ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຢາເສພຕິດສາມຫຼ່ຽມຄໍາ ແພ່ຜາຍຢູ່ຜົ້ງສາລີ
Anonymous

Date:
ຢາເສພຕິດສາມຫຼ່ຽມຄໍາ ແພ່ຜາຍຢູ່ຜົ້ງສາລີ
Permalink   
 


ຢາເສພຕິດສາມຫຼ່ຽມຄໍາ ແພ່ຜາຍຢູ່ຜົ້ງສາລີ

ປັດຈຸບັນ ປະຊາຊົນ ໃນແຂວງ ຜົ້ງສາລີ ຈໍາພວກນຶ່ງ ທີ່ຢູ່ໃນ ຕົວເມືອງ ສືບເສພໃຊ້ ເຮໂຣອິນ ຢ່າງອຶກກະທຶກ ແລະ ມັກພາກັນໄປ ລັກຊື້ ເຮໂຣອິນ ນໍາພໍ່ຄ້າ ຕ່າງປະເທດ ຢູ່ຕາມເຂດ ສາມຫລ່ຽມຄໍາ. ຕາມການ ເປີດເຜີຍ ຂອງ ຮອງຫົວໜ້າ ຫ້ອງການ ຢາເສພຕິດ ປະຈໍາແຂວງ ຜົ້ງສາລີ. ທ່ານເວົ້າວ່າ:

"ສ່ວນຫລວງຫລາຍ ມັນສິມີມາ ທາງພຸ້ນ ທາງສາມຫລ່ຽມ ທອງຄໍາ ລາວ ຈີນ ພະມ່າ ຫັ້ນນະ ເຂົາກໍ ລັກລອບຂາຍ ຖືວ່າ ເຈົ້າໜ້າທີ່ເຮົາ ກໍປ້ອງກັນ ຢູ່ແລ້ວ ແຕ່ວ່າມັນ ສາມາດເລັດລອດ ອອກມາໄດ້ ຊື່ໆ".

ທ່ານເວົ້າ ຕໍ່ໄປວ່າ ນອກຈາກ ບໍຣິເວນ ສາມຫລ່ຽມຄໍາ ແລ້ວ ກໍມີຢູ່ຕາມ ແນວຊາຍແດນ ແຂວງ ຜົ້ງສາລີ ທີ່ຕິດກັບ ວຽດນາມ ທີ່ມີການ ລັກລອບ ຊື້ຂາຍ ເຮໂຣອິນ ແຕ່ບໍ່ຫລາຍ. ແຕ່ເຖິງຢ່າງໃດ ກໍຕາມ ມາຮອດ ປັຈຈຸບັນນີ້ ເຈົ້າໜ້າທີ່ ກໍຍັງບໍ່ທັນ ສາມາດຈັບ ຜູ້ເຮັດຜິດໄດ້ ເນື່ອງຈາກວ່າ ພວກເຂົາເຈົ້າ ຮູ້ທັນ ກ່ອນທີ່ ເຈົ້າໜ້າທີ່ ຈະໄປຈັບ.

ທ່ານວ່າ ພວກເສພໃຊ້ ເຮໂຣອິນ ສ່ວນຫລາຍ ແມ່ນກິນເອົາ ມີພຽງສ່ວນໜ້ອຍ ທີ່ສັກເຂົ້າ ໃນເສັ້ນເລືອດ. ພວກຕິດ ເຮໂຣອິນ ບາງພວກກໍມາ ບໍາບັດ ຢູ່ໂຮງໝໍ ແຕ່ກໍມີ ຫລາຍຄົນ ບໍ່ເຂົ້າມາ ບໍາບັດ ຊຶ່ງອາດເປັນ ຍ້ອນຍັງບໍ່ທັນ ຕິດ ຢ່າງຮຸນແຮງ.

ແຂວງ ຜົ້ງສາລີ ເປັນແຂວງນຶ່ງ ທີ່ຢາເສພຕິດ ແພ່ຣະບາດ ໂດຍສະເພາະ ແມ່ນເຮໂຣອິນ ທີ່ມີຄົນຫາຊື້ ນັບມື້ ນັບຫລາຍຂຶ້ນ ຍ້ອນຄົນ ບໍ່ມີວຽກເຮັດ ງານທໍາ. ເຖິງແມ່ນວ່າ ຈະມີການ ຮ່ວມມື ກັບປະເທດ ເພື່ອນບ້ານ ແຕ່ກໍຍັງ ບໍ່ທັນສາມາດ ຢັບຢັ້ງ ບັນຫານີ້ໄດ້.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard