ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໄມ້ຣາຄາດີຖືກຕັດ ບໍ່ເຊົາຢູ່ສາຣະວັນ
Anonymous

Date:
ໄມ້ຣາຄາດີຖືກຕັດ ບໍ່ເຊົາຢູ່ສາຣະວັນ
Permalink   
 


ໄມ້ຣາຄາດີຖືກຕັດ ບໍ່ເຊົາຢູ່ສາຣະວັນ

ກາຣລັກລອບ ຕັດໄມ້ ຍັງຣະບາດ ໜັກ ຢູ່ແຂວງ ສາຣະວັນ ໃນ ປັຈຈຸບັນ ນີ້ ໂດຍສະເພາະ ໄມ້ຄະຍຸງ.

F-Lao-logs-Vietnam.jpg

EAI

ຕາມຣາຍງານ ຂອງ ອົງການສືບສວນ ສະພາບແວດລ້ອມ ສາກົນ ໄດ້ແຈ້ງຊາບວ່າ ໄມ້ຈໍາພວກນີ້ ແມ່ນຕັດຈາກ ປ່າໄມ້ ໃນແຂວງ ສາຣະວັນ ແລະ ອັດຕະປື ແລ້ວຂົນສົ່ງ ໄປວຽດນາມ ຢ່າງເປີດເຜີຍ.

ເຈົ້າໜ້າທີ່ ແຜນກ ກະສິກັມ ແລະປ່າໄມ້ ແຂວງສາຣະວັນ ຍອມຮັບວ່າ ກາຣລັກລອບ ຕັດໄມ້ ຍັງເປັນ ບັນຫາ ທີ່ໜັກໜ່ວງ ຊຶ່ງກໍຮວມທັງ ຢູ່ພາຍໃນ ເຂຕ ປ່າສງວນ ທັງ 3 ແຫ່ງ:

"ເວົ້າເຖີງກາຣ ລັກລອບ ຕັດໄມ້ນີ້ ມີ ມີກາຣລັກລອບ ໜັກແຫລະ ຢູ່ສາຣະວັນ ເຂົາຕັດແຕ່ ໄມ້ສນິດ ທີ່ວ່າ ໄມ້ຣາຄາ ແພງເນາະ ເຊັ່ນວ່າ ໄມ້ຄະຍຸງ".

ພ້ອມດຽວກັນນີ້ ທ່ານກໍວ່າ ບໍຣິເວນ ທີ່ມີ ກາຣລັກລອບ ຕັດໄມ້ເນື້ອແຂງ ຫລາຍນັ້ນ ກໍແມ່ນ ເຂຕ ປ່າສງວນ ເຊສັບ ເຂຕ ປ່າສງວນ ເຊບ້ານນວນ ແລະເຂຕປ່າສງວນ ຊຽງທອງ ທີ່ພົບເຫັນ ມີຈຳນວນ ເພີ່ມຫລາຍຂຶ້ນ ເລື້ອຍໆ ຍ້ອນໄມ້ ຫລາຍຊນິດ ມີຣາຄາແພງ ແລະ ກໍເປັນທີ່ຕ້ອງ ກາຣຂອງຕລາດ ເພື່ອນຳໄປໃຊ້ ສ້າງບ້ານເຮືອນ ຫລັງໃຫຍ່ໆ  ພ້ອມກັບ ແປຮູບ ເປັນເຄື່ອງ ເຮືອນ ຫລືເຟີຣ໌ນີເຈີຣ໌ (Furniture) ແລະ ເຄື່ອງໃຊ້ ສອຍຕ່າງໆ.

ນອກຈາກລັກລອບ ຕັດໄມ້ ດັ່ງກ່າວ ນີ້ແລ້ວ ທ່ານກໍວ່າ ແຂວງ ສາຣະວັນ ຍັງມີບັນຫາ ກາຣຖາກຖາງປ່າ ເພື່ອເຮັດໄຮ່ ເລື່ອນລອຍ ຂອງ ປະຊາຊົນ ນຳອີກ ທີ່ບໍ່ສາມາຖ ແກ້ໄຂໄດ້ ຈັກເທື່ອ ແລະ ຍີ່ງເຮັດໃຫ້ ເນື້ອທີ່ ຂອງປ່າໄມ້ ພາຍໃນແຂວງ ຫລຸດນ້ອຍ ລົງຕລອດມາ ດັ່ງຈະເຫັນໄດ້ ຈາກກາຣ ສຳຣວຈປີ 2011 ທີ່ປ່າໄມ້ ແຂວງສາຣະວັນ ຍັງເຫລືອຢູ່ ປະມານ 57% ທຽບໃສ່ 60% ທີ່ມີກາຣ ສຳຣວຈໃນປີ 2006 ທີ່ຜ່ານມາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard