ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຈູມມາລີ ພ້ອມດ້ວຍຂະນະເຊັນສັນຍາຂາຍຊາດໃຫ້ວຽດນາມອີກແລ້ວ
Anonymous

Date:
ຈູມມາລີ ພ້ອມດ້ວຍຂະນະເຊັນສັນຍາຂາຍຊາດໃຫ້ວຽດນາມອີກແລ້ວ
Permalink   
 


ຈູມມາລີ ພ້ອມດ້ວຍຂະນະເຊັນສັນຍາຂາຍຊາດໃຫ້ວຽດນາມອີກແລ້ວ

ວັນທີ 9 ກຸມພາ 2012 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນສັກຂີພິຍານຂອງປະທານປະເທດ ເຈືອງ ເຕິນຊາງ ແລະ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ຈູມມາລີ ໄຊຍະສອນ, ໃນພິທີເຊັນສັນຍາ ວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງເກືອກາລີທີ່ເມືອງໜອງບົກ, ແຂວງຄຳມ່ວນ, ສປປ ລາວ...

 

 
ພິທີເຊັນສັນຍາ

ວັນທີ 9 ກຸມພາ 2012 ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນສັກຂີ ພິຍານຂອງປະທານປະເທດ ເຈືອງເຕິນຊາງ ແລະ ເລຂາທິການໃຫຍ່, ປະ ທານປະເທດແຫ່ງ ສປປ ລາວ ຈູມມາລີ ໄຊຍະສອນ, ໃນພິທີເຊັນສັນຍາ ວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງເກືອກາລີທີ່ເມືອງໜອງບົກ, ແຂວງ ຄຳມ່ວນ, ປະເທດ ສປປ ລາວ ລະຫວ່າງ ທ່ານ ບຸນທະວີ ສີສຸພັນທອງ,
ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນລາວ-ຕາງໜ້າ ລັດຖະບານລາວ ແລະ ທ່ານ ຫງວຽນດິ່ງຄາງ, ຜູ້ອຳນວຍການໃຫຍ່ ກຸ່ມ ບໍລິສັດເຄມີຫວຽດນາມ (VINACHEM). ໂຄງການດັ່ງກ່າວມີປະສິດທິພາບ 320.000 ໂຕນກາລີຕໍ່ປີ, ເນື້ອທີ່ຂຸດ ຄົ້ນ 10ຕາລາງກິໂລແມັດ ດ້ວຍມູນຄ່າການລົງທຶນ 450 ລ້ານໂດລາສະຫະລັດ ໂດຍກຸ່ມບໍລິສັດເຄມີຫວຽດນາມລົງທຶນ 100%. ໃນເວລາ ຂຸດຄົ້ນ 20 ປີ, ເວລາເຄື່ອນໄຫວຂອງໂຮງງານປຸງແຕ່ງແມ່ນ 50 ປີ.
ນອກຈາກເນື້ອທີ່ໄດ້ເຊັນສັນຍາ 10 ຕາລາງກິໂລແມັດ, ກຸ່ມບໍລິສັດເຄມີຫວຽດນາມຍັງໄດ້ລັດຖະບານລາວມອບເນື້ອທີ່ເພິ່ມເຕີມອີກ 196,5 ຕາລາງກິໂລແມັດ ເພື່ອສຳຫຼວດບໍ່ເກືອກາລີ, ກຸ່ມບໍລິສັດຈະກໍ່ສ້າງໂຮງງານມີປະສິດທິພາບ 320.000 ໂຕນກາລີຕໍ່ປີແມ່ນ Modun ທຳ ອິດໃນກຸ່ມອຸດສາຫະກຳຂຸດຄົ້ນ ແລະ ປຸງແຕ່ງເກືອກາລີ.
ຫຼັງຈາກໂຄງການດັ່ງກ່າວຖືກນຳເຂົ້າໃຊ້ການ ຈະຮ່ວມສ່ວນໃນການສະໜອງກາລີໃຫ້ຕະຫຼາດພາຍໃນ, ຫຼຸດຜ່ອນສະພາບຂຶ້ນກັບການນຳເຂົ້າ ແລະ ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດທ້ອງຖິ່ນຂອງແຂວງຄຳມ່ວນ, ແນໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິ    ເສດ ລະຫວ່າງສອງປະເທດຫວຽດນາມ-ລາວໃຫ້ກ້າວໜ້າຂະຫຍາຍຕົວຂຶ້ນເລື້ອຍໆ.



__________________


Guru

Status: Offline
Posts: 622
Date:
RE: ຈູມມາລີ ພ້ອມດ້ວຍຂະນະເຊັນສັນຍາຂາຍຊາດໃຫ້ວຽດນາມອີກແລ້ວ
Permalink   
 


ແຕ່ວັນທີ 9-11 ກຸມພາ 2012, ທ່ານເຈືອງເຕິນຊາງ, ປະທານປະເທດແຫ່ງ ສສ.ຫວຽດນາມໄດ້ ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສປປ. ລາວ ຢ່າງເປັນທາງການ. ການຢ້ຽມຢາມດັ່ງກ່າວແມ່ນແນໃສ່ເພີ່ມທະວີສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ.  

 

ໃນໄລຍະຢູ່ຢ້ຽມຢາມລາວ, ປະທານປະເທດ ເຈືອງເຕິນຊາງໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ຈູມມາລີ ໄຊຍະສອນ ແລະຮ່ວມປະກາດເປັນທາງການ ເລີ່ມເຄື່ອງໄຫວປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2012; ໄດ້ພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ແລະ ປະທານສະພາແຫ່ງຊາດ ທ່ານນາງ ປານີ ຢາທໍ່ຕູ້, ຢ້ຽມຢາມອະດີດເລຂາທິການໃຫຍ່, ປະທານປະເທດ ຄຳໄຕ ສີພັນດອນ ແລະ ຜູ້ນຳອາວຸໂສຈຳນວນໜ່ຶ່ງຂອງລາວ.
 

ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈູ​ມມາລີ ​ໄຊ​ຍະ​ສອນ​ ໃນພິທີຕ້ອນຮັບ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ.

 



ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ.

 



ຜູ້ນຳ​ທັງສອງ​ທ່ານ ເປັນ​ສັກ​ຂີ​ພິຍານ​ໃນ​ພິທີ​ເຊັນ​ສັນຍາ ຮ່ວມ​ມື​​ລະຫວ່າງ​ສອງ​ປະ​ເທດ.

 



ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ​ນຊາງ​ ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກັບ​ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະ​ວົງ.

 



ແລະ ພົບປະແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກັບ​ປະທານສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ້.



ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ​ເຂົ້າຢ້ຽມຢາມ​​ອະດີດ​​ເລ​ຂາ​ທິການ​ໃຫຍ່, ປະທານ​ປະ​ເທດ​ ຄຳ​ໄຕ ສີ​ພັນ​ດອນ.

 
ສອງຝ່າຍໄດ້ຕີລາຄາສູງ ແລະ ມີຄວາມເພິ່ງພໍໃຈທີ່ເຫັນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນທັງສອງຊາດລາວ-ຫວຽດນາມໃນໄລຍະຜ່ານມາ ໄດ້ຮັບການປັບປຸງ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ, ແລະ ໄດ້ປຶກສາຫາລືບັນດາວິທີການ ເພື່ອແນໃສ່ຜັນຂະຫຍາຍສາຍພົວ ພັນອັນດີງາມໃນທຸກຂົງເຂດທາງດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດຮອດ ການຄ້າ, ການລົງທຶນ, ການສຶກສາ-ບຳລຸງສ້າງ ແລະ ຂົງເຂດອື່ນໆໃຫ້ພັດທະນາຂຶ້ນເລື້ອຍໆ, ພ້ອມກັນນັ້ນ ກໍເປັນເອກະສັນ ຈະສືບຕໍ່ດຳລົງຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ແນໃສ່ເພີ່ມທະວີການພົວພັນອັນສະໜິດແໜ້ນ ແລະ ໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ; ຜັນຂະຫຍາຍການໂຄສະນາເຜີຍແຜ່ ກ່ຽວກັບປະຫວັດຄວາມເປັນມາໃນການພົວ ພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ຫວຽດນາມ - ລາວ, ສົມທົບການຈັດຕັ້ງເຄື່ອນໄຫວຕ່າງໆສະເຫຼີມສະຫຼອງປີ 2012 ໃຫ້ບັນລຸຜົນສຳເລັດເປັນຢ່າງດີ; ເປັນເອກະສັນນຳກັນທີ່ຈະຊຸກຍູ້ ແລະ ນຳເອົາການພົວພັນຮ່ວມມືທາງເສດຖະກິດ ລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ນຳມາປະສິດທິຜົນຢ່າງແທ້ຈິງໃຫ້ແກ່ການພັດທະນາຂອງສອງປະເທດ; ຕັດສິນໃຈ ສູ້ຊົນຍົກລະດັບມູນຄ້າລະຫວ່າງສອງປະເທດໃຫ້ລັນລຸ 2 ຕື້ໂດລາສະຫະລັດໃນປີ 2015. ຫວຽດນາມຈະສືບຕໍ່ລົງທຶນປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາຍົກສູງຄຸນນະພາບຊີວິດຂອງປະຊາຊົນລາວ.
ສອງຝ່າຍກໍໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຢືນຢັນ ສືບຕໍ່ເພີ່ມທະວີການຮ່ວມມື, ຊ່ວຍໜູນຊຶ່ງກັນ ແລະ ກັນໃນການເຄື່ອນໄຫວການພົວພັນຕ່າງປະເທດ ແລະຢູ່ທີ່ບັນດາເວທີ ປາຖະກະຖາສາກົນ ແລະພາກພື້ນ. ຫວຽດນາມຢືນຢັນຈະໃຫ້ການສະໜັບສະໜູນລາວໃນການເປັນເຈົ້າພາບຈັດກອງປະຊຸມ ລັດຖະສະພາ ອາຊີ-ເອີຣົບ ຄັ້ງທີ 7 (ASEP7) ແລະ ກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 9 (ASEM9) ໃນປີ 2012 ນີ້ ໃຫ້ບັນລຸຜົນສຳເລັດເປັນຢ່າງດີ. 
 

ປະທານ​ປະ​ເທດ​​ເຈືອງ​ເຕິ​ນຊາງ ຮ່ວມພິທີ​ຕັດ​ແຖບ​ຜ້າ​ເປີດ​ໂຮງງານ​ປຸງ​ແຕ່ງ​ພາລາ 27/2.

 


ປະທານ ​ປະ​ເທດ​​ເຈືອງ​ເຕິ​ນຊາງ​ ໄດ້ຮ່ວມ​​ເວທີ​ພົບ​ປະ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ຫວຽດນາມ​ເຂົ້າສູ່​​ ບັນດາແຂວງ​​ພາກ​ກາງ ​ແລະ ພາກ​ໃຕ້​ຂອງ​ລາວ.


ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ​ ຮ່ວມ​ພິທີ​ເປີດ​ນຳ​ໃຊ້​​ສະຖານີ​ຖ່າຍ​ທອດ​ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະພາບ​ປາກ​ຊ່ອງ.


ປະຊາຊົນ​ລາວ​ຕ້ອນຮັບ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ​ແລະ ພັນ​ລະ​ຍາ ພ້ອມ​ຄະນະ​ຜູ້​​ແທນ​ຂັ້ນສູງ​ຫວຽດນາມ​ຢ່າງ​ສຸດ​ໃຈ.

 

ໃນກອບຂອງການຢ້ຽມຢາມ, ຄະນະຜູ້ແທນໄດ້ໄປວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມທີ່ສະຫຼະຊີວິດເພື່ອຊາດ, ຢ້ຽມຢາມ ແລະໂອ້ລົມກັບພະນັກງານລັດຖະກອນສະຖານທູດຫວຽດນາມປະຈຳລາວ ແລະ ພໍ່ແມ່ປະຊາຊົນຫວຽດນາມ ອາ ໄສຢູ່ລາວ; ຢ້ຽມຢາມແຂວງຈຳປາສັກ, ໂຮງງານປຸງແຕ່ງຢາງພາລາ 27/2 ຂຶ້ນກັບບໍລິສັດຫຸ້ນສ່ວນຢາງພາລາຫວຽດນາມ-ລາວ; ຮ່ວມພິທີເປີດສະຖານີຖ່າຍທອດວິທະຍຸກະຈາຍສຽງ ແລະ ໂທລະພາບປາກຊ່ອງ; ຢ້ຽມຢາມນິຄົມຢາງພາລາ ແລະ ກິດຈະກຳເສດຖະກິດສັງຄົມຈຳນວນໜ່ຶ່ງ, ຮ່ວມພິທີວາງສິລາເລິກ ກໍ່ສ້າງສະໜາມບິນສາກົນທີ່ແຂວງອັດຕະປື ໂດຍກຸ່ມ ບໍລິສັດ ຮວ່າງແອງຢາລາຍ ເປັນຜູ້ລົງທຶນກໍ່ສ້າງ; ຮ່ວມເວທີພົບປະສ່ົງເສີມການລົງທຶນຂອງຫວຽດນາມເຂົ້າໃນບັນດາແຂວງ ພາກກາງ ແລະ ພາກໃຕ້ຂອງລາວ ໂດຍກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ສະມາຄົມບັນດານັກ ທຸລະກິດຫວຽດນາມລົງທຶນຢູ່ລາວ...
ການຢ້ຽມຢາມຂອງປະທານປະເທດເຈືອງເຕິນຊາງໃນຄັ້ງນີ້ໄດ້ສະແດງໃຫ້ເຫັນຢ່າງເລິກເຊິ່ງໃນສາຍພົວພັນສາມັກຄີມິດຕະພາບພິເສດ, ຖານສະຫາຍ ອ້າຍນ້ອງລະຫວ່າງສອງປະເທດ. ສອງຝ່າຍມີຄວາມເຫັນດີເປັນເອກະພາບໃນລະດັບສູງ ກ່ຽວກັບຄວາມສຳຄັນ ແລະ ປັກໃຈປັບປຸງ ແລະ ເພີ່ມພູນຄູນສ້່າງການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມື ຮອບດ້ານ ລະຫວ່າງສອງປະເທດໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ຖືນັ້ນແມ່ນສົມບັດອັນລ້ຳຄ່າທີ່ຕ້ອງໄດ້ຮັບການຮັກສາ, ພັດທະນາ ແລະ ຖ່າຍທອດໃຫ້ແກ່ຮຸ່ນຄົນສືບຕໍ່ໄປ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard