ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປ ລາວ ຮີບເຮັ່ງກະກຽມ ໃນການເປັນເຈົ້າພາບກອງປະຊຸມ ອາເຊັມ ຄັ້ງທີ 9
Anonymous

Date:
ສປປ ລາວ ຮີບເຮັ່ງກະກຽມ ໃນການເປັນເຈົ້າພາບກອງປະຊຸມ ອາເຊັມ ຄັ້ງທີ 9
Permalink   
 


ສປປ ລາວ ຮີບເຮັ່ງກະກຽມ ໃນການເປັນເຈົ້າພາບກອງປະຊຸມ ອາເຊັມ ຄັ້ງທີ 9

ໃນການປະຊຸມຂ່າວ ກ່ຽວກັບຄວາມຄືບໜ້າ ໃນການກະ ກຽມໃຫ້ແກ່ກອງປະຊຸມສຸດຍອດ ອາເຊັມ ຄັ້ງທີ 9 ຊຶ່ງຈະໄດ້ໄຂຂຶ້ນໃນວັນ ທີ 5- 6 ພະຈິກ 2012 ທີ່ນະະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸນເກີດ ສົັງສົມສັກ... 

 

 
ສູນປະຊຸມສາກົນ.

ທ່ານບຸນ​ເກີດ ສັງ​ສົມ​ສີ, ລັດຖະມີນຕີ​ຊ່ວຍ​ວ່າການກະຊວງ​ການ​
ຕ່າ​ງປະ​ເທດ​ໄດ້ເປັນ​ປະທານການປະຊຸມ​ຂ່າວ.

ຕອນແລງວັນທີ 16 ກຸມພາ 2012, ທ່ານບຸນເກີດ ສັງສົມສັກ, ລັດຖະ ມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ຫົວໜ້າຄະນະເຈົ້າໜ້າທີ່ ຂັ້ນສູງຂອງ ສປປ.ລາວ ທີ່ກອງປະຊຸມສຸດຍອດອາຊີ-ເອີຣົບ (ASEM) ໄດ້ເປັນປະທານໃນການປະຊຸມຂ່າວ ກ່ຽວກັບຄວາມຄືບໜ້າ ໃນການກະ ກຽມໃຫ້ແກ່ກອງປະຊຸມສຸດຍອດ ອາເຊັມ ຄັ້ງທີ 9 ຊຶ່ງຈະໄດ້ໄຂຂຶ້ນໃນວັນ ທີ 5- 6 ພະຈິກ 2012 ທີ່ນະະຄອນຫຼວງວຽງຈັນ ໂດຍມີບັນດາຜູ້ຕາງ ໜ້າຂອງຄະນະທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈຳລາວມາຮ່ວມ ຢ່າງຫຼວງຫຼາຍ.
ໃນການປະຊຸມຂ່າວ, ທ່ານລັດຖະມົນຕີຊ່ວຍວ່າການຕ່າງປະເທດ ບຸນເກີດ ສັງສົມສັກ ໄດ້ເແຈ້ງໃຫ້ຊາບວ່າ, ເພື່ອກະກຽມໃຫ້ແກ່ອາເຊັມ9, ສປປ ລາວ ໄດ້ສ້າງຕັ້ງຄະນະກຳມະການແຫ່ງຊາດກ່ຽວກັບ ອາເຊັມ 9 ຕັ້ງແຕ່ ເດືອນມັງກອນ 2011 ພາຍໃຕ້ການເປັນປະທານຂອງນາຍົກລັດຖະມົນຕີ ພ້ອມດ້ວຍ 10 ອະນຸກຳມະການ ອາເຊັມ 9.
ດ້ວຍຫົວເລື່ອງ “ມິດຕະພາບເພື່ອສັນຕິພາບ, ຄູ່ເຈລະຈາເພື່ອຄວາມຮຸ່ງເຮືອງເຫຼືອງເຫຼື້ອມ”. ເນື່ອງໃນໂອກາດນີ້, ຈະມີເຫດການສຳຄັນອື່ນໆອີກ 3 ລາຍການ ກໍຈະໄດ້ຮັບການຈັດຂຶ້ນຢູ່ນອກລະບຽບວາລະປະຊຸມ ອາເຊັມ 9 ລວມມີ ກອງປະຊຸມລະຫວ່າງຄູ່ເຈລະຈາລັດຖະສະພາ ອາຊີ-ເອີຣົບ ຄັ້ງທີ 7 (ASEP7) ຈະໄດ້ໄຂຂຶ້ນໃນວັນທີ 3-4 ຕຸລາ, ເວທີປາຖະກະຖາກ່ຽວກັບປະຊາຊົນ-ເອີຣົບ ຄັ້ງທີ 9 (AEPF 9) ໄຂຂຶ້ນໃນວັນທີ 17-20 ຕຸລາ, ເວທີນັກທຸລະກິດອາຊີ-ເອີຣົບ ຄັ້່ງທີ 13 (AEBF 13) ຈະຖືກໄຂລະຫວ່າງວັນທີ 4-5 ພະຈິກ.
ໃນລະບຽບວາລະຂອງກອງປະຊຸມສຸດຍອດ ອາເຊັມ 9 ຈະສຸນໃສ່ເຂົ້າຕົ້ນບັນຫາໃຫຍ່ໆ ເຊັ່ນ: ບັນດາບັນຫາພາກພື້ນ, ບັນດາບັນຫາທົ່ວໂລກ, ວິກິດການເສດຖະກິດ ແລະ ການເງິນທົ່ວໂລກ, ການຮ່ວມມືວັດທະນະທຳ-ສັງ ຄົມ ແລະ ມຸ່ງສູ່ອະນາຄົດຂອງ ອາເຊັມ.
ເພື່ອກະກຽມໃຫ້ກອງປະຊຸມ ອາເຊັມ 9, ລັດຖະບານລາວ ໄດ້ສຸມກຳລັງໃນການປັບປຸງພື້ນຖານໂຄງລ່າງທີ່ສຳຄັນຕ່າງໆໃຫ້ດີຂຶ້ນກວ່າເກົ່າ  ເປັນຕົ້ນແມ່ນແກ້ໄຂ ແລະ ເປີດກວ້າງສະໜາມບິນວັດໄຕ ເພື່ອອາດສາມາດຮັບຮອງໄດ້ 15 ເຮືອບິນໂບອິງ 747, ສ້າງເຂດວິນລາສະເພາະ ບັນດາຫົວໜ້າ ອາເຊັມ, ສ້າງສູນປະຊຸມສາກົນ… ນອກຈາກນັ້ນ, ໂຮງແຮມໃຫຍ່ຈຳນວນໜຶ່ງຢູ່ນະຄອນຫຼວງວຽງຈັນ ກໍໄດ້ຮັບການຍົກລະດັບ ເພື່ອນຳເຂົ້າຮັບໃຊ້ບັນດາຄະນະຜູ້ແທນຮ່ວມກອງປະຊຸມສຸດຍອດ ອາຊີ-ເອີຮົບ ຄັ້ງທີ 9 ນີ້ດ້ວຍ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard