​ເມືອງ​ສາ­ລະ​ວັນ ກົມ​ກອງ ລັດ​ວິ​ສາ​ຫະ​ກິດ ຕະ­ຫຼອດ​ຮອດ​ຫ້າງ​ຮ້ານ ພໍ່­ຄ້າ​ຊາວ​ຂາຍ ແລະ ປະ­ຊາ­ຊົນ​ແຂວງ​ສາ­ລະ​ວັນ ກໍ​ໄດ້​ມາ​ມອບ​ເຄື່ອງ​ຊ່ວຍ­ເຫຼືອ ເຊັ່ນ: ເຄື່ອງ­ນຸ່ງ​ຫົ່ມ ນ້ຳ​ດື່ມ ອາ­ຫານ ຈັດ​ສະ­ຖານ­ທີ່​ພັກ​ເຊົາ​ໃຫ້​ກັບ​ປະ­ຊາ­ຊົນ​ທີ່​ຖືກ​ເຄາະ​ຮ້າຍ ລວມ​ມີ​ຄົນ​ຕ່າງ​ຊາດ (ສປ ຈີນ) ແລະ ມອບ​ເງິນ​ຈຳ­ນວນ 50 ກ່ວ​າ​ລ້ານ​ກີບ ເພື່ອ​ນຳ­ໄປ​ຊ່ວຍ­ເຫຼືອ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard