ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປ່າໄມ້ແຂວງຊຽງຂວາງ ໃກ້ຈະສູນພັນ
Anonymous

Date:
ປ່າໄມ້ແຂວງຊຽງຂວາງ ໃກ້ຈະສູນພັນ
Permalink   
 


ປ່າໄມ້ແຂວງຊຽງຂວາງ ໃກ້ຈະສູນພັນ

ເຂດປ່າສງວນ ໃນແຂວງ ຊຽງຂວາງ ຍັງມີການ ລັກລອບ ຕັດໄມ້ ໂດຍຊາວບ້ານ ຢູ່ຕລອດມາ ໂດຍສະເພາະ ໄມ້ດີ ທີ່ຫາກຍາກ ຊຶ່ງຈະກາຍ ເປັນໄມ້ ທີ່ຈະໃກ້ ສູນພັນ. ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ປ່າໄມ້ ທີ່ບໍ່ ປະສົງອອກຊື່:

”ການລັກລອບ ຕົວນີ້ ມີ ເພາະວ່າ ມັນເປັນ ປ່າສງວນນີ້ ມັນມີໄມ້ ໂລ່ງເລ່ງ,ໄມ້ອີ່ຫ້ອມ ເດ ເປັນໄມ້ ທີ່ໃກ້ສູນພັນ ຢູ່ລາວ ນີ້ແຫລະ.”

ທ່ານ ກ່າວຕື່ມວ່າ ໄມ້ຂຍຸງ ໄມ້ແຄນຊີ ໄມ້ເປືອຍ ໄມ້ໂລ່ງເລ່ງ ແລະ ໄມ້ອີ່ຫ້ອມ ເປັນໄມ້ ທີ່ຫາຍາກ ແຕ່ຍັງພົບເຫັນ ໃນປ່າ ທີ່ແຂວງ ຊຽງຂວາງ ໂດຍສະເພາະ ໃນເຂດ ປ່າສງວນ ໄມ້ເຫລົ່ານີ້ ເປັນໄມ້ ທີ່ມີຄວາມ ຕ້ອງການສູງ ໃນຕລາດ ຈຶ່ງເຮັດໃຫ້ ການປ້ອງກັນ ມີຄວາມລໍາບາກ ໃນຂນະທີ່ ຍັງພົບເຫັນ ມີການລັກລອບ ຕັດຢູ່ຕລອດ ສົ່ງຜົລໃຫ້ ໄມ້ໂລ່ງເລ່ງ ແລະ ໄມ້ ອີ່ຫ້ອມ ກາຍເປັນໄມ້ ຫາຍາກ ແລະ ໃກ້ຈະສູນພັນ ໄປຈາກແຂວງ.

ທ່ານກ່າວຕື່ມວ່າ ປ່າສງວນ ຄືເຂດ ຊີວະນາໆພັນ ເປັນທີ່ຢູ່ອາສັຍ ຂອງສັດປ່າ ແລະ ໄມ້ຫາຍາກ ຫລາຍຊນິດ ພື້ນທີ່ດັ່ງກ່າວ ຈື່ງກາຍເປັນ ເປົ້າໝາຍ ຂອງນາຍທຶນ ທີ່ຕ້ອງການ ໄມ້ເຫລົ່ານັ້ນ ມາແປຮູບ ເປັນສິນຄ້າ ຣາຄາແພງ ເພື່ອສົ່ງອອກຂາຍ ຕ່າງປະເທດ.

ໃນປີ ທີ່ຜ່ານມາ ແຂວງຊຽງຂວາງ ອະນຸມັດ ພື້ນທີ່ 31,609 ເຮັກຕາຣ ເປັນປ່າຜລິດ ຊຶ່ງ ປະຊາຊົນ ສາມາດ ເຂົ້າໄປຂຸດຄົ້ນ ໄມ້ໄດ້ ໂດຍກໍານົດ ໂຄຕ້າ ຂອງການຕັດໄມ້ ປີຜ່ານມາ ຢູ່ 2,000 ແມັດກ້ອນ. ແຕ່ບັນຫາ ບຸກລຸກ ຖາງປ່າ ເຮັດໄຮ່ ເລື່ອນລອຍ ການລັກລອບ ຕັດໄມ້ ແລະ ນະໂຍບາຍ ປູກຕົ້ນໄມ້ຄືນ ທີ່ຍັງບໍ່ ປະສົບຜົລ ສໍາເຣັດນັ້ນ ເຮັດໃຫ້ ປ່າໄມ້ ທີ່ມີໜ້ອຍ ຢູ່ແລ້ວນັ້ນ ຫລຸດລົງ ຢ່າງໄວວາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard