ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພວກປູກຝິ່ນທີ່ປະກອບ ອາວຸດຢູ່ຜົ້ງສາລີ
Anonymous

Date:
ພວກປູກຝິ່ນທີ່ປະກອບ ອາວຸດຢູ່ຜົ້ງສາລີ
Permalink   
 


ພວກປູກຝິ່ນທີ່ປະກອບ ອາວຸດຢູ່ຜົ້ງສາລີ

ປັດຈຸບັນ ປະຊາຊົນ ບັນດາເຜົ່າ ທີ່ປູກຝິ່ນ ເປັນອາຊີບ ຕາມເຂດ ຊາຍແດນ ລາວ-ຈີນ ໃນ ແຂວງ ຜົ້ງສາລີ ສ່ວນໃຫຍ່ ຈະມີອາວຸດ ປືນ ເພື່ອໄວ້ ປ້ອງກັນໂຕ. ການແບກປືນ ຕິດໂຕ ອາດເປັນ ອັນຕະລາຍ ສໍາລັບ ຜູ້ຄົນ ທີ່ຈະເດີນທາງ ເຂົ້າໄປໃນເຂດ ປູກຝິ່ນ ດັ່ງກ່າວນັ້ນ. ຮອງຫົວໜ້າ ຫ້ອງການ ປາບປາມ ຢາເສບຕິດ ປະຈໍາແຂວງ ຜົ້ງສາລີ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ຂະເຈົ້າ ກໍມີຫັ້ນແຫລ໋ະ ເຂົາກໍມີປືນ ພື້ນເມືອງ ປືນແກ໋ບ ທີ່ເຮົາໄປອັນນັ້ນ ຄັນບໍແມ່ນ ທະຫານ ຕໍາຣວດ ອັນນັ້ນກໍມີ ຄວາມສ່ຽງ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ທາງການ ບໍ່ຮູ້ວ່າ ປືນເຖື່ອນ ທີ່ພວກ ຊົນເຜົ່າ ມີໃນຄອບຄອງ ເພື່ອໃຊ້ເຝົ້າຍາມ ໄຮ່ຝິ່ນນັ້ນ ແມ່ນພວກຂະເຈົ້າ ໄດ້ມາຈາກໃສ. ທາງການຢ້ານວ່າ ຫາກມີ ຄົນຕ່າງຖິ່ນ ຫລືນັກ ທ່ອງທ່ຽວ ຫລົງ ທາງເຂົ້າໄປ ໃນເຂດ ດັ່ງກ່າວ ໂດຍບໍ່ຮູ້ ຫລືບໍ່ໄດ້ ລະວັງໂຕ ອາດຈະໄດ້ຮັບ ອັນຕະລາຍ ຖືກທໍາຮ້າຍໄດ້ ເນື່ອງຈາກວ່າ ບັນດາ ຊົນເຜົ່າ ທີ່ປູກຝິ່ນ ກໍມີຄວາມ ບາດໝາງກັບ ເຈົ້າໜ້າທີ່ ທາງການ ຢູ່ແລ້ວ ແລະຄິດວ່າ ແມ່ນຄົນຕ່າງຖິ່ນ ເປັນຜູ້ບຸກລຸກ ແລະ ອີກຢ່າງນຶ່ງ ບັນດາຊົນເຜົ່າ ກໍບໍ່ສາມາດ ສື່ສານ ເປັນພາສາ ທີ່ເຂົ້າໃຈ ກັນໄດ້ ອີກດ້ວຍ.

ເຈົ້າໜ້າທີ່ ເວົ້າສລຸບວ່າ ທີ່ຜ່ານມາ ຫ້ອງການ ປາບປາມ ຢາເສບຕິດ ແລະໜ່ວຍງານ ກ່ຽວຂ້ອງໄດ້ ພຍາຍາມ ປາບປາມ ທໍາລາຍ ການປູກຝິ່ນ ແຕ່ກໍບໍ່ ສາມາດ ປາບປາມ ແລະທໍາລາຍ ໃຫ້ໝົດສ້ຽງ ໄປໄດ້ຍ້ອນ ໄຮ່ຝິ່ນບາງບ່ອນ ຕັ້ງຢູ່ໄກ ແລະ ໃຊ້ເວລາ ດົນນານ ໃນການຍ່າງ ເຂົ້າໄປຮອດ ແລະ ຜູ້ປູກຝິ່ນ ກໍມີອາວຸດ ຄົບມື ແລະລະວັງໂຕ ຢູ່ຕລອດ ເວລາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard